Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້ ທີ່ສະໂມສອນໃຫຍ່ຂອງກະຊວງດັ່ງກ່າວ. ພາຍໃຕ້ການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.
ເປັນກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ມີຄະນະປະທານ ແລະ ບັນດາສະຫາຍພະນັກງານປະຕິວັດອາວຸໂສບໍານານ ແລະ ມີຜູ້ແທນສົມບູນ 201 ສະຫາຍ ຍິງ 65 ສະຫາຍທີ່ຕາງໜ້າສະມາຊິກພັກ ເຂົ້າຮ່ວມ.
ໃນພິທີ ສະຫາຍ ສອນໄຊ ສີພັນດອນ ໄດ້ກ່າວເປີດກອງປະຊຸມໃຫຍ່ອົງຄະນະພັກກະຊວງແຜນການ ແລະ ການລົງທຶນຄັ້ງທີ IV ຢ່າງເປັນທາງການ; ຈາກນັ້ນ, ໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄອງຂອງຄະນະບໍລິຫານງານພັກກະຊວງແຜນການ ແລະ ການລົງທຶນໃນໄລຍະ 5 ປີຜ່ານມາ ຄະນະບໍລິຫານງານພັກກະຊວງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນເປັນກົກ ຊຶ່ງທົ່ວອົງຄະນະພັກກະຊວງ ຜທ ມີ 12 ໜ່ວຍພັກເອກະລາດ ແລະ 1 ຄະນະພັກຮາກຖານ ມີ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ຖ້າທຽບໃສ່ກອງປະຊຸມໃຫຍ່ຄັ້ງທີ 3 ເພີ່ມຂຶ້ນ 1 ໜ່ວຍພັກ. ດ້ານວຽກງານຄົ້ນຄວ້າຍຸດທະສາດ ແລະ ນະໂຍບາຍການພັດທະນາໄດ້ສ້າງບັນດາເອກະສານຍຸດທະສາດການພັດທະນາທີ່ສຳຄັນລະດັບຊາດເປັນຕົ້ນ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມຮອດປີ 2025 ແລະ ວິໄສທັດຮອດປີ 2030; ຍຸດທະສາດການເຕີບໂຕສີຂຽວຂອງສປປລາວ ຮອດປີ 2030 ແລະ ຂອບການຮ່ວມມືວ່າດ້ວຍການຮ່ວມກັນພັດທະນາແລວທາງເສດຖະກິດລາວ-ຈີນ 2019-2030 ແລະ ໄດ້ສໍາເລັດບົດຄົ້ນຄວ້າທາງດ້ານເສດຖະກິດ ແລະ ສັງຄົມຈຳນວນໜຶ່ງເປັນຕົ້ນບົດລາຍງານເສດຖະກິດປະຈຳປີ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຂໍ້ສະເໜີໃນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຄົ້ນຄວ້າມາດຕະການ ແລະ ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດລາວ ແລະ ອື່ນໆເພື່ອສະໜອງຂໍ້ມູນຕ່າງໆໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ໄດ້ຮ່ວມມືຄົ້ນຄວ້າກັບບັນດາອົງການ ສະຖາບັນຄົ້ນຄວ້າສາກົນ; ດ້ານວຽກງານກວດກາໂຄງການລົງທຶນຂອງລັດ ຕະຫຼອດໄລຍະ 5 ປີ ສາມາດຕິດຕາມກອງປະຊຸມການປະເມີນໂຄງການກ່ອນເຂົ້າແຜນໄດ້ 1.101 ໂຄງການ, ໄດ້ຕິດຕາມກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າສູງກວ່າ 10 ຕື້ກີບຂຶ້ນໄປ ແຕ່ສູນກາງຮອດທ້ອງຖິ່ນ ແລະ ໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາຢູ່ກະຊວງແຜນການ ແລະ ການລົງທຶນ, ໄດ້ກຳນົດເອົາ 2 ໂຄງການເປັນໂຄງການທົດລອງກວດກາສາມາດຫຼຸດມູນຄ່າໂຄງການໄດ້ 1,8 ຕື້ກີບ; ໄດ້ຮ່ວມກັບອົງການກວດກາລັດຖະບານ ກວດກາສະເພາະກິດໂຄງການໃຫຍ່ທີ່ມີມູນຄ່າສູງ 89 ໂຄງການ, ກວດກາການປະຕິບັດສ່ວນຫຼຸດໜີ້ສິນໂຄງການລົງທຶນຂອງລັດ ຢູ່ທັງສູນກາງ ແລະ ທ້ອງຖິ່ນ 1.443 ໂຄງການ ແລະ ໄດ້ກວດກາໂຄງການສະເໜີເພີ່ມ ແລະ ຫຼຸດມູນຄ່າໂຄງການລົງທຶນຂອງລັດ 196 ໂຄງການ; ສ່ວນວຽກງານຮ່ວມມືກັບຫວຽດນາມໄດ້ມີໂຄງການຊ່ວຍເຫຼືອຈາກຫວຽດນາມໃຫ້ລາວມີ 50ໂຄງການ; ຮ່ວມມືກັບຈີນ ສາມາດລະດົມການຊ່ວຍເຫຼືອຈາກລັດຖະບານຈີນ ໄດ້ 914 ລ້ານໂດລາ. ສ່ວນວຽກງານຮ່ວມມືກັບສາກົນ ໃນໄລຍະ 5 ປີທີ່ຜ່ານມາ ໄດ້ສໍາເລັດການຄົ້ນຄວ້າ ແລະ ສ້າງຍຸດທະສາດການລະດົມທຶນຊ່ວຍເຫຼືອທາງການເພື່ອການພັດທະນາຮອດປີ 2030; ສາມາດຂົນຂວາຍ, ລະດົມ ແລະ ຍາດແຍ່ງທຶນການຊ່ວຍເຫຼືອເພື່ອການພັດທະນາໄດ້ 4.601 ລ້ານກວ່າໂດລາ.
ສ່ວນທິດທາງຕໍ່ໜ້າ, ຈະຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຍຸດທະສາດການພັດທະນາເສດຖະກິດ-ສັງ ຄົມ 10 ປີ (2021-2025) ແລະ ວິໄສທັດ 2030.
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com