Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ໄດ້ເປີດຂຶ້ນ ຢ່າງເປັນທາງການ ໃນວັນທີ 29 ຕຸລານີ້ ໂດຍການ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ; ເປັນປະທານກອງປະຊຸມໂດຍ ສະຫາຍ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈໍາປາສັກ; ມີຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາ ທ່ານການນຳແຂວງຈຳປາສັກ, ແຂວງອ້ອມຂ້າງ, ອະດີດການນຳແຂວງ, ພະນັກງານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກທຸລະກິດຜູ້ປະກອບການ ແລະ ຜູ້ແທນສົມບູນຈຳນວນ 410 ສະຫາຍ, ຍິງ 43 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ທົ່ວແຂວງຈໍາປາສັກ ທັງໝົດ 27.311 ສະຫາຍ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ຮ່າງລາຍງານການເມືອງ, ໂດຍທ່ານ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຜົນງານ ທີ່ແຂວງຈຳປາສັກ ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງມີຫຼາຍວຽກງານ ໃນຫຼາຍຂະແໜງການ ໄດ້ຮັບການພັດທະນາ ແລະ ປະສົບຜົນສຳເລັດເປັນກ້າວໆມາ, ອັນໄດ້ເຮັດໃຫ້ ແຂວງຈຳປາສັກ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າທີ່ດີ,ໂດຍລວມ ແມ່ນໄດ້ມີການຂະຫຍາຍຕົວ ແລະ ມີອັດຕາການເຕີບໂຕສະເລ່ຍ 7,36%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 86.769,7 ຕື້ກີບ, ສະເລ່ຍຕໍ່ຄົນ ປະຕິບັດໄດ້ 27,01 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 3.053 ໂດລາ. ໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນທີ່ຕັ້ງໜ້າ, ໂດຍສະເພາະແມ່ນການຫັນປ່ຽນການຜະລິດແບບທຳມະຊາດ, ເຄິ່ງທຳມະຊາດ ແລະ ຂະໜາດນ້ອຍ ໄປສູ່ການຜະລິດເປັນສິນຄ້າ ທີ່ມີຫຼາກຫຼາຍຮູບການຈັດຕັ້ງ ເປັນຕົ້ນແມ່ນ ກຸ່ມການຜະລິດ, ສະຫະກອນ, ວິສາຫະກິດ ແລະ ຄອບຄົວ ຊຶ່ງໄດ້ມີການຍົກລະດັບໃນການນໍາໃຊ້ວິທະຍາສາດ ແລະ ວິທະຍາການທີ່ທັນສະໄໝ, ສາມາດຍົກປະສິດທິພາບ ແລະ ຄຸນນະພາບ ຂອງການຜະລິດໄດ້ສູງຂຶ້ນກວ່າເກົ່າ. ວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທີ່ເປັນວຽກຍຸດທະສາດ ແລະ ເປັນຄວາມຮັບຜິດຊອບທີ່ສຳຄັນຂອງຄະນະພັກແຕ່ລະຂັ້ນ ກໍມີຜົນສໍາເລັດເປັນຢ່າງດີ.
ໃນໄລຍະ 5 ປີຜ່ານມາ ສາມາດຫຼຸດພົ້ນອອກຈາກຄອບຄົວທຸກຍາກໄດ້ 444 ຄອບຄົວ, ຫຼຸດພົ້ນຈາກບ້ານທຸກຍາກໄດ້ 14 ບ້ານ, ສ້າງບ້ານພັດທະນາໄດ້ 26 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 9 ບ້ານ, ສ້າງຄອບຄົວພັດທະນາໄດ້ 9.297 ຄອບຄົວ. ຜົນສໍາເລັດດັ່ງກ່າວ, ໄດ້ເຮັດໃຫ້ແຂວງຈໍາປາສັກ ກ້າວໜ້າຕື່ມອີກບາດກ້າວໜຶ່ງຂອງຄວາມພະຍາຍາມແກ້ໄຂຄວາມທຸກຍາກໃນທົ່ວແຂວງ.
(ຂ່າວ-ພາບ: ທັດຊະນະ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com