Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຈໍາປາສັກ ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 31/10/2020 10:21:10 ຈຳ​ນວນ​​ຢ້ຽມ​ຊົມ 2169 ຄັ້ງ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຈໍາປາສັກ ໄດ້ອັດລົງຢ່າງຈົບງາມ ພາຍຫຼັງໄດ້ດຳເນີນມາເປັນເວລາ 2 ວັນ ແຕ່ວັນທີ 29-30 ຕຸລາ 2020, ກອງປະຊຸມດຳເນີນດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນສໍາຄັນເລິກເຊິ່ງ, ໂດຍການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມ ມີ ສະຫາຍ ພັນຄໍາ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີຜູ້ແທນສົມບູນໃນທົ່ວແຂວງຈໍາປາສັກ ເຂົ້າຮ່ວມ 410 ສະຫາຍ, ຍິງ 44 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ບັນດາສະຫາຍ ສະມາຊິກພັກທັງໝົດ 27.311 ສະຫາຍ ເຂົ້າຮ່ວມ.
ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນກັນ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ຊຶ່ງຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນໍາພາຕະຫຼອດສະໄໝ ໃນໄລຍະ 5 ປີ ຜ່ານມາ. ໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດຄຳເຫັນຈາກຜູ້ຕາງໜ້າຂອງຫຼາຍຮາກຖານພັກ ຊຶ່ງແຕ່ລະຮາກຖານລ້ວນແຕ່ສະແດງເຖິງຄວາມເປັນເອກະພາບຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າ; ການລາຍງານ ແລະ ການປະກອບຄຳເຫັນສ່ວນໃຫຍ່ໄດ້ລົງເລິກລາຍງານຜົນສຳເລັດແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝຜ່ານມາ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ອັນໄດ້ເຮັດໃຫ້ກອງປະຊຸມໃຫຍ່ ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ມີຄວາມເປັນເອກະສັນຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຊຶ່ງໄດ້ວາງທິດທາງຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອເຮັດໃຫ້ເສດຖະກິດຂອງແຂວງຈໍາປາສັກ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ມີຄຸນນະພາບ ໃນອັດຕາການເຕີບໂຕໂດຍສະເລ່ຍ 5,3% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 36,2 ລ້ານກີບ ຫຼື ເທົ່າກັບ 4.166 ໂດລາຕໍ່ຄົນຕໍ່ປີ, ດ້ວຍໂຄງປະກອບເສດຖະກິດ ກະສິກໍາ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 2,4%, ອຸດສາຫະກໍາ ເພີ່ມຂຶ້ນສະເລ່ຍ 10,6% ແລະ ການບໍລິການເພີ່ມຂຶ້ນສະເລ່ຍ 3,7%; ສືບຕໍ່ພັດທະນາແຂວງ ບົນພື້ນຖານໝາກຜົນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາ ໂດຍສືບຕໍ່ຂຸດຄົ້ນນໍາໃຊ້ຈຸດພິເສດ ແລະ ທ່າແຮງຂອງແຂວງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ຖືເອົາຄຸນນະພາບເປັນຕົ້ນຕໍ, ສືບຕໍ່ພັດທະນາຕາມທິດສີຂຽວ ແລະ ຍືນຍົງ, ຖືເອົາເສດຖະກິດເປັນພື້ນຖານ, ວັດທະນະທຳ-ສັງຄົມເປັນສຳຄັນ ແລະ ສິ່ງແວດລ້ອມ ເປັນສິ່ງຢັ້ງຢືນເຖິງຄຸນນະພາບຂອງການພັດທະນາ.
ຈາກນັ້ນ, ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ ຊຶ່ງປະກອບດ້ວຍຜູ້ເກົ່າ ແລະ ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ, ຊຶ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ທັງໝົດ 45 ສະຫາຍ, ຍິງ 05 ສະຫາຍ, ເລືອກໄດ້ 39 ສະຫາຍ, ຍິງ 04 ສະຫາຍ. ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ ສະໄໝທີ VIII ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງຄະນະປະຈໍາພັກແຂວງ 13 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ໄດ້ເຫັນດີເປັນເອກະພາບກັນເລືອກເອົາ ສະຫາຍ ວິໄລວົງ ບຸດດາຄຳ ເປັນ ເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ມະໄລທອງ ກົມມະສິດ ແລະ ສະຫາຍ ສາຍທອງ ໄຊຍະວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ເລືອກເອົາ ສະຫາຍ ປະດິດ ວັນນະລັດສະໝີ ເປັນ ປະທານກວດກາພັກແຂວງ, ສະຫາຍ ບຸນທ່ຽງ ຈັນທິລາດ, ສະຫາຍ ຕິ່ງແກ້ວ ບຸບຜາລາວັນ ແລະ ສະຫາຍ ບຸນທັນ ໄຊຍະແສງ ເປັນຮອງປະທານກວດກາພັກແຂວງ. ພ້ອມນັ້ນ ຍັງໄດ້ໃຊ້ສິດເລືອກເອົາຜູ້ແທນຂອງຕົນ ຊຶ່ງມີຜູ້ແທນສົມບູນ ຈຳນວນ 37 ສະຫາຍ, ຍິງ 05 ສະຫາຍ ແລະ ສໍາຮອງ 03 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.
ໂອກາດ ດັ່ງກ່າວ, ສະຫາຍ ພັນຄໍາ ວິພາວັນ ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາທີ່ເປັນເອກະພາບ ພາຍໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຈໍາປາສັກ ໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ຂ່າວ: ທັດຊະນະ ແສງດາລາ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com