Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງບໍ່ແກ້ວ. ພ້ອມຄະນະໄດ້ລົງຊຸກຍູ້ຕິດຕາມກວດກາ, ຄວາມຄືບໜ້າ ການຈັດຕັ້ງປະຕິບັດ ບັນດາໜ້າວຽກຂອງໂຄງການພັດທະນາຕົວເມືອງ ຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 2.ADB ໃນວັນທີ 30 ຕຸລາ 2020 ຜ່ານມາ. ທ່ານ ເພັດນະຄອນ ວົງລໍຄໍາ ຫົວໜ້າ ຫ້ອງການຈັດຕັ້ງປະຕິບັດໂຄງການ. ໄດ້ລາຍງານວ່າ: ໂຄງການສວນສາທາລະນະໜອງຖານ, ແມ່ນໂຄງການໜຶ່ງ ທີ່ມີຄວາມສຳຄັນ ໃນການພັດທະນາແຂວງບໍ່ແກ້ວ. ມີເນື້ອທີ່ 39 ເຮັກຕາ, ມູນຄ່າ 2.100.000 ກວ່າໂດລາ ຊຶ່ງບໍລິສັດຄຳຟອງກຣຸບເປັນຜູ້ຮັບເໝົ່າ ໄດ້ແບ່ງອອກເປັນສອງສັນຍາ, ສັນຍາທີໜຶ່ງ ແມ່ນໄດ້ດຳເນີນການກໍ່ສ້າງມາແຕ່ຕົ້ນເດືອນ ກຸມພາ ມາຮອດປະຈຸບັນມີຄວາມຄືບໜ້າໄປແລ້ວ 15% .
ໃນໂອກາດດັ່ງກ່າວ ທ່ານ ເຈົ້າແຂວງໄດ້ກ່າວວ່າ: ການລົງມາຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດໂຄງການພັດທະນາສວນສາທາລະນະແຫຼ່ງທ່ອງທ່ຽວໜອງຖານ ຊຶ່ງເປັນໂຄງການໜຶ່ງທີ່ສຳຄັນໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດພັດທະນາແຂວງບໍ່ແກ້ວ ໂດຍເລັ່ງໃສ່ສ້າງແຂວງບໍ່ແກ້ວ ໃຫ້ເປັນແຂວງບໍລິການດ້ານການທ່ອງທ່ຽວ ໃຫ້ມີຄຸນນະພາບ ເຊື່ອມຕໍ່ບັນດາແຂວງພາກເໜືອຂອງລາວ ກັບ ບັນດາປະເທດໃກ້ຄຽງໂດຍສະເພາະແມ່ນແຂວງພາກເໜືອຂອງໄທ ຊຶ່ງໂຄງການດັ່ງກ່າວນີ້ ໄດ້ເລີມຈັດຕັ້ງປະຕິບັດມາແຕ່ປີຜ່ານມາ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ADB. ສະນັ້ນ, ຂໍຮຽກຮ້ອງໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ຈົ່ງເປັນເຈົ້າການອຳນວຍຄວາມສະດວກ ແລະ ຮ່ວມມືພ້ອມກັນພັດທະນາເຮັດໃຫ້ແຫຼ່ງທ່ອງທ່ຽວແຫ່ງນີ້ສຳເລັດດ້ວຍໄວ. ຈາກນັ້ນ, ທ່ານ ເຈົ້າແຂວງໄດ້ສືບຕໍ່ໄປກວດກາການບູລະນະທາສີຄືນໃໝ່ຂອງຫໍຫຼັກເມືອງໃຫ້ມີຄວາມສະງ່າລາສີສວຍງາມ ເປັນຫຼັກບ້ານຫຼັກເມືອງທີ່ເປັນສະຖານທີ່ກາບໄຫວ້ ແລະ ສັກກະລະບູຊາ ຂອງປະຊາຊົນລາວບັນດາເຜົ່າໂດຍສະເພາະປະຊາຊົນແຂວງບໍ່ແກ້ວ ໃຫ້ມີລາສີໂດດເດັ່ນກວ່າເກົ່າ. ໂດຍໄດ້ຮັບການ ອຸປະຖຳ ຈາກ ທ່ານ ນາງ ບຸນຖະໜອມ ນາມມະວົງ ຄອບຄົວຂອງທ່ານເຈົ້າແຂວງບໍ່ແກ້ວ. ໃນມູນຄ່າ 20 ລ້ານກີບ.
ພາບ-ຂ່າວ: ຄຳພັນ ແກ້ວມະນີ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com