Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້ ທ່ານ ວັນໄຊ ຟອງສະຫວັນ ຮັກສາການເຈົ້າແຂວງຄຳມ່ວນ ໄດ້ລົງພົບປະ ແລະ ໂອ້ລົມພະນັກງານການນຳໃນທົ່ວເມືອງທ່າແຂກ ໂດຍມີທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ພ້ອມດ້ວຍການນຳຂັ້ນຕ່າງໆ ແລະ ບັນດານາຍບ້ານໃນທົ່ວເມືອງທ່າແຂກເຂົ້າຮ່ວມ.
ທ່ານ ແກ້ວລັນດອນ ຈັນ ທະປານີ ໄດ້ລາຍງານກ່ຽວກັບສະພາບ ຈຸດພິເສດ ລວມເຖິງການຊີ້ນຳ-ນຳພາຮອບດ້ານໃນໄລຍະຜ່ານມາ ຊຶ່ງຄະນະນຳແຕ່ລະຂັ້ນແມ່ນໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເພື່ອຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ຂຸດ ຄົ້ນ ແລະ ນຳໃຊ້ທ່າແຮງບົ່ມ ຊ້ອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງເງື່ອນ ໄຂດຶງດູດການຊ່ວຍເຫຼືອ,ການ ລົງທຶນ ທັງພາຍໃນ ແລະ ຕ່າງ ປະເທດເຮັດໃຫ້ເມືອງທ່າແຂກ ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະທາງດ້ານເສດ ຖະກິດ, ວັດທະນະທຳ-ສັງຄົມ, ການແກ້ໄຂຄວາມທຸກຍາກ ແລະ ອື່ນໆ.
ໂອກາດດັ່ງກ່າວ ທ່ານ ວັນໄຊ ຟອງສະຫວັນ ຮັກສາການເຈົ້າແຂວງຄຳມ່ວນ ກໍໄດ້ ໂອ້ລົມຕໍ່ຄະນະນຳຂັ້ນເມືອງ ໃຫ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວ ຄິດໃຫ້ແກ່ສະມາຊິກພັກ-ພະ ນັກງານໃຫ້ມີສະຕິ ແລະ ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີວຽກງານກໍ່ສ້າງພັກ-ພະນັກງານໃຫ້ຫັນເຂົ້າສູ່ຄຸນນະພາບຫຼາຍຂຶ້ນ, ເອົາໃຈໃສ່ເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຢ່າງຮອບດ້ານ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຂຸດຄົ້ນ ພ້ອມທັງເສີມຂະຫຍາຍທາງດ້ານທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຂອງເມືອງໃນການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວ ພ້ອມທັງສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ທາງດ້ານການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຫຼາຍຂຶ້ນ ຕິດພັນກັບການສ້າງຖານລາຍຮັບທີ່ໝັ້ນຄົງ ແລະ ຖາວອນ, ສຸມໃສ່ແກ້ໄຂ, ປັບປຸງ ແລະ ພັດທະນາທາງດ້ານການທ່ອງທ່ຽວ ແລະ ການປັບປຸງຂອດການບໍລິການ ເພື່ອດຶງດູດນັກທ່ອງທ່ຽວ ພ້ອມທັງເອົາໃຈໃສ່ຄຸ້ມຄອງວຽກງານຊາຍແດນໃຫ້ມີຄວາມສະຫງົບ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຊົນໄດ້ມີການພົວພັນແລກປ່ຽນຊື້-ຂາຍ ສິນຄ້າຢ່າງເປັນປົກກະຕິ ບົນພື້ນຖານຄວາມຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ສຸມໃສ່ພັດທະນາເມືອງທ່າແຂກໃຫ້ເປັນໃຈກາງ ທາງດ້ານເສດຖະກິດ, ວັດທະ ນະທຳ-ສັງຄົມ ຕາມວິໄສທັດ ເປັນເມືອງທ່ອງທ່ຽວ, ສະອາດ, ສີຂຽວ ແລະ ເປັນເມືອງທີ່ໜ້າຢູ່.
(ຂ່າວ: ກອງຄຳ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com