Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະມາຊິກສະພາແຫ່ງຊາດ ສສຊ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຊຶ່ງນໍາໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍສະພາແຫ່ງຊາດ, ສສຊ ເຂດ 1 ນະຄອນຫຼວງວຽງຈັນ ຢ້ຽມຢາມບໍລິສັດວິສະວະກໍາທາງລົດໄຟເລກ 2 ສປ ຈີນ ບ້ານສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ເພື່ອຕິດຕາມກວດກາຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານທູດເສດຖະກິດ ສປ ຈີນ ປະຈໍາລາວ, ຜູ້ອໍານວຍການໃຫຍ່ບໍລິສັດວິສະວະກໍາທາງລົດໄຟເລກ 2, ໃນວັນທີ 14 ພະຈິກ ຜ່ານມາ.
ໃນໂອກາດດັ່ງກ່າວ, ສສຊ ໄດ້ຮັບຟັງການລາຍງານຄວາມຄືບໜ້າການກໍ່ສ້າງເສັ້ນທາງລົດໄຟ ຊຶ່ງມາຮອດປັດຈຸບັນການກໍ່ສ້າງສໍາເລັດແລ້ວ 80% ໃນນີ້ແບ່ງເປັນໜ້າວຽກຕ່າງໆຄື: ວຽກວາງຂາງຂົວ ກວມຫຼາຍກວ່າ 95%, ວາງລາງລົດໄຟຄືບໜ້າ 56%, ກໍ່ສ້າງສະຖານີຄືບໜ້າ 21% ແລະ ວຽກງານອື່ນໆ.
ໂອກາດນີ້, ທ່ານ ສາຍ ທອງ ແກ້ວດວງດີ ຕາງໜ້າໃຫ້ກັບຄະນະຜູ້ແທນ ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານທຸກໆຄົນ ລວມທັງພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ໃນການປະ ຕິບັດໜ້າທີ່ຢ່າງແຂງແຮງ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນສູງ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະປຸກລະດົມປວງຊົນຊາວ ນວ ກໍຄື ປວງຊົນລາວ ໃຫ້ການຮ່ວມມືກັບໂຄງການກໍ່ສ້າງຢ່າງຈິງຈັງ ໂດຍສະເພາະ ໃນການປົກປັກຮັກສາເສັ້ນທາງລົດໄຟ, ປ້ອງກັນບໍ່ໃຫ້ສັດລ້ຽງເຂົ້າໄປໃນບໍລິເວນລົດໄຟແລ່ນຜ່ານ ເພື່ອຄວາມປອດໄພ ແລະ ປ້ອງກັນອຸບັດເຫດ.
ໂຄງການກໍ່ສ້າງດັ່ງກ່າວ, ເລີ່ມມາແຕ່ວັນທີ 25 ທັນວາ 2016, ໄລຍະກໍ່ສ້າງ 5 ປີ ແລະ ຈະເປີດນໍາໃຊ້ທ້າຍປີ 2021, ນໍາໃຊ້ງົບປະມານໃນການກໍ່ສ້າງທັງໝົດ 37.400 ຕື້ຢວນ, ການກໍ່ສ້າງແບ່ງອອກເປັນ 2 ໄລຍະຄື: ແຕ່ຢຸ່ຍຊື ຫາບໍ່ຫ່ານ ມີຄວາມຍາວ 509 ກິໂລແມັດ, ແຕ່ບໍ່ເຕ່ນ ຫາ ນວ ຍາວ 422 ກິໂລແມັດ, ຖືກອອກແບບດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ມີ 32 ສະຖານີ ຊຶ່ງເປັນໂຄງການບຸລິມະສິດທໍາອິດ ພາຍໃຕ້ຫົວຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ກາຍເປັນສັນຍາລັກແຫ່ງການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຈີນ. ນອກຈາກນັ້ນ ຄະນະຜູ້ແທນຍັງໄດ້ໄປຢ້ຽມຊົມຫ້ອງເຊື່ອມຈອດລາງລົດໄຟ, ເຂດເກັບມ້ຽນລາງລົດໄຟ ແລະ ຂີ່ລົດໄຟໃນຂະບວນທົດລອງເພື່ອຊົມທັດສະນິຍະພາບລະຫວ່າງສອງຟາກທາງຂອງໂຄງການກໍ່ສ້າງທາງລົດໄຟອີກດ້ວຍ.
(ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com