Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ III ຂອງຕົນຂຶ້ນໃນວັນທີ 17 ພະຈິກນີ້, ທີ່ໂຮງແຮມແລນມາກ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງ ອຸດສາຫະກຳ-ການຄ້າ, ມີສະຫາຍນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາແຂກຖຶກເຊີນ, ສະມາຄົມຕ່າງໆຕະຫຼອດເຖິງສະມາຊິກທີ່ເປັນຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ກ່າວວ່າ: ກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ພ້ອມກັນຄົ້ນຄ້ວາປະກອບຄໍາຄິດເຫັນເພື່ອຮັບຮອງເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ II ຂອງສະມາຄົມນັກທຸລະກິດແມ່ຍິງ, ຈຸດດີທີ່ເປັນທ່າແຮງຂອງສະມາຄົມນັກທຸລະກິດແມ່ຍິງທີ່ຄວນຈະໄດ້ເສີມຂະຫຍາຍເຂົ້າໃນການເຄື່ອນໄຫວກິດຈະກໍາຕ່າງໆຂອງສະມາຄົມ ພ້ອມນີ້ ຍັງໄດ້ພ້ອມກັນຕີລາຄາຢ່າງພາວະວິໄສຕໍ່ກັບຂໍ້ຄົງຄ້າງທີ່ເປັນອຸປະສັກຢູ່ໃນສະມາຄົມໃນ 5 ປີ ຜ່ານມາ (2015-2020) ເພື່ອຊອກຫາສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການນໍາພາໃນຜ່ານມາເພື່ອພ້ອມກັນສູ້ຊົນ ແລະ ກໍານົດທິດທາງ 5 ປີຕໍ່ໜ້າ (2021-2025), ກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງຕາມດໍາລັດໃໝ່ຂອງລັດຖະບານ, ໃນພິທີໄດ້ມີການມອບຫຼຽນໄຊແຮງງານຊັ້ນ I ໃຫ້ສະມາຄົມ ນັກທຸລະກິດແມ່ຍິງ, ມອບຫຼຽນໄຊແຮງງານຊັ້ນ I ໃຫ້ປະທານສະມາຄົມ, ມອບຫຼຽນໄຊແຮງງານຊັ້ນ II ໃຫ້ຮອງປະທານສະມາຄົມຈໍານວນ 2 ທ່ານ, ມອບຫຼຽນໄຊແຮງງານຊັ້ນ III ໃຫ້ຄະນະບໍລິຫານງານສະມາຄົມຈຳນວນ 7 ສະຫາຍ ທີ່ໄດ້ຊີ້ນຳໆພາປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດໄລຍະຜ່ານມາ, ຈາກນັ້ນຍັງໄດ້ມອບຫຼຽນກາແຮງງານໃຫ້ສະມາຊິກສະມາຄົມຈຳນວນ 11 ສະຫາຍ, ມອບໃບຍ້ອງຍໍຂັ້ນລັດຖະບານຈຳນວນ 16 ສະຫາຍ, ໃບຍ້ອງຍໍ ກະຊວງອຸດສາຫະກຳ-ການຄ້າ 26 ສະຫາຍ, ມອບໃບຍ້ອງຍໍຂອງສະມາຄົມ ຈຳນວນ 22 ສະຫາຍ ແລະ ໃບກຽດຕິຄຸນໃຫ້ແກ່ສະມາຊິກທີ່ມີຜົນງານຕື່ມອີກ.
ພ້ອມນັ້ນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານ ງານສະມາຄົມນັກທຸລະກິດແມ່ຍິງຊຸດ
ໃໝ່ຊຶ່ງມີຜູ້ສະໝັກ 12 ສະຫາຍ ເລືອກເອົາ 9 ສະຫາຍ, ຜົນກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາສະຫາຍ ນາງ ຈັນທະຈອນ ວົງໄຊ ເປັນປະທານ ສທຍ ອີກສະໄໝ, ເລືອກເອົາສະຫາຍນາງ ສິຣິຄູນ ພູມລາວັນ ແລະ ສະຫາຍນາງ ດາລີວັນ ສິດພະໄຊ ເປັນຮອງປະທານ ສທຍ, ເລືອກເອົາສະຫາຍນາງ ສີວິໄຊ ທັມມະລັງສີ ເປັນປະທານກວດກາ ຈາກນັ້ນຍັງມີກຳມະການກວດກາຂອງ ສທຍ ພ້ອມນັ້ນກອງປະຊຸມຍັງໄດ້ເລືອກຕັ້ງເອົາ 10 ສະຫາຍເປັນປະທານ ແລະ ຄະນະທີ່ປຶກສາ ຂອງ ສທຍ ເພື່ອສືບຕໍ່ຊີ້ນໍາ ນໍາພາ ເປັນອີກກໍາລັງແຮງໜຶ່ງໃນການຊ່ວຍພັດທະນາ ສທຍ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວ ໆ .
ໃນໂອກາດນີ້, ສະຫາຍນາງ ເຂັມມະນີ ພົນເສນາ ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະ ສທຍ ຊຸດໃໝ່ເອົາໃຈໃສ່ນໍາພາສະມາຊິກປະຕິບັດຕາມພາລະບົດບາດ, ໜ້າທີ່, ຕາມດຳລັດໃໝ່ຂອງລັດຖະບານ ພ້ອມກັນພັດທະນານັກທຸລະກິດແມ່ຍິງໃນສາຂາອາຊີບຕ່າງ ໆ ໃຫ້ມີຄວາມຮູ້, ມີຄວາມສາມາດທາງດ້ານເຕັກນິກ-ວິທະຍາສາດ, ມີຄວາມຊຳນານດ້ານສີມືແຮງງານສາມາດເຂົ້າຮ່ວມແລກປ່ຽນທຸລະກິດໃນຍຸກດີຈິຕອນຮ່ວມກັບປະຊາຄົມອາຊຽນທີ່ເອີ້ນວ່າ: ນິວນໍມໍ, ສືບຕໍ່ພັດທະນາສະມາຄົມນັກທຸລະກິດແມ່ຍິງໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຮັ່ງມີຍິ່ງໆຂຶ້ນ.
ຂ່າວ: ພູວັນ, ພາບ: ຍຸພິນທອງ
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com