Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສຸດຍອດສື່ມວນຊົນ 2020 ໃນຂອບເຂດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຜ່ານທາງອອນລາຍ (LMC Media Online) ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ ທີ່ສໍານັກງານໜັງສືພິມພາ ສາຕ່າງປະເທດ ພາຍໃຕ້ຫົວ ຂໍ້ “ເພີ່ມທະວີການຮ່ວມມືກັນຕ້ານການແຜ່ລະບາດພະຍາດອັກເສບປອດໂຄວິດ-19 ແລະ ຟື້ນຟູເສດຖະກິດ” ໂດຍການເປັນປະທານຂອງທ່ານ ຖົວ ເຈີນ ປະທານໜັງສືພິມປະຊາຊົນລາຍວັນຈີນ; ມີບັນດາທ່ານຜູ້ ຕາງໜ້າສື່ມວນຊົນຈາກ 6 ປະ ເທດປະກອບມີລາວ, ຈີນ, ຫວຽດ ນາມ, ກໍາປູເຈຍ, ໄທ ແລະ ມຽນມາ ຊຶ່ງສື່ມວນຊົນ ສປປ ລາວ ແມ່ນນໍາໂດຍທ່ານ ໂພສີ ແກ້ວມະນີວົງ ຜູ້ອໍານວຍການ ໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ; ທ່ານ ທອງຫຼໍ່ ດວງສະຫວັນ ຫົວໜ້າບັນນາ ທິການໜັງສືພິມພາສາຕ່າງປະ ເທດ ແລະ ສື່ຈາກຫຼາຍພາກ ສ່ວນເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນການສົນທະນາປະກອບຄໍາຄິດຄໍາເຫັນກ່ຽວກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງ ຍາກຫຼາຍຕໍ່ການພັດທະນາ ເສດຖະກິດທົ່ວໂລກ ແລະ ເຮັດໃຫ້ເກີດຄວາມປ່ຽນແປງຫຼາຍຢ່າງຕໍ່ກັບວິຖີການດໍາລົງຊີວິດຂອງສັງຄົມ ລວມເຖິງການເຮັດວຽກຂອງສື່ມວນຊົນ. ສໍາລັບຢູ່ ສປປ ລາວ, ນັບຕັ້ງແຕ່ເລີ່ມມີການລະບາດຂອງພະຍາດ COVID-19 ໃນທ້າຍປີ 2019 ເປັນຕົ້ນມາ, ລັດຖະບານໄດ້ຊີ້ນໍາຢ່າງໃກ້ຊິດເປັນພິເສດຕໍ່ການສະກັດກັ້ນ ແລະ ປ້ອງກັນ ພະຍາດດັ່ງກ່າວ ໂດຍໄດ້ແຕ່ງ ຕັ້ງຄະນະສະເພາະກິດຂຶ້ນໃນເດືອນມັງກອນ ປີ 2020 ເພື່ອ ຕິດຕາມ, ປະເມີນ ແລະ ວາງ ມາດຕະການປ້ອງກັນພະຍາດ ດັ່ງກ່າວ. ຈົນມາຮອດວັນທີ 24 ມີນາ 2020 ລາວກວດພົບຜູ້ຕິດເຊື້ອພະຍາດ COVID-19 ຈໍານວນ 2 ຄົນທໍາອິດ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຈິ່ງອອກຄໍາສັ່ງເລກທີ 06, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ທີ່ໄດ້ກໍານົດຫຼາຍ ມາດຕະການເຂັ້ມງວດທີ່ສຸດ ເປັນຕົ້ນ ປິດປະເທດ, ໂຈະກິດຈະກໍາທີ່ມີຄົນເຕົ້າໂຮມຫຼາຍ, ປິດສະຖານການສຶກສາ, ປິດສະຖານບັນເທີງ, ຫ້າມປະຊາ ຊົນອອກຈາກທີ່ພັກອາໄສ, ຍົກເວັ້ນກໍລະນີຈໍາເປັນ ແລະ ອື່ນໆ. ຫຼັງຈາກນັ້ນຄໍາສັ່ງດັ່ງ ກ່າວ ໄດ້ຮັບການຜ່ອນຜັນເປັນແຕ່ລະໄລຍະພາຍຫຼັງທີ່ລາວສາ ມາດຄວບຄຸມການລະບາດຂອງພະຍາດ COVID-19 ໄດ້.ເຖິງຢ່າງໃດກໍຕາມລັດຖະບານໄດ້ສືບຕໍ່ວາງນະໂຍບາຍ ແລະ ແນວທາງຕ່າງໆຢ່າງເໝາະສົມ ແລະ ທັນການ ເພື່ອຮັບປະ ກັນສະຖຽນລະພາບດ້ານການ ເມືອງ, ສັງຄົມມີຄວາມສະຫງົບແລະ ຄວາມເປັນລະບຽບຮຽບ ຮ້ອຍ, ສ້າງເງື່ອນໄຂສະດວກ ໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດບາງຂະ ແໜງການສືບຕໍ່ມີການຂະ ຫຍາຍຕົວ ເປັນຕົ້ນການລົງທຶນໃນໂຄງການຂະໜາດໃຫຍ່ຈໍາ ນວນໜຶ່ງມີການດໍາເນີນໄປຕາມແຜນທີ່ໄດ້ກໍານົດໄວ້ເຊັ່ນ: ໂຄງການຂຸດຄົ້ນແຮ່ທາດ, ພະ ລັງງານໄຟຟ້າ, ໂຄງການທາງລົດໄຟລາວ-ຈີນ,ໂຄງການທາງ ດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແລະ ອື່ນໆ. ພ້ອມໆກັບການນໍາສະເໜີສະພາບການພັດທະນາປະເທດ, ດ້ວຍບົດບາດຂອງສື່ມວນຊົນໄດ້ຕິດ ຕາມ ແລະ ນໍາສະເໜີສະພາບການຕ່າງໆທີ່ກ່ຽວຂ້ອງກັບການ ລະບາດຂອງພະຍາດໂຄ ວິດ-19 ທັງພາຍໃນ ແລະ ຕ່າງ ປະເທດຢ່າງໃກ້ຊິດ ໂດຍສະ ເພາະແຜນປະຕິບັດງານຂອງລັດຖະບານກ່ຽວກັບການກຽມຄວາມພ້ອມ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນທົ່ວປະເທດ. ພ້ອມທັງນຳສະເໜີ ຂໍ້ມູນກ່ຽວກັບການກະກຽມ ຄວາມພ້ອມດ້ານຕ່າງໆ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນເຝົ້າ ລະວັງເພື່ອຕອບໂຕ້ການລະ ບາດຂອງພະຍາດໂຄວິດ-19 ແລະ ແຜນຟື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານເພື່ອໃຫ້ທຸກຄົນໄດ້ປັບຕົວໃຫ້ເຂົ້າກັບການດໍາລົງຊີວິດແບບໃໝ່, ການເຮັດວຽກແບບໃໝ່, ການປະກອບທຸລະກິດຕາມວິຖີການດໍາລົງຊີວິດແບບໃໝ່, ສ້າງຄວາມໝັ້ນໃຈໃຫ້ກັບທຸກຄົນໃນການດໍາລົງຊີວິດ; ເມື່ອສັງຄົມມີຄວາມສະຫງົບທຸກຄົນກໍມີຄວາມພ້ອມທີ່ປະກອບສ່ວນເຂົ້າໃນການຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ. ທັງໝົດນີ້ຄືພາລະ ແລະ ໜ້າທີ່ຂອງສື່ມວນ ຊົນລາວທີ່ຈະຕ້ອງປະຕິບັດທັງໃນປັດຈຸບັນ ແລະ ສະເພາະໜ້າພ້ອມດຽວກັນນັ້ນກໍສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບສື່ມວນຊົນສາກົນໃນການ ແລກປ່ຽນຂໍ້ມູນຂ່າວສານຢ່າງ ຮອບດ້ານ ແລະ ມີປະສິດທິຜົນເພື່ອພ້ອມກັນຂ້າມຜ່ານໄລຍະເວລາອັນຫຍຸ້ງຍາກໃນຄັ້ງນີ້.
(ຂ່າວ: ຍຸພິນ, ພາບ: ສໍານານ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com