Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຊຽງຂວາງແມ່ນໜຶ່ງໃນບັນດາແຂວງພາກເໜືອຂອງລາວທີ່ມີດິນຟ້າອາກາດເຢັນສະບາຍຕະຫຼອດປີ. ທັງນີ້ກໍ ຍ້ອນມີສາຍລົມເຢັນພັດຜ່ານທຸກລະດູການ, ເປັນເຂດພູຜາປ່າໄມ້ ແລະ ເປັນພູພຽງທົ່ງຫຍ້າທີ່ສວຍສົດງົດງາມໜ້າຈັບໃຈ, ຊຽງຂວາງແມ່ນດິນແດນປະ ຫວັດສາດທີ່ລືຊາມີມາເປັນເວລາດົນນານໃນຖານະທີ່ ເປັນຣາຊະທານີທີ່ຈະເລີນຮຸ່ງເຮືອງຂອງຊາວພວນໃນອະດີດແຫ່ງສັກດີນາກະແຈກກະຈາຍບໍ່ທັນ ລວມສູນ ແລະ ເຄີຍເປັນສະໝໍ ລະພູມທີ່ດຸເດືອດໃນສະໄໝຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ແມ່ນໜຶ່ງໃນບັນດາແຂວງທີ່ຖືກສົງຄາມທຳລາຍຢ່າງໜັກ ໜ່ວງອັນໄດ້ສູນເສຍຊີວິດຊັບສິນຂອງພີ່ນ້ອງຊາວພວນກໍຄືປະຊາຊົນລາວບັນດາເຜົ່າຈົນບໍ່ສາມາດພັນລະນານັບໄດ້.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນປີ 1975 ມາເຖິງປັດຈຸບັນນີ້, ຊາວພວນກໍຄືປະຊາຊົນບັນດາເຜົ່າໃນແຂວງຊຽງຂວາງພາຍໃຕ້ການ ນຳພາຂອງພັກ ແລະ ລັດຖະ ບານກໍໄດ້ຟື້ນຟູຊີວິດໃໝ່ ແລະ ມີການພັດທະນາຢ່າງກ້າວກະ ໂດດຈາກສະໝໍລະພູມທີ່ເປັນຊາກສະຫຼັກຫັກພັງໃນເມື່ອກ່ອນໄດ້ກາຍເປັນຕົວເມືອງໃໝ່ ທີ່ນັບມື້ທັນສະໄໝ ແລະ ກ້າວ ໜ້າ, ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການປັບປຸງດີຂຶ້ນ ຕາມລຳດັບໂດຍສະເພາະແມ່ນ ໂພນສະຫວັນທີ່ເປັນເທດສະ ບານຂອງແຂວງທີ່ມີພະເຈົ້າອົງຫຼວງ ມີທົ່ງໄຫຫີນທີ່ລືຊື່ໄດ້ ກາຍເປັນມໍລະດົກໂລກໄປ ແລ້ວ ແລະ ມີພື້ນຖານໂຄງລ່າງທີ່ສະດວກສະບາຍ ຊຶ່ງເຮັດໃຫ້ຊຽງຂວາງມີໃບໜ້າໃໝ່ທີ່ສວຍງາມເປັນໜ້າທ່ຽວຊົມ ແລະ ພັກຜ່ອນໃຈຫາອັນປຽບບໍ່ໄດ້.
ພາຍໃຕ້ໂຄງການລາວທ່ຽວ ລາວນີ້, ຊຽງຂວາງໄດ້ພັດທະ ນາແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ທຸກຄົນໃຫ້ຄວາມສົນໃຈ ໂດຍ ສະເພາະແມ່ນແຫຼ່ງທ່ອງທ່ຽວ ທາງດ້ານປະຫວັດສາດວັດຖຸ ບູຮານທົ່ງໄຫຫີນ, ພະເຈົ້າອົງຫຼວງ ແຫຼ່ງທ່ອງທ່ຽວທຳມະຊາດ ບໍ່ນໍ້າຮ້ອນເມືອງຄຳ, ແຫຼ່ງທ່ອງທ່ຽວປະຫວັດສາດສົງຄາມອັນ ໂສກເສົ້າໃນຖໍ້າປີວ ເມືອງຄໍາ. ແຕ່ອັນໂດດເດັ່ນທີ່ສຸດໃນປັດ ຈຸບັນແມ່ນການຟື້ນຟູແຫຼ່ງທ່ອງ ທ່ຽວທາງດ້ານການປະຕິສັງ ຂອນວັດວາອາຮາມທີ່ເກົ່າແກ່ທີ່ ຖືກສົງຄາມທຳລາຍ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງໃນເຂດປະ ຫວັດສາດເມືອງເກົ່າອັນຍາວ ນານຂອງອະດີດຣາຊະທານີ ເມືອງພວນ ກໍຄືເມືອງຄູນໃນປັດຈຸບັນ. ເມືອງຄູນໃນປະຫວັດ ສາດແມ່ນນະຄອນຊຽງຂວາງຂອງອານາຈັກພວນໃນຣາຊະການຂອງພະເຈົ້າ ລ້ານຊ້າງຄຳກອງໃນ ປີ 1372, ພະອົງໄດ້ນຳ ເອົາພະພຸດທະສາສະໜາ ແລະ ພະພຸດທະຮູບທອງ 1 ອົງ, ຈາກເມືອງຫົງສາວະດີ ແລະ ເຄື່ອງຄໍ້າຂອງຄູນ ຂອງພີ່ນ້ອງຊາວພວນມາສະຖິດໄວ້ໃນດິນແດນແຫ່ງນີ້ຈົນໄດ້ສັນຍານາມວ່າເມືອງຄູນຈົນຮອດທຸກວັນນີ້. ທັງໝົດນັ້ນ, ໄດ້ເຮັດໃຫ້ເມືອງ ຄູນ ໃນອະດີດຈະເລີນຮຸ່ງເຮືອງ ເຫຼືອງເຫຼື້ອມຫາອັນປຽບບໍ່ໄດ້ ແຕ່ກໍໜ້າເສຍດາຍໃນສົງຄາມຍາດແຍ່ງເຂດນໍ້າແດນດິນລະ ຫວ່າງສັກດີນາພາຍໃນ ແລະ ຕ່າງດ້າວໄດ້ເຮັດໃຫ້ຣາຊະທາ ນີພວນຖືກທຳລາຍ ແລະ ຍາດແຍ່ງເຄື່ອງຄໍ້າຂອງຄູນໄປເຮັດໃຫ້ນະຄອນແຫ່ງນີ້ເສົ້າໝອງລົງ, ຊາວພວນສ່ວນໃຫຍ່ຖືກກວາດຕ້ອນໄປຢູ່ສະຫຍາມ ແລະ ສ່ວນໜຶ່ງກໍອົບພະຍົບລົງມາຢູ່ ວຽງຈັນ. ອັນຮ້າຍແຮງທີ່ສຸດ ແມ່ນມາເຖິງປີ 1960 ສົງຄາມທຳລາຍຂອງຈັກກະພັດອາເມຣິກາໄດ້ເລີ່ມຂຶ້ນ ແລະ ແກ່ຍາວມາ ເຖິງປີ 1973 ຊຽງຂວາງກໍຄືຣາ ຊະທານີພວນໃນອະດີດໄດ້ ກາຍເປັນສະໝໍລະພູມທີ່ດຸ ເດືອດຂ້ຽວຂາດໃນການຕໍ່ສູ້ລະ ຫວ່າງກຳລັງແນວລາວຮັກຊາດ ແລະ ກຳລັງເປັນກາງຮັກຊາດຕ້ານຈັກກະພັດອາເມຣິກາຜູ້ຮຸກຮານ ຊຶ່ງເຮັດໃຫ້ບ້ານເມືອງຕົກ ຢູ່ໃນສະພາບບ້ານແຕກສະແຫຼກ ຂາດ, ຊີວິດຊັບສິນເຮືອນຊານບ້ານຊ່ອງຖືກເຜົາຜານວາຍວອດ, ຂ້າກ້ຽງ, ຈູດກ້ຽງ ແລະ ດັບກ້ຽງ, ຊີວິດທີ່ເຫຼືອຕາຍກໍ ຖືກອົບພະຍົບລົບໄພແບບລົມມີດຕັດພັດໄປຄົນລະແຈ ລົມມີດແຖພັດໄປຄົນລະກໍ້າ ຈົນວ່າປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວຈໍານວນໜຶ່ງ ຈຶ່ງໄດ້ກັບຕ່າວຄືນມາບ້ານເກີດເມືອງນອນຂອງຕົນ ແລະ ມາຟື້ນຟູຊີວິດຄືນໃໝ່ທຸກຢ່າງທີ່ຂາດຫາຍໄປໃຫ້ຄ່ອຍໆກັບຄືນມາຢູ່ໃນສະພາບເດີມ ແລະ ດີກວ່າເກົ່າ. ໃນນັ້ນ, ແມ່ນການປະຕິສັງຂອນ ແລະ ສ້າງວັດວາ-ສາສະໜາ ໃຫ້ຈະເລີນກ້າວໜ້າຄືດັ່ງທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ.
ມາເຖິງປີ 1990 ທ່ານ ພູມີ ວົງວິຈິດ ຜູ້ນຳທີ່ແສນເຄົາລົບ ຂອງຊາວຊຽງຂວາງ ເວົ້າສະ ເພາະ ເວົ້າລວມກໍຄືຊາວລາວທັງມວນ ພ້ອມດ້ວຍ ພະອາຈານຈາລຸຸນ ກຳມະການ ໃນຄະນະອົງການພຸດທະສາສະໜາສູນກາງ (ອພສ) ແລະ ພະອາຈານ ເມກ ໄດ້ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາທັງຫຼາຍໄປສົມທົບກັບອຳນາດການປົກຄອງແຂວງຊຽງຂວາງ ແລະ ອຳນາດການປົກຄອງເມືອງຄູນກໍຄືປະຊາຊົນແຂວງຊຽງຂວາງໄດ້ປະຕິສັງຂອນ ພັດທະສິມມາພະພຸດທະຮູບອົງຕື້ຢູ່ວັດສີພົມ ເມືອງຄູນເປັນແຫຼ່ງທຳອິດຂອງແຂວງຊຽງຂວາງຄືນໃໝ່ ແລະ ສຳເລັດໃນປີ 1992, ຕໍ່ມາໃນປີ 2015 ໄດ້ປະຕິສັງຂອນຫໍລວມ 12 ຫໍຫຼັກເມືອງຄືນໃໝ່, ໃນປີ 2018 ໄດ້ຮັບທຶນຈາກອົງການມໍລະດົກໂລກ, ອົງການສຶກສາ ແລະ ວິ ທະຍາສາດສະຫະປະຊາຊາດ (UNESCO) ປະຕິສັງຂອນພະທາດຝຸ່ນ ແລະ ແທ່ນພັດທະສິມມາວັດເພຍວັດໃນເມືອງຄູນຄືນໃໝ່.
ໃນຮູບພະທາດຫຼວງນີ້ກໍ ເໝືອນດັ່ງທາດຫຼວງຢູ່ນະ ຄອນ ຫຼວງວຽງຈັນ ມີ 30 ປາຣະມີທາດນ້ອຍລຽນລ້ອມຢູ່ຊອນ ລອນ, ສ່ວນທັງສີ່ດ້ານກໍມີປະຕູເຂົ້າທີ່ມີມຸກຫຼັງຄາປະດັບຢ່າງສວຍງາມສະດຸດຕາ.
ປັດຈຸບັນນີ້, ທາງຄະນະຟື້ນ ຟູ ແລະ ປະຕິສັງຂອນວັດວາ-ສາສະໜາເມືອງຄູນຍັງສືບຕໍ່ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາ ເພື່ອສົມທົບແຫຼ່ງທຶນ ທີ່ມີແລ້ວ ເພື່ອປະຕິສັງຂອນພະ ທາດຫຼວງ (ພະທາດແປດຫຼ່ຽມ) ແລະ ພັດທະສິມມາຢູ່ວັດທາດ ຫຼວງ ບ້ານນາໄຊທີ່ກຳລັງກໍ່ສ້າງຢູ່, ພະທາດຈອມເພັດ ຢູ່ເທິງພູຈອມເພັດເທດສະບານເມືອງ ຄູນ ແຂວງຊຽງຂວາງ ໂດຍມີເຈົ້າ ມູນລະສັດທາຄື ທ່ານ ສູນທອນ ພົມມະຈັກ ພ້ອມດ້ວຍຄອບຄົວ, ເຈົ້າມູນລະສັດທາທາງດ້ານທຶນຮອນ ເພື່ອປະຕິສັງຂອນ ແລະ ສືບຕໍ່ສ້າງໃໝ່ນີ້ມາເຖິງປັດ ຈຸບັນກໍເຫັນວ່າຍັງບໍ່ທັນພຽງພໍ ເທື່ອ ຖ້າຜູ້ໃດຫາກມີຈິດໃຈໃສສັດທາເຫຼື້ອມໃສໃນພະພຸດທະສາສະໜາທີ່ຢາກປະ ກອບສ່ວນເຮັດບຸນສິນຮ່ວມເຈົ້າມູນລະສັດທາໃນຄັ້ງນີ້, ທາງຄະນະກໍມີຄວາມຍິນດີເປັນຢ່າງຍິ່ງ. ຄາດວ່າ ພະທາດຫຼວງແປດ ຫ່ຼຽມເມືອງຄູນຈະສ້າງໃຫ້ສຳເລັດໃນໄວໆນີ້ ຕາມລະດັບຄາດໝາຍ.
ເຖິງຢ່າງໃດກໍດີ, ການຟື້ນຟູ ແລະ ປະຕິສັງຂອນວັດວາ-ສາ ສະໜາຢູ່ເມືອງຄູນຄື: ພັດທະສິມມາຢູ່ວັດທາດຫຼວງບ້ານນາ ໄຊ, ພະທາດຈອມເພັດຢູ່ເທິງ ພູຈອມເພັດທີ່ສູງສະຫງ່າແຫ່ງເທດສະບານເມືອງຄູນແຂວງຊຽງຂວາງໃນຄັ້ງນີ້ ບໍ່ພຽງແຕ່ຈະເປັນມໍລະດົກຕົກທອດທາງ ດ້ານວັດຖຸບູຮານພຸດທະສາ ສະໜາໃຫ້ລູກຫຼານຊາວພວນໃນອະນາຄົດອັນຍາວນານເທົ່າ ນັ້ນ ແຕ່ຫາກຍັງເປັນສິ່ງປະດັບເອ້ສັນຍາລັກທີ່ມີຄວາມໝາຍ ບົ່ງບອກເຖິງຈິດໃຈອ່ອນນ້ອມ ໂອບເອື້ອອາລີ ແລະ ຮັກແພງສາມັກຄີຢ່າງກວ້າງຂວາງຂອງຊາວພວນທີ່ເຄີຍມີມາແຕ່ດຶກດຳບັນໃນການຕ້ອນຮັບແຂກທາງໄກ ໄທທາງອື່ນທີ່ມາຢ້ຽມ ຢາມພີ່ນ້ອງເມືອງພວນຂອງເມືອງຄູນ ແຂວງຊຽງຂວາງ ຢ່າງເພື່ອນມິດສະຫາຍອ້າຍເອື້ອຍນ້ອງຢ່າງບໍ່ມີວັນຈືດຈາງໄດ້.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com