Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງແຜນການ ແລະ ການລົງທຶນໄດ້ຈັດພິທີປາຖະ ກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (2/12/ 1975-2/12/2020), ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຊື່ອມຊຶມມະຕິກອງປະ ຊຸມຄົບຄະນະ ຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກສະໄໝທີ X ຂຶ້ນໃນວັນທີ 1 ທັນວານີ້ ທີ່ກະຊວງດັ່ງກ່າວໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຮອງລັດ ຖະມົນຕີ, ພະນັກງານ-ສະມາ ຊິກພັກເຂົ້າຮ່ວມ.
ໃນພິທີທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຂຶ້ນປາຖະກະຖາວັນ ສະຖາປະນາ ສປປລາວ ຄົບ ຮອບ 45 ປີ ໂດຍທ່ານໄດ້ຍົກໃຫ້ເຫັນມູນເຊື້ອອັນສະຫງ່າອົງ ອາດແຫ່ງການຕໍ່ສູ້ຕ້ານການ ຮຸກຮານຂອງສັດຕູຈາກພາຍ ນອກ ແລະ ການສ້າງສາພັດທະ ນາປະເທດຊາດ ໂດຍສືບທອດມູນເຊື້ອອັນສະຫງ່າອົງອາດກ້າຫານຂອງບັນພະບູລຸດໃນ ເມື່ອກ່ອນຂອງປະຊາຊົນບັນ ດາເຜົ່າພາຍໃຕ້ການນຳພາ ຂອງພັກ ປະຊາຊົນ ປະຕິວັດລາວໄດ້ສາມັກຄີກັນຕໍ່ສູ້ຢ່າງພິ ລະອາດຫານຕ້ານການຮຸກຮານ ແລະ ແອກຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາເປັນ ປະເທດສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ໃນພິທີດັ່ງກ່າວ ທ່ານ ກິແກ້ວ ຈັນທະບູລີ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນກໍໄດ້ຂຶ້ນປາ ຖະກະຖາວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ໃຫ້ພະນັກງານ-ສະມາຊິກພັກສາມາດຮັບຮູ້, ເຂົ້າໃຈກ່ຽວກັບຊີວິດ ແລະ ການເຄື່ອນໄຫວຂອງເພິ່ນທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນພາລະກິດການຕໍ່ສູ້ກູ້ຊາດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ຊຶ່ງປະທານ ໄກສອນ ພົມວິຫານ ແມ່ນຜູ້ຮັກຊາດ, ຮັກການປະຕິວັດທີ່ຍິ່ງໃຫຍ່, ເປັນວິລະບູລຸດ, ຜູ້ນຳຂອງພັກ-ລັດທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ສະດຸ້ງໄວ ຊຶ່ງຄົນຮຸ່ນໜຸ່ມຕ້ອງໄດ້ຮາໍ່ຮຽນເອົາແບບຢ່າງດ້ານຄຸນສົມບັດ, ສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ແບບແຜນການດຳລົງຊີວິດ, ຄວາມຈົງຮັກພັກດີ, ຄວາມຊື່ສັດບໍລິສຸດ ແລະ ຄວາມເດັດດ່ຽວໜຽວແໜ້ນຂອງປະ ທານ ໄກສອນ ພົມວິຫານ ໃນການປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ ແລະ ກ້າວຂຶ້ນສັງຄົມນິຍົມຕາມເປົ້າໝາຍທີ່ວາງໄວ້, ຕໍ່ຈາກນັ້ນທ່ານ ສອນໄຊ ສີພັນດອນ ກໍໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເພື່ອໃຫ້ພະນັກງານ-ສະມາຊິກພັກ ກຳແໜ້ນເນື້ອໃນ, ຮູ້ຈຳແນກມິດ ແລະ ສັດຕູຕື່ມອີກ.
(ຂ່າວ-ພາບ : ສຸກສາຄອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com