Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໜ່ວຍຊາວໜຸ່ມຮາກຖານ ທະນາຄານສົ່ງເສີມກະສິກຳ ສາຂາ ແຂວງອັດຕະປື. ໄດ້ຈັດພິທີ ປະກາດ ມອບໃບຢັ້ງຢືນນາມມະຍົດ ເປັນໜ່ວຍຊາວໜຸ່ມ 4 ບຸກ ຄັ້ງທີ III ຕິດຕໍ່ກັນ ຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມທະນາຄານດັ່ງກ່າວ ໂດຍພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ໄຊລະຄອນ ອິນທິວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ສີວິໄຊ ສໍສາລະພູມ ຮອງຫົວໜ້າທະນາຄານສົ່ງເສີມກະສິກຳ ສາຂາ ແຂວງອັດຕະປື. ມີແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.
ໃນປະຊຸມ, ສະຫາຍ ນາງ ພຸດທະນົງ ແກ້ວພິຈິດ ເລຂາໜ່ວຍຊາວໜຸ່ມຮາກຖານ ທະນາຄານສົ່ງເສີມກະສິກຳ ສາຂາແຂວງອັດຕະປື ໄດ້ຜ່ານບົດສະຫຼຸບເພື່ອສັງເກດຕີລາຄາຄືນໃນການຈັດຕັ້ງປະຕິບັດແຜນສ້າງໜ່ວຍຊາວໜຸ່ມ 4 ບຸກ ໃນໄລຍະ 1 ປີຜ່ານມາ, ຜ່ານການປະເມີນຕົວຈິງສົມທຽບກັບມາດຖານໃນແຕ່ລະດ້ານສາມາດປະຕິບັດໄດ້ຄື: ດ້ານແນວຄິດບຸກໄດ້ 91,88%, ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນບຸກໄດ້ 91,66%, ດ້ານການປັບປຸງການຈັດຕັ້ງບຸກໄດ້ 92,24% ແລະ ດ້ານວິຊາຊີບ - ສ້າງວຽກເຮັດງານທຳບຸກໄດ້ 92,14% ຕໍ່ຜົນການປະເມີນຂອງແຕ່ລະດ້ານນັ້ນເຫັນວ່າໜ່ວຍສາມາດປະຕິບັດໄດ້ລື່ນຄາດໝາຍແຜນການທີ່ວາງໄວ້. ຈຶ່ງໄດ້ປະກາດມອບ-ຮັບໃບຢັ້ງຢືນນາມມະຍົດເປັນໜ່ວຍຊາວໜຸ່ມຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ. ຈາກນັ້ນ, ຄະນະໜ່ວຍ ຍັງໄດ້ຜ່ານທິດທາງແຜນການສືບຕໍ່ການສ້າງໜ່ວຍຊາວໜຸ່ມ 4 ບຸກ ໃນໜຶ່ງປີຕໍ່ໜ້າທີ່ຄະນະໜ່ວຍ ພ້ອມດ້ວຍສະມາຊິກຈະຕ້ອງໄດ້ສືບຕໍ່ຮັກສາມູນເຊື້ອໃຫ້ໜ່ວຍໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກ ໃນທຸກໆປີ. ນອກນັ້ນ, ກໍໄດ້ມອບໃບຢັ້ງຢືນເປັນໜ່ວຍຊາວໜຸ່ມ 4 ບຸກ ຄັ້ງທີ III ຕິດຕໍ່ກັນ, ມອບໃບຍ້ອງຍໍ 17 ສະຫາຍ, ຍິງ 11 ສະຫາຍ, ມອບໃບຊົມເຊີຍ 2 ສະຫາຍ.
ຂ່າວ: ຄຳດິດ ມຽງລາວັນ
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com