Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານລ້ຽງນໍ້າຊາພົບປະສັງສັນ ປະຈໍາປີ 2020 ຂຶ້ນໃນວັນທີ 4 ທັນວາ ຜ່ານມາ ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ໂດຍໄດ້ຮັບກຽດເປັນປະທານ ຂອງທ່ານນາງ ອາລຸນີ ກົມມະສິດ ພັນລະຍາທ່ານ ລັດຖະມົນຕີກະຊວງການຕ່າງ ປະເທດ ປະທານກິດຕິມະສັກ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຊຶ່ງມີບັນດາເອກອັກຄະລັດຖະທູດເພດຍິງ, ນັກການທູດເພດຍິງ, ພັນລະຍາທູຕານຸທູດ ປະຈໍາຢູ່ ສປປ ລາວ, ບັນດາພັນລະຍາຂອງຄະນະນໍາ ແລະ ຄະນະກົມ ພາຍໃນກະຊວງການຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນ 400 ທ່ານ.
ງານລ້ຽງນໍ້າຊາດັ່ງກ່າວ ແມ່ນງານພົບປະສັງສັນໂດຍປົກກະຕິ ທີ່ເປັນປະເພນີຈັດຂຶ້ນທຸກປີ ລະຫວ່າງ ວົງຄະນາຍາດ ນັກການທູດຍິງ ແລະ ພັນລະຍານັກການທູດ ຢູ່ ສປປ ລາວ ຊຶ່ງການຈັດງານຄັ້ງນີ້ ແມ່ນກິດຈະກຳເຄື່ອນໄຫວປະຈຳປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ເພື່ອພົບປະສັງສັນ, ທໍາຄວາມຮູ້ຈັກສະໜິດສະໜົມ, ເຕົ້າໂຮມຄວາມສາມັກຄີ ແລະ ແລກປ່ຽນວັດທະນະທໍາ ທາງດ້ານການສະແດງສິລະປະ, ການວາງສະແດງເຄື່ອງຫັດຖະກໍາ ແລະ ອາຫານທີ່ເປັນເອກະລັກຂອງຊາດ ລະຫວ່າງ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ ກໍຄື ພະນັກງານນັກການທູດເພດຍິງ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ນັກການທູດເພດຍິງ, ພັນລະຍາທູຕານຸທູດ ຂອງສໍານັກງານຜູ້ຕາງໜ້າຕ່າງປະເທດ ປະຈໍາຢູ່ ສປປ ລາວ.
ໃນພິທີ, ທ່ານນາງ ອາລຸນີ ກົມມະສິດ ໄດ້ຍົກໃຫ້ເຫັນບົດ ບາດຄວາມສໍາຄັນຂອງເອື້ອຍນ້ອງແມ່ຍິງ ໃນ ຂົງເຂດວຽກງານການຕ່າງ ປະເທດ ກໍຄືວຽກງານການທູດ ທັງຜູ້ຮັບຜິດຊອບວຽກງານການທູດໂດຍກົງ ແລະ ຜູ້ສະໜັບສະໜູນວຽກງານການທູດທາງອ້ອມ ພ້ອມທັງຍັງເປັນແມ່ພິມໜຶ່ງຂອງຊາດ ໃນການຮັກສາສິລະປະວັດທະນະທໍາ, ຮີດຄອງປະເພນີ ເປັນຕົ້ນ ການນຸ່ງຖື, ພາສາ, ມາລະຍາດໃນການປາກເວົ້າ ແລະ ອາຫານການກິນ ເພື່ອສືບຕໍ່ສົ່ງເສີມຄວາມເປັນເອກກະລັກຂອງຊາດ. ພາຍໃນງານຄັ້ງນີ້, ໄດ້ມີການສະແດງສິລະປະ, ການວາງສະແດງເຄື່ອງຫັດຖະກໍາ, ເຄື່ອງທີ່ລະນຶກ ແລະ ຜະລິດຕະພັນທີ່ຫຼາກຫຼາຍ ແລະ ຈໍາໜ່າຍອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະຊາດ ຈາກເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ແລະ ບັນດາສະຖານທູດຕ່າງປະເທດ ປະຈໍາຢູ່ ສປປ ລາວ ຊຶ່ງໄດ້ສ້າງບັນຍາກາດທີ່ຟົດຟື້ນ, ມ່ວນຊື່ນ, ອົບອຸ່ນ ໄປດ້ວຍໄມຕີຈິດມິດຕະພາບ ແລະ ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ ພ້ອມທັງໄດ້ປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ ພາຍໃນວົງຄະນາຍາດນັກການທູດເພດຍິງ ແລະ ພັນລະຍາທູຕານຸທູດ ຢູ່ ສປປ ລາວ ອີກດ້ວຍ. (ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com