Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປີ 2020 ພາຍໃຕ້ຫົວຂໍ້: ລະນຶກເຖິງມູນເຊື້ອຊາວໜຸ່ມຮຸ່ນກ່ອນ ແລະ ເສີມຂະຫຍາຍບົດບາດຊາວໜຸ່ມຍຸກໃໝ່ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 9 ທັນວານີ້ທີ່ສູນການຄ້າ ລາວ-ໄອເຕັກ ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ກຳມະ ການສຳຮອງສູນກາງພັກ ເລ ຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ), ມີເລຂາຄະ ນະເລຂາ ຊປປລ ກະຊວງ, ອົງ ການ, ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ການຈັດຕັ້ງງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປີ 2020 ຂຶ້ນ ພາຍໃຕ້ຫົວຂໍ້ “ລະນຶກເຖິງມູນເຊື້ອຊາວໜຸ່ມຮຸ່ນກ່ອນ ແລະ ເສີມຂະຫຍາຍບົດບາດຊາວໜຸ່ມຍຸກໃໝ່” ເພື່ອເປັນການເຕົ້າໂຮມຄວາມສາມັກຄີ, ການໂຄສະນາເຜີຍແຜ່ມູນເຊື້ອການສຶກສາອົບຮົມການເມືອງ - ແນວຄິດຄຸນສົມບັດສິນທຳປະຕິວັດຕິດພັນກັບການສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດຂອງຊາດ - ຂອງພັກ ຍັງເປັນການສະແດງເຖິງບົດບາດຂອງຄະນະຊາວໜຸ່ມ ປະຊາຊົນ ປະ ຕິວັດລາວ ໃນການປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ການ ເມືອງໃນໄລຍະຜ່ານມາກໍຄືໄລຍະປົກປັກຮັກສາ ແລະ ສ້າງ ສາປະເທດຊາດ ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງ ການຂອງໄລຍະໃໝ່ດ້ວຍຫຼາຍ ຮູບແບບ ແລະ ສີສັນ ໃນການ ເຄື່ອນໄຫວ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຊາວໜຸ່ມກໍຄື ໜ້າທີ່ການເມືອງຂອງພັກ, ທັງ ເປັນການເປິດກວ້າງການພົວ ພັນໃຫ້ນັບມື້ນັບກວ້າງຂວາງເຮັດໃຫ້ຫຼາຍຂົງເຂດມີສ່ວນຮ່ວມກັບການສ້າງວຽກເຮັດງານທຳ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ລາວບັນດາເຜົ່າໃຫ້ຫຼຸດໜ້ອຍຖອຍລົງ, ພ້ອມນັ້ນງານບຸນຄັ້ງນີ້ ຍັງເປັນການຫັນແບບແຜນ ແລະ ຮູບແບບການເຄື່ອນໄຫວໄປສູ່ທັນສະໄໝ ທີ່ມີວິທະຍາສາດ, ສົ່ງເສີມຄວາມຮູ້ຄວາມສາມາດ,ທັກສະ, ຫົວຄິດປະດິດສ້າງ, ຊອກໃຫ້ໄດ້ບຸກຄົນດີເດັ່ນ, ວຽກຈິງຄົນແທ້ເພື່ອເປັນຕົວແບບຂອງຊາວໜຸ່ມໃນທຸກຂົງເຂດ.
ຜ່ານມາຄະນະຊາວໜຸ່ມປະຊາຊົນປະຕິວັດລາວທຸກໆ ຂັ້ນໄດ້ຖືສຳຄັນ ແລະ ເພີ່ມທະ ວີບົດບາດປະຈັນບານ ແລະ ອາ ສາສະໝັກຕະລຸມບອນໂດຍຕິດ ພັນກັບຄຳຂວັນທີ່ວ່າ: “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດ ທຸກຊາວໜຸ່ມຜ່ານຜ່າ ເມື່ອ ຊາດຮຽກຮ້ອງຕ້ອງການຊາວ ໜຸ່ມຂານອາສາ” ເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການພັດທະ ນາເສດຖະກິດ-ສັງຄົມຂອງ ຊາດ, ການສຶກສາ, ວັດທະນະ ທຳສັງຄົມຊາວໜຸ່ມທົ່ວຮາກຖານທ້ອງຖິ່ນກໍໄດ້ເພີ່ມທະວີ ບົດບາດປະຈັນບານຂອງຕົນ ເຂົ້າໃນການກໍ່ສ້າງຮາກຖານ ການເມືອງຊຸກຍູ້ການຜະລິດ ເປັນສິນຄ້າ, ຕັ້ງໜ້າປະກອບ ສ່ວນຢ່າງແຂງແຮງເຂົ້າໃນວຽກງານ, ໂຄງການລຶບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດທັງປະກອບສ່ວນເຂົ້າໃນການສ້າງຂະບວນການອະນຸລັກຮັກສາ ແລະ ສົ່ງເສີມສິນລະປະວັດທະ ນະທຳ ຮີດຄອງປະເພນີອັນດີງາມຂອງຊາດສ້າງຂະບວນການ, ສ້າງບັນຍາກາດເບີກບານ ມ່ວນຊື່ນ, ຟົດຟື້ນປະຕິວັດຢູ່ໃນ ຂົງເຂດວຽກງານຂອງຕົນຮັບ ຜິດຊອບຢ່າງມີຊີວິດຊີວາ.
ໃນໂອກາດນີ້, ຄະນະປະ ທານໄດ້ຮ່ວມກັນຕັດແຖບຜ້າ ເປີດງານ ແລະ ທ່ຽວຊົມຮ້ານວາງສະແດງຜົນງານການເຄ່ືອນ ໄຫວ ແລະ ຄອບຄົວຕົວແບບຂອງຊາວໜຸ່ມ.
(ຂ່າວ: ມະລິ, ຮູບ: ຍຸພິນທອງ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com