Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມຄົບຄະນະບໍລິ ຫານງານພັກ ແຂວງສາລະວັນ ຄັ້ງທີ 2 ສະໄໝທີ IX ໄດ້ຈັດຂຶ້ນໃນວັນທີ 14 ທັນວານີ້ ທີ່ສະໂມສອນຂອງແຂວງ ໂດຍເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກໍາມະການສໍາ ຮອງສູນກາງພັກ ເລຂາພັກແຂວງ-ຮັກສາການເຈົ້າແຂວງສາລະວັນ, ມີສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍ ຄະນະປະຈໍາພັກແຂວງ ແລະ ກໍາມະການ ພັກແຂວງເຂົ້າຮ່ວມ.
ສະຫາຍ ໂພໄຊ ໄຊຍະສອນ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກແຂວງສະໄໝທີ IX ແລະ ຜ່ານມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງໂຄງການດໍາເນີນງານຂອງຄະ ນະບໍລິຫານງານພັກແຂວງສາ ລະວັນ ສະໄໝທີ IX ແຕ່ປີ 2021-2025 ເພື່ອບຸກທະລຸເຂົ້າໃສ່ການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ, ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບພາລະບົດບາດ ແລະ ໜ້າທີ່ຂອງຄະ ນະບໍລິຫານງານພັກແຂວງທີ່ລະບຸໄວ້ ໃນກົດລະບຽບຂອງພັກ, ຍົກສູງຄວາມສາມາດນໍາ ພາຄວາມເປັນແບບຢ່າງນໍາ ໜ້າຂອງຄະນະບໍລິຫານງານ ພັກແຂວງ ສ້າງໃຫ້ມີການຫັນ ປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ, ແນໃສ່ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຂັ້ນຕົນ ແລະ ຂັ້ນເທິງໃຫ້ປະ ກົດຜົນເປັນຈິງ, ໂຄງການດໍາເນີນງານຂອງຄະນະບໍລິຫານງານພັກແຂວງສາລະວັນສະ ໄໝທີ IX ແມ່ນການນໍາພາການເຄື່ອນໄຫວທົ່ວອົງຄະນະພັກ ເພື່ອກໍານົດແບບແຜນວິທີນໍາພາ, ວິທີເຮັດວຽກຂອງຄະ ນະພັກ, ຍົກສູງບົດບາດການ ນໍາພາຂອງພັກດ້ວຍແນວ ທາງຕໍ່ອົງການລັດ, ກໍຄືອົງການປົກ ຄອງທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ໂຄງການດໍາເນີນງານສະບັບນີ້ໄດ້ຄາດຄະເນລະບອບປະຊຸມສະໄໝສາມັນຄົບຄະນະຂອງຄະນະບໍລິຫານງານພັກແຂວງໃນທຸກໆ 3 ເດືອນແຕ່ ຄັ້ງທີ 2 ປີ 2021ຈົນຮອດກອງປະຊຸມທ້າຍສະໄໝ ປີ 2025.
ນອກຈາກນີ້ຍັງໄດ້ຮັບຟັງ ການຜ່ານຮ່າງຂໍ້ກຳນົດວ່າດ້ວຍທີ່ຕັ້ງພາລະບົດບາດ, ໜ້າ ທີ່, ຂອບເຂດສິດ ແລະ ແບບ ແຜນວິທີເຮັດວຽກຂອງຄະ ນະບໍລິຫານງານພັກແຂວງສາລະວັນ ສະໄໝທີ IX, ທັງນີ້ກໍເພື່ອເຊີດຊຸບົດບາດການນຳພາຂອງພັກ, ກໍຄືເປັນບ່ອນອີງໃນການຈັດຕັ້ງປະຕິບັດຕາມຫຼັກການລວມສູນປະຊາ ທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງເຂັ້ມງວດ, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ບັນລຸຕາມລະດັບຄາດໝາຍ, ທັງເປັນການກຳນົດຫຼັກການພື້ນຖານ, ການເຄື່ອນໄຫວຂອງຄະນະບໍລິຫານງານພັກແຂວງ, ຢ່າງເປັນລະບົບ ແລະມີລະບອບແບບແຜນວິທີເຮັດວຽກ, ມີຄວາມສອດຄ່ອງກັບກົດລະບຽບຂອງພັກສະໄໝທີ XI ແລະ ສອດຄ່ອງກັບລັດຖະທຳມະນູນ-ກົດໝາຍ, ເພື່ອອຳນວຍຄວບຄຸມໃຫ້ມີຄວາມສະດວກໃນການຊີ້ນຳ - ນຳພາ ແລະ ເປັນເອກະພາບໃນທົ່ວອົງຄະນະພັກແຂວງ, ຢູ່ທຸກຂົງເຂດວຽກງານ ແລະ ໃຫ້ມີຜົນສຳເລັດຕາມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ, ໃຫ້ມີຄວາມໜັກແໜ້ນ - ເຂັ້ມແຂງ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າໃຫ້ໄດ້ຮັບການພັດທະນາ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວຕາມແນວທາງຂອງພັກ-ລັດວາງອອກ.
(ຂ່າວ: ກິນດາວັນ ອ້ວນນາຄູ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com