Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຜູ້​ວ່າ​ການ ທ​ຫລ ພົບ​ປະ​ຮັກສາການເຈົ້າ​ແຂວງ​ຄຳ​ມ່ວນ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 15/12/2020 13:28:57 ຈຳ​ນວນ​​ຢ້ຽມ​ຊົມ 2472 ຄັ້ງ

   ທ່ານ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ ຜູ້ວ່າການທະນາຄານແຫ່ງ  ລາວ ​ພ້ອມຄະນະ ໄດ້​​ພົບປະ ແລະ ປຶກສາຫາລືວຽກງານ​ ກັບທ່ານ ວັນໄຊ ພອງສະຫວັນ ເລຂາຄະນະພັກແຂວງ ຮັກສາການເຈົ້າແຂວງຄໍາມ່ວນ ​ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ

ເມື່ອວັນທີ 14 ທັນວາ ນີ້ເນື່ອງໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ເປັນເລຂາຄະນະພັກແຂວງ ຮັກສາການເຈົ້າແຂວງຄໍາ ມ່ວນ.

ການພົບປະກັນຄັ້ງນີ້ທັງແຂກ ແລະ ເຈົ້າພາບ ໄດ້ຕີລາຄາສູງ ຕໍ່​​ໝາກຜົນແຫ່ງການເຄື່ອນໄຫວ​​ຂອງທັງ 2 ຝ່າຍໃນຜ່ານມາ ແລະ ສືບ​ຕໍ່ກັນຮ່ວມມື ​ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຂໍ້ຄົງຄ້າງທີ່ຕິດພັນກັບວຽກງານທະນາຄານ ແລະ ສະຖາບັນການເງິນຈຸລະພາກຢູ່ແຂວງ​​ຄຳມ່ວນໃຫ້ດີຂຶ້ນເປັນກ້າວໆ ແນໃສ່ເພື່ອນຳໃຊ້ແຫຼ່ງທຶນທະນາຄານ ແລະ ສະຖາບັນການເງິນຈຸລະພາກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ເຮັດຫ້​ປະ​ຊາ​ຊົນ ມີຊີວິດການເປັນຢູ່​​ດີຂຶ້ນເປັນກ້າວໆ.

ໄລຍະດຽວກັນນີ້ທ່ານ ຜູ້ວ່າການທະນາຄານແຫ່ງ  ລາວ ຍັງໄດ້ພົບປະໂອ້ລົມກັບບັນດາສາຂາ-ໜ່ວຍບໍລິການທະນາຄານທີ່ດຳເນີນທຸລະກິດຢູ່ແຂວງດັ່ງກ່າວ ​ຊຶ່ງໃນປັດຈຸບັນມີ​ 5 ສາຂາທະນາຄານ, 23 ​ໜ່ວຍບໍລິການ (ລວມໜ່ວຍບໍລິການ ທະນາຄານຮ່ວມພັດທະນາ,

ນະໂຍບາຍພັດທະນາລາວ ສາຂາຫຼັກ 20 ແລະ ທະນາຄານອິນໂດຈີນ; 4 ໜ່ວຍແລກປ່ຽນຕູ້ຝາກເງິນ 1 ຕູ້ ແລະ ຕູ້ ATM 51 ໜ່ວຍມີຍອດຊັບສິນທັງໝົດເພີ່ມຂຶ້ນ 22,52% ທຽບໃສ່ 10 ເດືອນປີ 2019, ຍອດສິນເຊື່ອທັງ​ໝົດ 395,35 ຕື້ກີບ ທຽບໃສ່ປີ 2019

ເພີ່ມຂຶ້ນ 15,24%; NPLs ກວມອັດຕາສ່ວນ 2,11% ຂອງຍອດສິນເຊື່ອທັງ​ໝົດ ເມື່ອທຽບໃສ່ປີ 2019 ຫຼຸດລົງ 69,47%; ສາຂາທະ​ນາຄານທຸລະກິດ ສາມາດສ້າງລາຍຮັບທັງໝົດ 351,01 ຕື້ກີບສົ່ງຜົນໃຫ້ການດໍາເນີນທຸລະກິດກໍາໄລ ຈໍານວນ 71,10 ຕື້ກີບ (ເດືອນ 10 ປີ 2009 ກໍາໄລ 17,62 ຕື້ກີບທຽບໃສປີ 2019 ກໍາໄລເພີ່ມຂຶ້ນ 303,46%.

ທ່ານ ຜູ້ວ່າການທະນາຄານແຫ່ງ  ລາວ ຍັງໃຫ້ກຽດຊີ້ນຳພະນັກງານທະນາຄານ ໂດຍຽກຮ້ອງໃຫ້ທຸກຄົນເສີມຂະຫຍາຍຜົນງານທີ່ຕັ້ງໜ້າແກ້ໄຂບັນຫາອ່ອນຂໍ້ຄົງຄ້າງໃນຜ່ານມາ ໂດຍສະເພາະແມ່ນ​ ໜອງແຫຼ່ງທຶນໃຫ້ຖືກເປົ້າໝາຍຫຼີກເວັ້ນການປ່ອຍສິນເຊື່ອທີ່ຂາດການວິເຄາະ-ວິ​ໄຈ ແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ມີທຶນຮອນເຂົ້າໃນການຜະລິດທຸລະກິດ ແລ ການບໍລິການ ຕາມແນວທາງຂອງພັກ ແລະ ລັດຖະບານ.

 ຂ່າວ-ພາບຣັດສະໝີ ດວງສັດຈະ

 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com