Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນຜ່ານມານີ້, ທີ່ອ່າງເກັບນ້ຳວັງແຄນຄໍາ ໄດ້ດໍາເນີນການແຂ່ງຂັນຊ່ວງເຮືອເປັນເວລາ 2 ວັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ມີອະດີດການນໍາຂອງແຂວງ, ດາດີດການນໍາຂອງເມືອງ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການອ້ອມຂ້າງ, ຕ່າງແຂວງ, ພາກສ່ວນທຸລະກິດ ຕະຫຼອດຮອດມວນຊົນເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ທ່ານ ສົມໃຈ ອຸ່ນຈິດ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງໃຫ້ຮູ້ຈຸດປະສົງຂອງການຈັດງານຊ່ວງເຮືອໃນປີນີ້ວ່າ: ການແຂ່ງຂັນຊ່ວງເຮືອປີນີ້ ຈັດຂຶ້ນເພື່ອຂໍ່ານັບຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສາລະວັນ, ທັງເປັນການອະນຸລັກຮັກສາຂະນົບທໍານຽມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນໄວ້ໃຫ້ໝັ້ນຄົງ, ສ້າງສາຍສໍາພັນຄວາມສາມັກຄີອັນແໜ້ນແຟ້ນ ລະຫວ່າງກົມກອງ-ຫ້ອງການ, ບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອປູກຈິດສໍານຶກໃຫ້ໄວໜຸ່ມ-ເຍົາວະຊົນ ຫັນມາຫຼິ້ນກິລາເພື່ອສຸຂະພາບ ແລະ ຫ່າງໄກຈາກຢາເສບຕິດ, ທັງເປັນການສົ່ງເສີມການທ່ອງທ່ຽວ ແນໃສ່ການດຶງດູດນັກທ່ອງທ່ຽວ ເພື່ອສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນໃນທ້ອງຖິ່ນໃຫ້ນັບມື້ນັບຫຼາຍຂຶ້ນ.
ເຮືອທີ່ເຂົ້າຮ່ວມການແຂ່ງຂັນປີນີ້, ມີເຮືອມາຈາກພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ ລວມທັງໝົດ 36 ລໍາ. ໃນນັ້ນ, ປະເພດ 8 ສີພາຍຊາຍ 16 ລໍາ, ຍິງ 8 ລໍາ, ປະເພດ 12 ສີພາຍຊາຍທົ່ວໄປ ມີ 12 ລໍາ, ຜ່ານການແຂ່ງຂັນ ທ່າມກາງສຽງເຊຍອັນສະໜັ່ນ ຊຶ່ງມີຜົນການແຂ່ງຂັນດັ່ງນີ້, ປະເພດ 8 ສີພາຍຊາຍ ທີ 1 ເຮືອຊ່ວງຈາກຫ້ອງການກະສິກຳເມືອງລະຄອນເພັງ, ໄດ້ຮັບເງິນສົດ 2 ລ້ານ ກີບ ພ້ອມຂັນ 1 ໜ່ວຍ, ທີ 2 ຕມ ປາກຕະພານ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ພ້ອມຂັນ 1 ໜ່ວຍ, ທີ 3 ຫ້ອງການສຶກສາທິການ ແລະ ກິລາເມືອງລະຄອນນເພັງ,ໄດ້ຮັບເງິນສົດ 1 ລ້ານກີບ ພ້ອມຂັນ 1 ໜ່ວຍ, ປະເພດ 8 ສີພາຍຍິງ ທີ 1 ເຮືອຊ່ວງປາກຕະພານ ໄດ້ຮັບເງິນສົດ 2 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ບ້ານນາໂພສີ, ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ພ້ອມຂັນ 1 ໜ່ວຍ, ທີ 3 ໂຮງຊາຍທອງ ໄດ້ຮັບເງິນສົດ 1 ລ້ານກີບ ພ້ອມຂັນ 1 ໜ່ວຍ ແລະ ເຮຶອຊ່ວງປະເພດ 12 ສີພາຍຊາຍທົ່ວໄປ ທີ 1 ໜູ່ມສາລະວັນ, ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ 2 ຫ້ອງການສຶກສາທິການ ແລະ ກິລາເມືອງລະຄອນເພັງ ໄດ້ຮັບເງິນສົດ 2 ລານກີບ, ພ້ອມຂັນ 1 ໜ່ວຍ ທີ 3 ເຮືອຊ່ວງເຈົ້າແມ່ແກ້ວມັງກອນ, ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ພ້ອມຂັນ 1 ໜ່ວຍ.
ໃນຕອນທ້າຍຂອງພິທີ ທ່ານ ເຈົ້າເມືອງລະຄອນເພັງ ໄດ້ມອບລາງວັນຊະນະເລີດ ແລະ ຮອງຊະນະເລີດມອບໂດຍ ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ.
ພາບ-ຂ່າວ: ສິດຕາ ເພັດວົງສາ
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com