Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ງານພົບປະ ປະຈຳປີ 2020 ພາຍໃຕ້ຫົວຂໍ້ “ລາວສະກາຍເວ ຢາກໃຫ້ທຸກທ່ານໄດ້້ບິນ ” ໄດ້ຈັດຂຶ້ນເມື່ອວັນທີ 11 ທັນວາ ຜ່ານມາ ທີບໍລິສັດ ລັດວິາຫະກິດ ລາວເດີນອາກາດ ,ໂດຍການເປັນປະທານຂອງທ່ານ ສີວຽງທອງ ກອນນີວົງ ຜູ້ອຳນວຍການໃຫຍ່ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ ຊຶ່ງມີພະນັກງານຈາກ ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ
ທ່ານ ສີວຽງທອງ ກອນນີວົງ ກ່າວວ່າ: ບໍລິສັດ ລັດວິຊາຫະກິດ ລາວເດີນອາກາດ ( LAO SKYWAY) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 24 ມັງກອນ 2002 ,ບໍລິສັດ ລັດວິຊາຫະກິດ ລາວເດີນອາກາດ (LAO SKYWAY) ແມ່ນ ບໍລິສັດລັດ 100%, ມີທຶນຈົດທະບຽນ 615 ຕື້ກວ່າກີບ ມີພະນັກງານ ທັງໝົດ 329 ຄົນ ,ຍິງ 112 ຄົນ.ການຈັດຕັ້ງຂຶ້ນກັບສາຍຕັ້ງ ວຽກພັກ-ພະນັກງານ ແມ່ນຂຶ້ນກັບ ກະຊວງປ້ອງກັນປະເທດ,ກະຊວງ ການເງິນ ເປັນຜູ້ຖືຫຸ້ນ ບໍລິສັດ 100%, ກົມການບິນພົນລະເຮືອນ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຄຸ້ມຄອງດ້ານການຈັດຕັ້ງການບິນໂດຍສອດຄ່ອງກັບກົດໝາຍການບິນ ພົນລະເຮືອນ ສປປ ລາວ ກຳນົດ ແລະ ມີສະພາບໍລິຫານ 5 ທ່ານ ຕາງໜ້າລັດຄຸ້ມຄອງມະຫາພາກ ຕໍ່ບໍລິສັດ
ເສັ້ນທາງການບິນເລີ່ມແຕ່ມື້ສ້າງຕັ້ງ ແມ່ນໃຫ້ບໍລິການພຽງແຕ່ເປັນຖ້ຽວບິນເໝົາລຳ ໂດຍການນຳໃຊ້ MI -17 (ມີ-17)ຈຳນວນ 2 ລຳ ,ພະນັກງານມີ 23 ຄົນ. ໂຄງການທຳອິດທີ່ລັດຖະບານໄດ້ມອບໃຫ້ ບໍລິສັດ ແມ່ນການບິນຮັບໃຊ້ໂຄງການຊອກຫາຮ່ອງຮອຍ ແລະ ສິ່ງເຫຼືອຂອງທະຫານອາເມິກາທີ່ສາຍສາບສູນໃນປາງສົ່ງຄາມຢູ່ລາວ.ຫຼັງຈາກນັ້ນ ບໍລິສັດ ໄດ້ຊະນະການປະມູນໄດ້ເຊັນສັນຍາບິນຮັບໃຊ້ໂຄງການບໍ່ຄຳເຊໂປນ ຂອງ ບໍລິສັດ ລ້ານຊ້າງມີເນີໂຣນ ປີ 2003,ປີ 2005 ບິນຮັບໃຊ້ໂຄງການພູເບັ້ຍມາຍນິງ ແລະ ໂຄງການນໍ້າເທີນ 2 ບິນເໝົາລຳຕາມການສັ່ງຈອງຂອງລູກຄ້າ ,ປີ 2007 ລາວເດີນອາກາດ ໄດ້ບິນຮັບໃຊ້ສາຍການປິນ ນະຄອນຫຼວງວຽງຈັນໄປຍັງ 3 ແຂວງພາກເໜືອ: ແຂວງຜົ້ງສາລີ ,ຫົວພັນ ແລະແຂວງ ໄຊຍະບູລີ ພ້ອມທັງບິນຮັບໃຊ້ເໝົາລຳ, ປີ 2013 ກະຊວງ ປ້ອງກັນປະເທດ ໄດ້ມອບເຮືອບິນ MA 60 ຈຳນວນ 2 ລຳ ໃຫ້ ບໍລິສັດ ບິນຮັບໃຊ້ສາຍການບິນ,ປີ 2014 ບໍລິສັດ ໄດ້ຂະຫຍາຍສາຍການບິນເພີ່ມ 4 ເສັ້ນບິນ ຈາກນະຄອນຫຼວຽງຈັນ ໄປຍັງແຂວງພາກເໜືອຄື: ແຂວງຫຼວງພະບາງ,ອຸດົມໄຊ,ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ ແລະ ປີ 2017 ໄດ້ເປີດເສັ້ນບິນເພີ່ມສອງເສັ້ນບິນ ນະຄອນຫຼວງວຽງຈັນ -ຈຳປາສັກ,ນະຄອນຫຼງວຽງຈັນ-ຊຽງຂວາງ-ຫຼວງພະບາງ .ປີ 2019 ບໍລິສັດ ສຳເລັດການສ້າງຕັ້ງ 3 ບໍລິສັດລູກຂຶ້ນກັບຄື: ບໍລິສັດ ລັດວິສາຫະກິດ ໂຮງແຮມ ລາວສະກາຍເວວຽງຈັນ,ບໍລິສັດ ລັດວິສາຫະກິດ ໂຮງແຮມ ລາວສະກາຍເວຊຽງຂວາງ ແລະ ບໍລິສັດ ລັດວິສາຫະກິດ ທອງທ່ຽວ ລາວສະກາຍເວ
ທ່ານ ສີວຽງທອງ ກອນນີວົງ ກ່າວຕື່ມວ່າ: ຈຸດປະສົງຂອງງານໃນຄັ້ງນີ້ ແມ່ນເພື່ອເປັນການເຊື່ອມຍົງການບໍລິການໆບິນຂອງບໍລິສັດ ກັບບັນດາພາກສ່ວນທີກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃຫ້ມີປະສິດທິພາບ ,ປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ,ກົດໝາຍສົ່ງເສີມການລົງທຶນ ແລະ ກົດໝາຍການບິນ ຂອງ ສປປ ລາວ ກຳນົດໄວ້ຢ່າງຖືກຕ້ອງ.
(ຂ່າວ:ຕຸໄລເພັດ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com