Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ້າວ ວິທະຍາ ລາຊາວະດີ ນັກກິລາເທັນນິດ ມື 1 ຂອງປະເທດລາວ ຍັງຄົງຄອງຄວາມຍິ່ງໃຫຍ່ຢ່າງສະໝໍ່າສະເໝີ ສາມາດຄອງເບີ 1 ປະເທດລາວ ປະເພດດ່ຽວຊາຍຮຸ່ນທົ່ວໄປ 12 ປີ ຕິດຕໍ່ກັນ ພາຍຫຼັງໂຊຟອມເອົາຊະນະ ທ້າວສະຖາພອນ ສິມມະລາວົງ 2-0 ເຊັດ ດ້ວຍຄະແນນ 6-0 ແລະ 6-4 ຄະແນນ ການແຂ່ງຂັນເທັນນິດ ນໍ້າດື່ມຫົວເສືອ ໂອເພັນ ປະຈໍາປີ 2020
ພິທີປິດການແຂ່ງຂັນເທັນນິດ ນໍ້າດື່ມຫົວເສືອ 2020 ໄດ້ມີຂຶ້ນໃນວັນທີ 13 ທັນວາ ຜ່ານມາ ທີ່ສະໂມສອນເທັນນິດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊະມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ແລະ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ, ນັກກິລາ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດດັ່ງກ່າວ, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ກ່າວວ່່າ: ການແຂ່ງຂັນຄັ້ງນີ້ ຈັດຂຶ້ນກໍເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ພ້ອມທັງຈັດຂຶ້ນເພື່ອສ້າງຂະບວນການ ແລະ ໃຫ້ນັກກິລາລາວໄດ້ມີການອອກໍາລັງກາຍ ສາມາດພັດທະນາສີມືຕົນເອງເພື່ອເປັນນັກກິລາທີມຊາດລາວໃນອະນາຄົດ ໂດຍຈັດຂຶ້ນມາແຕ່ວັນທີ 14 ພະຈິກ ຈົນເຖິງ 13 ທັນວາ 2020 ໂດຍມີການຊີງໄຊ 11 ລາຍການ ແລະ ຊີງເງິນລາງວັນລວມ 25 ລ້ານກີບ ແລະ ມີນັກກິລາ ເຂົ້າຮ່ວມແຂ່ງຂັນທັງໝົດ 135 ຄົນ ( ຍິງ 15 ຄົນ ) ຜ່ານການແຂ່ງຂັນປະກົດວ່າ ອັນດັບທີ 1 ຊາຍດ່ຽວ ສາຍ ກ ຊະນະເລີດຕົກເປັນຂອງ ທ້າວ ວິທະຍາ ລາຊາວະດີ ໄດ້ຮັບຂັນແຊ໋ມພ້ອມເງິນ 1,5 ລ້ານກີບ ແລະ ຮອງຊະນະເລີດ ທ້າວ ສະຖາພອອນ ສິມມະລາວົງ ໄດ້ຮັບຂັນ ພ້ອມເງິນລາງວັນ 8 ແສນກີບ ປະເພດຊາຍຄູ່ ສາຍ ກ+ຂ: ຊະນະເລີດເປັນຂອງ ທ້າວ ວິທະຍາ+ ທ້າວ ໄຊສົງຄາມ ລາຊາວະດີ ແລະ ຮອງຊະນະເລີດ ທ້າວ ສະຖາພອນ+ ທ້າວ ວິລະກົດ ແລະ ປະເພດຊາຍຄູ່ສາຍ ຂ ຊະນະເລີດ ທ້າວ TONY + ທ້າວ LOI ໄດ້ຮັບຂັນແຊ໋ມ ແລະ ຮອງຊະນະເລີດ ຈັກປະເສີດ ພອນປະເສີດ ແລະ ພຸດທະວົງ ໄດ້ຮັບຂັນຮອງແຊ໋ມ.
ສ່ວນປະເພດຊາຍຄູ່ສາຍ ຄ ທີ 1 ແມ່ນທ່ານແສງພອນ ພົນອາມາດ +ສົມສັກ ສະກຸນຄໍາ ແລະ ຮອງຊະນະເລີດ ທ່ານ ພຸດທະສັກ ພົມມະຈັກ-ທ່ານ ວິສິດ ຈັນທະພອນ ປະເພດອາວຸໂສ ທີ 1 ທ່ານ ດຣ ຄໍາຮຸ່ງ ພົມມະທະວົງສາ + ກະລຸນາ ອະໄພ ແລະ ຮອງຊະະນເລີດ ທ່ານ ປຣະດິດ + ທ່ານ ຄຸນໂນພອນ ສົມເດັດ ປະເພດຄູ່ປະສົມ: ທ່ານ ນາງ ນີນີ+ທ່ານ ແສງພອນ ພົນອາມາດ ແລະ ຮອງຊະນະເລີດ ທ່ານ ນາງ ມະໄລທອງ ມະຫາວັນ+ທ່ານ ຕຸ້ຍ ບຸນທະລາ ປະເພດເຍົາວະຊົນລາວ 12 ປີ ຊະນະເລີດ ທ້າວ ໄດມອນ ບຸນທະລາ ໄດ້ຮັບຂັນແຊ໋ມພ້ອມເງິນລາງວັນ 1 ລ້ານກີບ, ປະເພດເຍົາວະຊົນຊາຍ 14 ປີ ຊະນະເລີດ ທ້າວ ໄດມ່ອນ ບຸນທະລາ ໄດ້ຮັບຂັນແຊ໋ມ ພ້ອມເງິນລາງວັນ 1 ລ້ານກີບປະເພດເຍົາວະຊົນຊາຍ 16 ປີ ທ້າວ ສົມພອນ ໄດ້ຮັບຂັນແຊ໋ມພ້ອມເງິນລາງວັນ 1 ລ້ານກີບ ແລະ ປະເພດເຍົາວະຊົນຍິງ 16 ປີ ຊະນະເລີດ ນາງ ມາໄລລັກ ປະທຸມມາກູໂຄແນນ ໄດ້ຮັບຂັນແຊ໋ມ ພ້ອມເງິນລາງວັນ 1 ລ້ານກີບ.
ໃນພິທີປິດການແຂ່ງຂັນລາຍການດັ່ງກ່າວ ກໍຍັງໄດ້ມີພິທີມອບ-ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈຳກັດ ລວມມູນຄ່າ 90 ລ້ານກີບ ໃຫ້ກຽດມອບໂດຍທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ຕຸ້ຍ ບຸນທະລາ ອຸປະຖຳເຄື່ອງຕ່າງໆ ແລະ ເພື່ອເປັນການຕອບສະໜອງຄວາມຮູ້ບຸນຄຸນ ທາງສະຫະພັນເທັນນິດແຫ່ງຊາດ ກໍຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ທັງສອງພາກສ່ວນອີກດ້ວຍ.
ໂດຍ ສົງການ
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com