Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ສ.ຣາ
ວຽກງານຂະແໜງກະ ສິກຳ ແລະ ປ່າໄມ້ ແມ່ນວຽກງານໜຶ່ງທີ່ຕິດພັນກັບຊາວກະສິກອນ ແລະ ຊາວກະສິກອນແມ່ນກວມເອົາ 70% ຂອງພົນລະເມືອງລາວ, ພ້ອມດຽວກັນນັ້ນ ແຮງງານຕົ້ນຕໍຂອງຊາວກະສິກອນລ້ວນແຕ່ແມ່ນເພດຍິງເປັນສ່ວນຫຼາຍ, ແມ່ຍິງລາວເຮົາມີມູນເຊື້ອດຸໝັ່ນຫ້າວຫັນມາແຕ່ດົນນານແລ້ວ ຊຶ່ງໄດ້ເຮັດວຽກງານຄຽງບ່າຄຽງໄລ່ກັບເພດຊາຍ ບໍ່ວ່າໃນຍາມເສິກສົງຄາມ ກໍຄືຍາມປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສະນັ້ນ, ການຍົກສູງບົດບາດຍິງ-ຊາຍ ໃນຂະແໜງກະສິກຳ ແລະ ປ່າໄມ້ ແມ່ນມີຄວາມຈຳເປັນພາວະວິໄສ, ຂະແໜງກະສິກຳ ແລະ ປ່າໄມ້ໄດ້ຖືເອົາວຽກງານສົ່ງເສີມບົດບາດຍິງ-ຊາຍ ເປັນວຽກງານໜຶ່ງທີ່ສຳຄັນ ເຫັນໄດ້ຈາກການຈັດໃຫ້ມີການຝືກອົບຮົມ ແລະ ກອງປະຊຸມສຳມະນາວິຊາການຕ່າງໆກ່ຽວກັບບົດບາດຍິງ-ຊາຍ.
ໃນຕົ້ນເດືອນທັນວານີ້ ກໍໄດ້ມີການຈັດຝຶກອົບຮົມ “ການນຳໃຊ້ເຄື່ອງມືລະບົບຕິດຕາມ ກວດກາ ແລະ ປະເມີນຜົນ ໃນການຈັດຕັ້ງປະຕິບັດວຽກບົດບາດຍິງ-ຊາຍ ໃນວຽກງານປ່າໄມ້” ທີ່ໂຮງແຮມວຽງຈັນພລາຊາ ພາຍໃຕ້ການເປັນປະທານຂອງທ່ານ ບົວລີ ພະເມືອງ ຮອງຫົວໜ້າກົມປ່າໄມ້, ມີຫົວໜ້າ, ຮອງຫົວໜ້າພະແນກອ້ອມຂ້າງກົມປ່າໄມ້ ແລະ ກົມກວດກາປ່າໄມ້, ຄະນະຜູ້ຊີ້ນຳຄວາມກ້າວໜ້າແມ່ຍິງ-ເດັກ ຈາກກົມປ່າໄມ້ ແລະ ກົມກວດກາປ່າໄມ້, ມີພະນັກງານຕາງໜ້າອົງການຈັດຕັ້ງມະຫາຊົນ ຈາກກົມກວດກາປ່າໄມ້ ແລະ ກົມປ່າໄມ້, ຕາງໜ້າຈາກອົງການຈັດຕັ້ງທາງສັງຄົມ, ຜູ້ປະສານງານໂຄງການສົ່ງເສີມຜູ້ນຳດ້ານບົດບາດຍິງ-ຊາຍ ໃນ ສປປ ລາວ ແລະ ທີມງານຈາກອົງການລີຄອບປະຈຳລາວເຂົ້າຮ່ວມ. ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ກໍເພື່ອເປັນການສ້າງໂອກາດ ໃນການປືກສາຫາລື ທີ່ມີລັກສະນະວິຊາການ ແລກປ່ຽນບົດຮຽນ ຊຶ່ງກັນແລະກັນ ເພື່ອສາມາດນຳໃຊ້ເຄື່ອງມືຕິດຕາມກວດກາ, ປະເມີນຜົນ ແລະ ທົບທວນຄືນການຈັດຕັ້ງປະຕິບັດວຽກບົດບາດຍິງ-ຊາຍ ໃນຂະແໜງປ່າໄມ້ ແລະ ປັບປຸງຂອດການປະສານງານພາຍໃນກະຊວງກະສິກຳ ແລະ ປ່າໄມ້ ໂດຍສະເພາະ ລະຫວ່າງພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ກັບກົມກວດກາປ່າໄມ້, ກົມປ່າໄມ້ ແລະ ອົງການຈັດຕັ້ງທາງສັງຄົມທີ່ເຄື່ອນໄຫວໃນເຄືອຂ່າຍ FLEGT VPA, REDD+ ຊຶ່ງຈະເຮັດໃຫ້ພະນັກງານວິຊາການສາມາດລາຍງານ ແລະ ສະໜອງຂໍ້ມູນໃຫ້ການນຳກະຊວງຢ່າງມີປະສິດທິພາບ.
ໄລຍະຜ່ານມາ ການຕິດຕາມລາຍງານ ແລະ ເກັບກຳຂໍ້ມູນດ້ານບົດບາດຍິງ-ຊາຍ ຍັງມີສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະຄວາມບໍ່ສະເໝີພາບທາງດ້ານຂໍ້ມູນ ແລະ ການກຳນົດຂອດການປະສານງານກັບພາກສ່ວນພາຍໃນ ແລະ ພາກສ່ວນອື່ນ ທີ່ເຄື່ອນໄຫວກ່ຽວກັບວຽກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງເພື່ອສາມາດຕີລາຄາດ້ານການປ່ຽນແປງຂອງແມ່ຍິງ ໃນວຽກງານຕ່າງໆ. ສະນັ້ນ, ການນຳໃຊ້ເຄື່ອງມື ລະບົບຕິດຕາມ ກວດກາ ແລະ ປະເມີນຜົນ ໃນການຈັດຕັ້ງປະຕິບັດວຽກງານບົດບາດຍິງ-ຊາຍ ໃນວຽກງານປ່າໄມ້ ກໍຖືວ່າເປັນເຄື່ອງມືໜຶ່ງທີ່ສຳຄັນ ທີ່ສາມາດໃຊ້ໃນການຕິດຕາມການເຄື່ອນໄຫວວຽກງານບົດບາດຍິງ-ຊາຍ ເພື່ອບັນລຸເປົ້າໝາຍ ແລະ ຄວາມຄາດຫວັງທີ່ລະບຸແຈ້ງ ໃນແຜນຍຸດທະສາດ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເປັນແຜນລະອຽດໃນການຈັດຕັ້ງປະຕິບັດ ທຸກໆໜ້າວຽກ ຫຼື ກິດຈະກຳຕ້ອງມີສ່ວນຮ່ວມຂອງພະນັກງານເພດຍິງ 30-35% ຂຶ້ນໄປ ແລະ ຕ້ອງສ້າງເງື່ອນໄຂ ເພີ່ມຈຳນວນແມ່ຍິງເຂົ້າໃນຕຳແໜ່ງງານປ່າໄມ້ຫຼາຍຂຶ້ນ 20% .
ເຫັນໄດ້ວ່າຂະແໜງກະສິກຳ ແລະ ປ່າໄມ້ ໄດ້ເອົາໃຈໃສ່ວຽກງານສົ່ງເສີມບົດບາດຍິງ-ຊາຍ ໃນຂະແໜງການຂອງຕົນຢ່າງຕໍ່ເນື່ອງ, ພ້ອມນັ້ນ ກໍໄດ້ສ້າງແຜນບຸລິມະສິດ ແລະ ການເຮັດວຽກຮ່ວມກັນ ຂອງບັນດາພາກສ່ວນທີ່ກ່ຽວຂ້ອງເພື່ອການຈັດຕັ້ງປະຕິບັດ ແລະ ການມີສ່ວນຮ່ວມໃນການຕັດສິນຂອງແມ່ຍິງ ເຂົ້າໃນວຽກງານຂັ້ນຕ່າງໆ ໃຫ້ສອດຄ່ອງຢ່າງມີປະສິດທິຜົນຍິ່ງໆຂຶ້ນໄປ.
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com