Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອົງຄະນະພັກ ຄະນະກວດ ກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ເປີດກອງປະຊຸມສະມາຊິກພັກ ເພື່ອຄົ້ນຄວ້າປະກອບຄຳເຫັນໃສ່ບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງ ການກວດກາລັດຖະບານແຕ່ປີ 2016-2020. ພ້ອມທັງປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ທັນວານີ້ ທີ່ຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງສະ ຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີເລຂາຄະນະພັກຄະນະກວດກາສູນກາງພັກ ອົງການກວດກາລັດຖະບານ ແລະ ອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນ ກາງ, ມີຄະນະປະຈໍາພັກ, ຄະ ນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ປະ ທານກອງປະຊຸມກ່າວວ່າ: ກອງປະຊຸມສະມາຊິກພັກຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາ, ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານແຕ່ປີ 2016-2020 ແລະ ວຽກຈຸດສຸມແຕ່ນີ້ຮອດກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ. ພ້ອມກັນນັ້ນ, ສະມາຊິກພັກສົມບູນຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ອີກວຽກໜຶ່ງທີ່ສໍາຄັນຈະໄດ້ທາບທາມບຸກຄະລາກອນທີ່ຈະສືບຕໍ່ເປັນຄະນະກວດກາສູນກາງພັກສະໄໝທີ XI ແລະ ພ້ອມທັງຮຽກຮ້ອງໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟືນ, ມີເນື້ອໃນເລິກເຊິ່ງ ແລະ ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ.
ຈາກນັ້ນ, ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານຜ່ານຮ່າງບົດສະ ຫຼຸບຕີລາຄາການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ແລະ ວຽກຈຸດສຸມຮອດກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຕໍ່ກອງປະຊຸມສະມາຊິກພັກ ໂດຍຍົກໃຫ້ເຫັນຜົນງານການນໍາພາ-ຊີ້ນໍາຕະຫຼອດໄລຍະ 5 ປີຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນເປັນປົກກະຕິດ້ວຍຫຼາຍຮູບ ແລະ ຫຼາຍວິທີເຮັດໃຫ້ສະມາຊິກພັກມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຫຼັກໝັ້ນການເມືອງໜັກແໜ້ນ ສາມາດຈັດຕັ້ງປະຕິບັດວຽກງານວິຊາສະເພາະມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະວຽກງານກວດກາລັດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ, ວຽກງານການກໍ່ສ້າງພັກ-ພະ ນັກງານ, ວຽກງານສ້າງ ແລະ ປັບປຸງນິຕິກໍາຕາມພາລະບົດ ບາດໜ້າທີ່ ແລະ ສິດຂອງຕົນ, ເສີມຂະຫຍາຍໄດ້ດ້ານຕັ້ງໜ້າ, ຈໍາກັດແກ້ໄຂດ້ານອ່ອນຂໍ້ຄົງ ຄ້າງ; ຮູບການ ແລະ ວິທີການກວດກາໄດ້ມີການປັບປຸງດີຂຶ້ນເທື່ອລະກ້າວ ເປັນຕົ້ນແມ່ນການຈໍາກັດຂໍ້ມູນຫຼັກຖານມີຄວາມຊັດເຈນຫຼາຍຂຶ້ນ, ການຕີລາຄາຖືກຕ້ອງພາວະວິໄສ, ກໍານົດວິທີການແກ້ໄຂຖືກຕ້ອງກັບສະພາບຄວາມເປັນຈິງ ທັງສອດຄ່ອງກັບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ. ນອກຈາກນີ້, ວຽກງານກໍ່ສ້າງພັກກໍໄດ້ມີການຂະຫຍາຍຕົວນັບທັງປະລິມານ ແລະ ຄຸນນະພາບໄດ້ຕາມມາດຖານເງື່ອນໄຂຂອງກົດລະບຽບພັກ; ການປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານ ໄດ້ມີການປັບປຸງກົງຈັກການຈັດຕັ້ງດ້ານພັກ, ດ້ານລັດຕາມທິດກະທັດຮັດ ແຕ່ຮັບປະກັນການປະຕິບັດໜ້າທີ່ການເມືອງຂອງຕົນ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ. ພິເສດ ໄດ້ສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ 5 ເມືອງ ນະຄອນຫຼວງວຽງຈັນ ຈໍານວນ 34 ສະຫາຍ, ຍິງ 7 ສະຫາຍ ສົມທົບກັບຄະນະພັກ-ອົງການປົກຄອງເມືອງ ປັບປຸງກົງຈັກການຈັດຕັ້ງ ແລະ ພາລະບົດບາດ ຂອງຄະນະກວດກາພັກເມືອງ, ຜູ້ເຮັດວຽກງານກວດກາຢູ່ໜ່ວຍພັກອ້ອມຂ້າງເມືອງ ແລະ ຮາກຖານບ້ານ. ຈາກນັ້ນ, ສະຫາຍປະທານກອງປະຊຸມໄດ້ເຈາະຈິ້ມບາງບັນຫາ ເພື່ອໃຫ້ຄະນະພັກ, ສະມາຊິກພັກເຂົ້າຮ່ວມພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ການເຄື່ອນໄຫວວຽກງານແຕ່ລະດ້ານໃນໄລຍະຜ່ານມາເພື່ອເຮັດໃຫ້ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃຫ້ຄົບຖ້ວນສົມບູນ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຈໍານວນ 5 ສະຫາຍ ແລະ ສໍາຮອງ 2 ສະຫາຍ ຕາມມາດຖານເງື່ອນໄຂຂອງກົດລະບຽບພັກໄດ້ກໍານົດໄວ້ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. (ຂ່າວ: ນາງ ສີອາມອນ ໄຍຮຽງອ່ອນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com