Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີລົງນາມຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍ ສັນຍາ ວ່າດ້ວຍການຮ່ວມມືດ້ານ ເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນ ທີ 16 ທັນວາຜ່ານມາ ທີ່ກະຊວງການຕ່າງປະເທດ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນແມ່ນທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ຈຸດປະສົງຂອງການລົງນາມຈົດໝາຍແລກປ່ຽນແມ່ນເພື່ອຜັນຂະຫຍາຍສັນຍາ ວ່າດ້ວຍການຮ່ວມມືທາງດ້ານເຕັກນິກ-ວິຊາການລະຫວ່າງອາຊຽນ ແລະ ຍີ່ປຸ່ນທີ່ໄດ້ລົງນາມກັນ ໃນເດືອນພຶດສະພາ 2020 ຜ່ານມາ ໂດຍສະເພາະການອະນຸມັດແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາຊ່ຽວຊານ ແລະ ອາສາສະໝັກ ຍີ່ປຸ່ນ ໃນເວລາເດີນທາງເຂົ້າມາປະຕິບັດໜ້າທີ່ ວຽກງານ ຢູ່ ສປປ ລາວ ຕາມໂຄງການ/ແຜນງານ ພາຍໃຕ້ສັນຍາຮ່ວມມືທາງດ້ານເຕັກນິກ -ວິຊາການດັ່ງກ່າວ.
ໃນໂອກາດນີ້, ທ່ານ ທອງ ຜ່ານ ສະຫວັນເພັດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ການສະໜັບສະ ໜູນຊ່ວຍເຫຼືອ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໄລ ຍະຜ່ານມາ ຊຶ່ງໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ຍີ່ປຸ່ນຈະສືບຕໍ່ໃຫ້ ການສະໜັບສະໜູນ ແລະ ຊ່ວຍ ເຫຼືອ ໃນໄລຍະຕໍ່ໜ້າ ໂດຍສະ ເພາະການຮັດແຄບຄວາມແຕກໂຕນດ້ານການພັດທະນາ ພາຍໃນອາຊຽນດ້ວຍການຈັດຕັ້ງປະຕິບັດແຜນປະຕິບັດງານຂໍ້ລິເລິ່ມການເຊື່ຶອມໂຍງອາຊຽນ ສະບັບທີ 4 ຫຼື ໄອເອໄອ ສະບັບທີ 4 ໄລຍະ 2021-2025; ການ ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025; ການພັດທະນາຊັບ ພະຍາກອນມະນຸດ ແລະ ການຮ່ວມມືພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.
ທ່ານ ທາເກວາກະ ເຄໂຊ ໄດ້ສະແດງຄວາມເຊື່ອໝັັ້ນວ່າ: ການຮ່ວມມືດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນຈະປະກອບສ່ວນອັນສຳ ຄັນໃຫ້ແກ່ການສະໜັບສະໜູນ-ຊ່ວຍເຫຼືອສອງຝ່າຍຂອງລັດ ຖະບານຍີ່ປຸ່ນໃຫ້ແກ່ສປປລາວ ນັບມື້ນັບເພີ່ມຂຶ້ນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືປະກອບສ່ວນເຂົ້າໃນການສົ່ງເສີມການພົວ ພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
(ຂ່າວ: ກະຊວງການຕ່າງປະເທດ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com