Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສຳມະນາ ກຽມຄວາມພ້ອມເຂົ້າສູ່ເສດຖະກິດດີຈີຕອນ

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 18/12/2020 09:36:55 ຈຳ​ນວນ​​ຢ້ຽມ​ຊົມ 1936 ຄັ້ງ

ກະຊວງ​ໄປສະນີ, ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ (ປທສ), ໄດ້​ຈັດກອງ​ປະຊຸມ​ສຳ ​ມະ​ນາກະກຽມ​ຄວາມ​ພ້ອມ​ເຂົ້າ​ສູ່ເສດ​ຖະ​ກິ​ດດີ​ຈີຕອນ ແລະ ອຸດສາຫະກຳ 4.0 ໃນ​ວັນ​ທີ 17 ທັນວາ​ນີ້ ທີ່​ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ (ສອຊ) ໂດຍ​ການ​ເປັນ​ປະທານ​ຂອງທ່ານ ບຸນສະເຫຼີມ​ໄຊ ເຄນ​ນາ​ວົງ ຮອງ​ລັດ ຖະມົນຕີກະຊວງ ປທສ, ມີ​ຕາງໜ້າ​ຈາກ​ບັນດາ​ກະຊວງ, ອົງການ, ຫ້ອງການ, ສະ​ຖາ​ບັນ​ການ​ສຶກສາ, ລັດ​ວິ​ສາ​ຫະ​ກິດ, ທະນາຄານ, ບໍລິສັດເຂົ້າ​ຮ່ວມ.

ທ່ານ ບຸນ​ສະເຫຼີມ​ໄຊ ເຄນ​ນາ​ວົງ ໄດ້​ກ່າວ​ວ່າ: ການ​ສຳ​ມະນາ ໄດ້​ຍົກ​ໃຫ້​ເຫັນຜົນງານ ​ການ​ພັດທະນາຂອງ​ຂະແໜງການ ໃນ​ດ້ານ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ດ້ານ​ນິຕິ​ກຳ, ດ້ານ​ພື້ນຖານ​ໂຄງ​ລ່າງ, ດ້ານ​ຄວາມ​ປອດ​ໄພ ແລະ ອື່ນໆ ເພື່ອ​ກະກຽມ​ຄວາມ​ພ້ອມ​ເຂົ້າ​ສູ່ເສດຖະກິດ​ດີຈີ​ຕອນ ແລະ ອຸດສາຫະກຳ 4.0, ເຮັດໃຫ້​ ຜູ້​ເຂົ້າ​ຮ່ວມໄດ້​ມີ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈ ເພື່ອ​ກຽມ​ຄວາມ​ພ້ອມ​ຂອງ​ຂະແໜງການ​ຕົນ​ເອງ ຮອງ​ຮັບ​ໃຫ້​ແກ່​ການ​ປ່ຽນ ແປງ​ໃນ​ອະ​ນາ​ຄົດ.

ໝາກຜົນ​ຂອງ​ການ​ຄຸ້ມ​ຄອງ, ພັດທະນາ ແລະ ນຳໃຊ້ ໄອ​ຊີ​ທີກໍ​ຄືເຕັກ​ໂນ​ໂລຊີດີຈີຕອນ ທີ່​ປະກອບສ່ວນ​ເຂົ້າ​ໃນ​ການ ຫັນ​ເປັນ​ທັນ​ສະໄໝທີ່ຂະ ແໜງການ ປທສ ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນການ​ຂະຫຍາຍ​ເຄືອ​ຂ່າຍ​ໂທລະສັບ ແລະ ອິນ​ເຕີເນັດທີ່​ມີ​ຄວາມ​ຮັບປະກັນ ແລະ ຄວບ​ຄຸມພື້ນທີ່​ ຫຼາຍ​ກວ່າ 90% ຂອງ​ປະເທດ, ພື້ນຖານໂຄງ​ລ່າງ​ສູນ​ຂໍ້​ມູນແຫ່ງ ​ຊາດ, ລະຫັດ​ຊື່​ອິນ​ເຕີ​ເນັດ .LA ແລະ .ລາວ, ລາຍ​ເຊັນ​ເອ​ເລັກ​ໂຕ​ຣ​ນິກ, ການ​ຂຶ້ນ​ທະ ບຽນ​ເລກ​ໝາຍ​ໂທລະສັບ, ລະບົບ​ກອງ​ປະຊຸມ​ທາງໄກ, ລະບົບ​ຫ້ອງການ​ທັນ​ສະໄໝ (e-Office), ລະບົບ​ສື່ສານ​ພາກ​ລັດ (G-Chat), ລະບົບ​ແພັ​ລດ​ຟອມ​ເວັບ​ໄຊ​ພາກ​ລັດ (G-Web Platform), ການ​ຈ່າຍ​ເງິນ​ຜ່ານ​ທາງ​ມື​ຖື (Mobile Money) ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ໄດ້​ກາຍເປັນ​ພື້ນຖານ​ໂຄງ​ລ່າງ​ທີ່​ສຳຄັນໃຫ້​ ແກ່​ການ​ສ້າງ​ເສດຖະກິດ​ດີຈີ ຕອນ ແລະ ອຸດສາ ຫະກຳ 4.0.

ທ່ານ​ ແກ້ວ​ວີ​ສຸກ ໂສ​ລະ​ພົມ ຫົວໜ້າ​ສູນ​ອິນ​ເຕີ​ເນັດ ແຫ່ງ​ຊາດ ໄດ້​ຂຶ້ນ​ສະເໜີ​ກ່ຽວ​ກັບ ການ​ພັດທະນາ​ເສດຖະກິດ​ດີຈີຕອນ ໃນ ສປປ ລາວ ວ່າ: ລັດຖະບານ ໄດ້​ຮັບຮອງ​ໂດຍ​ຫຼັກການ ກ່ຽວ​ກັບ ວິໄສ​ທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນ​ພັດທະນາ ເສດຖະກິດ​ດີຈີຕອນ ແຫ່ງ​ຊາດ ໄລຍະ 5 ປີ ຄັ້ງ​ທີ I (2021-2025) ຊຶ່ງ​ແຜນ​ດັ່ງກ່າວ ແມ່ນ​ອີງໃສ່​ແນວທາງ​ຂອງ​ພັກ ແລະ ແຜນ​ນະໂຍບາຍ ຂອງ​ລັດຖະບານ, ບົດຮຽນ​ຈາກ​ສະພາບ​ການ​ພັດ ທະນາ​ເສດຖະກິດ​ຕົວ​ຈິງຢູ່​ປະ ເທດ​ເຮົາ​ໃນ​ໄລຍະ​ຜ່ານມາສົມ ທົບ​ກັບ​ການ​ພັດທະນາ​ເສດ ຖະກິດ​ດີ​ຈີຕອນ​ຂອງພາກພື້ນ ແລະ ສາກົນ ໂດຍ​ສະເພາະ​ຈາກ​ປະເທດ​ເພື່ອນ​ມິດ​ຍຸດທະ​ ສາດ. ແຜນ​ດັ່ງກ່າວຈະ​ປະກອບ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມແຫ່ງ​ຊາດ ຄັ້ງທີ IX (2021-2025) ເພື່ອ​ໃຫ້ ເສດຖະກິດ​ດີ​ຈີຕອນກາຍເປັນ ​ສ່ວນ​ໜຶ່ງ​ທີ່​ສຳຄັນປະກອບສ່ວນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະ ກິດ​ຂອງ​ຊາດໃນ​ຊຸມ​ປີ​ຕໍ່​ໜ້າ.

(ຂ່າວ - ພາບ: ສຸກ​ສະຫວັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com