Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານໄລຍະ 5 ປີ (2016-2020) ແລະ ປະຈໍາປີ 2020, ໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມຄະນະພົວພັນຕ່າງປະເທດສູນກາງພັກ ໂດຍການເປັນປະທານຂອງ ສະຫາຍນາງ ສູນທອນ ໄຊຍະຈັກ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາ ກ່ຽວກັບ ການປະຕິບັດວຽກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະຜ່ານມາ ສະເໜີໂດຍສະຫາຍ ນາງ ວັນດີ ບຸດທະສະວົງ ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍສະຫາຍໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດຜົນງານທີ່ຍາດມາໄດ້, ບາງດ້ານຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້, ພ້ອມທັງຜ່ານວາງທິດທາງ ແລະ ແຜນສູ້ຊົນໃນປີ 2021.
ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ຜົນງານທີ່ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ຍາດມາໄດ້ໃນຕະຫຼອດໄລຍະ 5 ປີ (2016-2020), ອັນພົ້ນເດັ່ນແມ່ນ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສໍາເລັດສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 100%, ການປັບປຸງກົງຈັກການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງພື້ນຖານໂຄງລ່າງສໍານັກງານ; ການເປີດກວ້າງການພົວພັນກັບຕ່າງປະເທດໃນຮູບແບບໃໝ່ໃນສະຖານະການຂອງການແຜ່ລະບາດຂອງພະຍາດໂຄວິດ-19.
ໃນຕອນທ້າຍ, ສະຫາຍ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈມານະບຸກບືນ, ຄວາມສາມັກຄີເປັນເອກະພາບພາຍໃນ ຈະເຮັດໃຫ້ການປະຕິບັດໜ້າທີ່ຂອງ ຄຕພ ສືບຕໍ່ຍາດໄດ້ຜົນສຳເລັດຫຼາຍກວ່າເກົ່າ, ສືບຕໍ່ສ້າງສະພາບແວດລ້ອມສາກົນ ທີ່ສະດວກໃຫ້ແກ່ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕໍ່ໜ້າ ສືບຕໍ່ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ II ຂອງ ອົງຄະນະພັກ ຄຕພ ໃນຕໍ່ໜ້າ.
(ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com