Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະມາຄົມສິລະປະແຄນ ລາວ ຮ່ວມກັບ ກົມສິລະປະ ການສະແດງ ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດງານມະໂຫລານສຽງແຄນ ເຊື້ອຊາດລາວ ມໍລະດົກໂລກ ເພື່ອສະເຫຼີມສະຫຼອງວັນ ເກີດ ປະທານ ໄກສອນ ພົມ ວິຫານ ຄົບຮອບ 100 ປີ, ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເມື່ອວັນທີ 18 ທັນວາຜ່ານມານີ້ ທີ່ຫໍວັດທະນະທຳແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງ ຖວທ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ນຳພັກ-ລັດ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄຳພິທູນ ກ່າວຄຳເຫັນເປີດງານວ່າ: ການຈັດງານສຽງແຄນເຊື້ອຊາດລາວ ມໍລະດົກໂລກຄັ້ງນີ້ ແມ່ນມີເນື້ອໃນ ແລະ ຄວາມໝາຍສຳຄັນຫຼາຍກໍຄືເປັນການສ້າງບັນຍາກາດໃຫ້ແກ່ການສະເຫຼີມສະຫຼອງວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ເພື່ອສ້າງບັນຍາກາດໃຫ້ແກ່ການສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 45 ປີ, ຊຸກຍູ້ປຸກລະດົມຂະບວນການ ສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ເພື່ອສ້າງຈິດສຳນຶກໃຫ້ທົ່ວປວງຊົນລາວທັງຊາດຮູ້ບຸນຄຸນ, ຄຸນງາມຄວາມດີ ແລະ ຄວາມປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງການປະຕິວັດລາວ ໃນນັ້ນ ເປັນການປຸກລະດົມໃຫ້ທົ່ວພັກ, ທົ່ວລັດ, ກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າກຽມຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຄັ້ງທີ IX, ເພື່ອເປັນການປຸກລະດົມກຳລັງໃຈຂອງຂະບວນການສິລະປະວັດທະນະທຳ ໂດຍສະເພາະແຄນລາວ ຊຶ່ງໄດ້ເຕົ້າໂຮມສິລະປິນໝໍແຄນ, ໝໍລຳ, ຊ່າງເຮັດແຄນ ເພື່ອພ້ອມກັນອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງແຄນ ແລະ ສຽງແຄນເຊື້ອຊາດລາວ ມໍລະດົກໂລກໃຫ້ຍືນຍົງຢູ່ຄູ່ຄົນລາວ, ຊາດລາວ ແລະ ຊາວໂລກຕະຫຼອດໄປ. ທ່ານກ່າວຕື່ມວ່າ: ການໄດ້ມາສຽງແຄນເຊື້ອຊາດລາວ ມໍລະດົກໂລກ ບວກກັບມໍລະດົກໂລກຫຼວງພະບາງ, ວັດພູຈຳປາສັກ ແລະ ທົ່ງໄຫຫີນຊຽງຂວາງ ໄດ້ນຳເອົາຊື່ສຽງ, ກຽດສັກສີອັນໃຫຍ່ຫຼວງໃຫ້ແກ່ຊາດລາວເຮົາກໍຄືມວນມະນຸດໂລກ ສະນັ້ນຈຶ່ງຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນຈົ່ງພ້ອມກັນປົກປັກຮັກສາ, ເສີມຂະຫຍາຍມໍລະດົກໂລກດັ່ງກ່າວໃຫ້ຄົງຢູ່ຄູ່ກັບຄົນລາວ ແລະ ປະເທດລາວຕະຫຼອດໄປ.
ໃນງານດັ່ງກ່າວຍັງມີຫຼາກຫຼາຍລາຍການສະແດງຄື: ມີດ່ຽວແຄນ ແລະ ປະດິດລາຍແຄນໂດຍແຄນອັນດັບໜຶ່ງຂອງ ສປປ ລາວ, ລຳຄອນສະຫວັນສັນລະເສີນປະທານ ໄກສອນ ພົມວິຫານ, ຂັບຊຳເໜືອລາວ ແລະ ຂັບໄຕແດງ, ລຳຜູ້ໄທປະກອບບົດຟ້ອນ, ເປົ່າແຄນມົ້ງ ປະກອບບົດຟ້ອນໝູ່ຍິງ-ຊາຍ, ຮ້ອງເພງແກ້ວຫຼັກເມືອງ, ລຳຕັ່ງຫວາຍປະກອບບົດຟ້ອນ, ດ່ຽວແຄນ,ເປົ່າແຄນວົງຍິງ-ຊາຍ, ຟ້ອນປະກອບເພງສຽງແຄນລາວ ແລະ ອື່ນໆ, ທຸກໆລາຍການສະແດງແມ່ນໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ກັບຜູ້ເຂົ້າຮ່ວມຊົມໄດ້ເປັນຢ່າງດີ, ໃນພິທີຍັງໄດ້ປະກາດຜົນ ແລະ ມອບລາງວັນການແຂ່ງຂັນສີມືຊ່າງແຄນດີເດັ່ນທົ່ວປະເທດ ປະຈຳປີ 2020 ຊຶ່ງຜູ້ຊະນະເລີດໄດ້ແກ່ ທ່ານ ບົວວັນ ອຸດົມສຸກ ເມືອງພູກູດ ແຂວງຊຽງຂວາງ ໄດ້ຮັບເງິນ 4 ລ້ານກີບ ພ້ອມດ້ວຍໂລ້ລາງວັນ ແລະ ໃບກຽດຕິຄຸນ, ຮອງຊະນະເລີດໄດ້ແກ່ ທ່ານ ຈັນສີ ອຸດົມສຸກ ໄດ້ຮັບເງິນ 3.200.000 ກີບ ພ້ອມດ້ວຍໂລ້ລາງວັນ ແລະ ໃບກຽດຕິຄຸນ, ລາງວັນທີສາມໄດ້ແກ່ ທ່ານ ແກ່ນ ອຸດົມສຸກໄດ້ຮັບເງິນ 2.500.000 ກີບ, ໂລ້ລາງວັນ, ໃບກຽດຕິຄຸນ ແລະ ລາງວັນຊົມເຊີຍໄດ້ແກ່ ທ່ານ ສາຍທອງ ສາຍນະສິນ ໄດ້ຮັບເງິນ 2 ລ້ານກີບ ພ້ອມດ້ວຍໃບກຽດຕິຄຸນ.
(ຂ່າວ: ສຳນານ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com