Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ທະນາຍ ຄວາມທົ່ວປະເທດ ຄັ້ງທີ VIII ໄດ້ເປີດຂຶ້ນ ແລະ ປິດລົງດ້ວຍຜົນສຳເລັດ ເມື່ອວັນທີ 18 ທັນ ວາຜ່ານມາ ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມລາວ-ຍີ່ ປຸ່ນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ, ແຂກຖືກເຊີນ ແລະ ສະ ມາຊິກສະພາທະນາຍຄວາມທົ່ວປະເທດເຂົ້າຮ່ວມ.
ທ່ານ ວໍລັດສະໝີ ສຸລິປະ ພັນ ຮອງປະທານສະພາທະ ນາຍຄວາມໄດ້ຍົກໃຫ້ເຫັນວ່າ: 5 ປີຜ່ານມາ ຄະນະບໍລິຫານງານສະພາທະນາຍຄວາມ ໄດ້ເຄື່ອນໄຫວ ແລະ ມີຜົນສຳ ເລັດທີ່ພົ້ນເດັ່ນຄື: ໄດ້ສ້າງເອົາທະນາຍຄວາມໄປຕາມຂັ້ນຕອນທີ່ກົດໝາຍວ່າດ້ວຍທະ ນາຍຄວາມ (ສະບັບປັບປຸງ) ໄດ້ກຳນົດໄວ້ ແລະ ມີຂໍ້ຕົກລົງແຕ່ງຕັ້ງໃຫ້ເປັນທະນາຍຄວາມຈາກ ທ່ານ ລັດຖະມົນຕີກະຊວງ ຍຸຕິທຳ ຈຳນວນ 189 ຄົນ, ຍິງ 48 ຄົນ ສະເລ່ຍສ້າງໄດ້ 37 ຄົນຕໍ່ປີ, ໄດ້ຍົກລະດັບວິຊາສະ ເພາະໃຫ້ທະນາຍຄວາມຢູ່ພາຍໃນ 3 ຄັ້ງ ມີ 68 ເທື່ອຄົນ, ຈັດຝຶກອົບຮົມວິຊາຊີບທະນາຍຄວາມໂດຍສະເພາະທະນາຍຄວາມ ຈຳນວນ 3 ຄັ້ງ ມີ 103 ຄົນ ຍິງ 16 ຄົນ,ໄດ້ສ້າງຄູຝຶກອົບຮົມວິຊາຊີບທະນາຍຄວາມ 8 ຄົນ, ຍົກລະດັບຄວາມຮູ້ໃຫ້ຄູຝຶກອົບຮົມ 1 ຄັ້ງ ແລະ ປະຊຸມຮ່ວມກັນສະໜັບສະໜູນຈາກຕ່າງປະ ເທດກ່ຽວກັບການຖອດຖອນບົດຮຽນ ແລະ ປັບປຸງຫຼັກສູດການຮຽນ-ການສອນ 2 ຄັ້ງ, ໄດ້ຮັບທະນາຍຄວາມເຂົ້າຮ່ວມໂຄງການຊ່ວຍໜູນສະຖາບັນຍຸຕິທຳແຫ່ງຊາດ ແລະ ຂຽນຫຼັກ ສູດການຮຽນ-ການສອນຕໍ່ກັບການດຳເນີນຄະດີແພ່ງ, ການດຳເນີນຄະດີອາຍາ, ຈັນຍາບັນທະນາຍຄວາມ, ການສ້າງຕັ້ງ ແລະ ການເຄື່ອນໄຫວວິສະ ຫະກິດກົດໝາຍ, ການເຄື່ອນ ໄຫວວິຊາສະເພາະຜ່ານມາທະ ນາຍຄວາມທົ່ວປະເທດໄດ້ຮັບການມອບສິດຈາກປະຊາຊົນໃຫ້ເປັນຜູ້ຕາງໜ້າແກ້ໄຂຂໍ້ຂັດແຍ່ງຄື: ຕາງໜ້າວ່າຄວາມທັງໝົດ 4.091 ຄະດີ ໃນນັ້ນ ຄະດີອາຍາ 1.313 ຄະດີ, ຄະດີແພ່ງ 2.535 ຄະດີ, ສຳເລັດ 3.559 ຄະດີ ເທົ່າກັບ 87% ໃນນັ້ນ ຄະດີອາຍາ 1.024 ຄະດີ, ຄະດີແພ່ງ 2.535 ຄະດີ, ປັດຈຸບັນ ສະພາທະນາຍຄວາມ ມີສະມາຊິກສະພາທະນາຍຄວາມທັງໝົດ 312 ຄົນ, ຍິງ 70 ຄົນ, ນະຄອນຫຼວງວຽງຈັນ 253 ຄົນ, ຍິງ 66 ຄົນ, ຕ່າງແຂວງ (9ແຂວງ), 59 ຄົນ ຍິງ 4 ຄົນ.
ໂອກາດເຂົ້າຮ່ວມ ທ່ານ ໄຊສີ ສັນຕິວົງ ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍຜົນສຳເລັດອັນພົ້ນເດັ່ນຂອງຄະນະບໍລິຫານງານສະພາທະນາຍຄວາມ ແລະ ສະ ມາຊິກຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ໄດ້ເນັ້ນໃຫ້ສະ ມາຊິກສະພາທະນາຍຄວາມ ແລະ ຄະນະບໍລິຫານງານສະ ພາທະນາຍຄວາມ ແລະ ຄະ ນະກວດກາຊຸດໃໝ່ ຕ້ອງໄດ້ເອົາໃຈໃສ່ບາງບັນຫາຄື: ຄະ ນະກວດກາຊຸດໃໝ່ ກໍຕ້ອງໄດ້ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານກວດກາ, ສະມາຊິກສະພາທະ ນາຍຄວາມ ທຸກທ່ານຕ້ອງເອົາ ໃຈໃສ່ປະຕິບັດຈັນຍາບັນ ແລະ ຈັນຍາທຳ ຂອງທະນາຍຄວາມໃນການເຄື່ອນໄຫວວິຊາຊີບທະນາຍຄວາມຂອງຕົນ, ເອົາ ໃຈໃສ່ພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ອົງການສືບສວນ-ສອບສວນ, ອົງການໄອຍະການ, ສານ ແລະ ພາກສ່ວນອົງການຈັດຕັ້ງທາງພາກລັດ ໃຫ້ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກໃຫ້ແກ່ທະນາຍ ຄວາມໃນການປະຕິບັດໜ້າທີ່ໃນການເຄື່ອນໄຫວປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລູກຄວາມຕາມກົດໝາຍ ແລະ ອື່ນໆ.
ກອງປະຊຸມຍັງໄດ້ຜ່ານວຽກງານການເງິນ ແລະ ແຜນ ການເງິນ, ວຽກງານກວດກາ ແລະ ແຜນການກວດກາ,ປ່ອນບັດເລືອກຕັ້ງເອົາຄະນະບໍລິ ຫານງານຊຸດໃໝ່. ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອ ກະພາບເລືອກເອົາ ທ່ານ ຄຳໃສ ສຸລິນທອນ ເປັນປະທານສະພາທະນາຍຄວາມ ຊຸດໃໝ່, ທ່ານ ວໍລັດສະໝີ ສຸລິປະພັນ, ທ່ານ ນິວັນ ສົມແສງດີ ເປັນຮອງປະທານ; ທ່ານ ວຽງສະຫວັນ ພັນທະລີ ເປັນປະທານກວດກາ, ທ່ານ ວິລະໄຊ ຊົງວິໄລ, ທ່ານ ນາງ ສີຖະໜອມ ທອນມຸນຕີ ເປັນຮອງປະທານກວດກາ.
(ຂ່າວ: ສຳນານ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com