Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການນຳຂັ້ນສູງຂອງພັກ-ລັດ ຂຶ້ນພິຊິດ ຍອດພູເບ້ຍ ພູສູງທີ່ສຸດຂອງລາວ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 22/12/2020 09:02:56 ຈຳ​ນວນ​​ຢ້ຽມ​ຊົມ 3092 ຄັ້ງ

   ທ່ານ  ພັນ​ຄຳ ວິພາ​ວັນ ຮອງ​ປະທານ​ປະເທດ  ແຫ່ງ ສປປ ລາວ  ຫົວໜ້າ​ຄະນະ​ຊີ້​ນຳ ການ​ພັດທະນາ​ເຂດ​ຈຸດ​ສຸມ​ໃຈກາງ​ ພ້ອມດ້ວຍ​ຄະນະ​ໄດ້​ເປັນ​ກຽດ​ຂຶ້ນ​ທ່ອງ​ທ່ຽວ​ພິ​ຊິດ​ຍອດພູ​ເບ້ຍ ພູ​ສູງ​ທີ່​ສຸດ​ຂອງ​ລາວ 2.820 ແມັດ ໂດຍ​ມີທ່ານ ພົຕ ຄຳ​ລຽງ ອຸ​ທະ​ໄກສອນ ເຈົ້າແຂວງ​ໄຊ​ສົມບູນ  ພ້ອມ​ດ້ວຍ​ຄະນະ​ພັກ​-​ຄະນະ​ນຳ​ແຂວງ ແລະ ​ທ່ານ  ຄຳ​ໄພ  ສົມ​ຊະນະ  ປະທານ​ບໍລິສັດ​ກຸ່ມບໍ ລິສັດ​ຄຳ​ໄພ​ຊະນະ​ຈຳກັດ ​ຜູ້​ດຽວ ຕະຫຼອດ​ຮອດ​ພາກສ່ວນ​ຈາກ​ບັນດາ​ກະຊວງ​ຢູ່​ສູນ​ກາງ ແລະ  ແຂວງ​ເຂົ້າ​ຮ່ວມ​ຂະ ບວນ​ການ​ຢ່າງ​ຫຼວງຫຼາຍ​ ເມື່ອບໍ່​ດົນ​ມານີ້.

   ໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ດັ່ງກ່າວ​ ທ່ານ ພັນ​ຄຳ ວິພາ​ວັນ  ໄດ້​ໃຫ້​ກຽດ  ໃຫ້​ສຳ ພາດ​ຕໍ່​ນັກ​ຂ່າວ​ວ່າ:  ພູ​ເບ້ຍ ນອກຈາກ​ມີ​ຊື່​ສຽງ​ຄວາມ​ສູງ​ທີ່​ສຸດ​ຂອງ​ລາວ​ແລ້ວ ຍັງ​ຄົງ​ເຕັມ​ໄປ​ດ້ວຍ​ຄວາມ​ອຸດົມສົມບູນ​ຮັ່ງ ມີ​ຂອງ​ຊັບພະຍາກອນ​ທຳ​ມະ​ຊາດ ໂດຍ​ສະເພາະ​ແມ່ນ​ຜືນ​ປ່າໄມ້​ໃຫຍ່ ແລະ ຊີວະ​ພືດ​ນາໆ​ພັນ​ທີ່​ມີ​ຄຸນຄ່າ  ຢ່າງ​ມະຫາສານ​ຈົນ​ບໍ່​ສາມາດ​ຕີ​ລາຄາມູນ​ຄ່າ​ໄດ້, ມີ​ຄວາມ​ງົດ​ງາມ​ເໝືອນ​ສວນ​ອຸທິຍານ  ຊຶ່ງ​ບັນຫາ​ສຳ ຄັນ​ຕ້ອງ​ໄດ້​ປົກ​ປັກ​ຮັກສາ  ແລະ ນຳ​ໃຊ້​ໃຫ້​ເກີດ​ປະໂຫຍດ​ແກ່​ປະ ເທດ​ຊາດ ແລະ ບ້ານ​ເມືອງ.
ສຳລັບ​ໂຄງການ​ພັດທະນາ​ ແມ່ນ​ໄດ້ມອບ​ໃຫ້​ອຳນາດ​ການ​ປົກຄອງ​ແຂວງ​ໄຊສົມບູນສົມ ທົບ​ກັບ​ບໍລິສັດ​ກຸ່ມ​ຄຳ​ໄພ​ຊະນະ​ຈຳກັດ​ຜູ້​ດຽວ  ​ເພື່ອ​ພັດທະນາ​ພູ້​ເບ້ຍ​ໃຫ້​ກາຍເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດຮັບປະກັນຄຸນ ຄ່າ​ທາງ​ທຳ​ມະ​ຊາດ​ພ້ອມກັນ​ ນັ້ນ​ກໍ​ນຳ​ໃຊ້​ໃຫ້​ເກີດ​ຜົນ​ປະ ໂຫຍດ​ສູງ​ສຸດ​ເພາະ​ການທີ່ ພວກ​ເຮົາ​ໄດ້​ຂຶ້ນພິ​ຊິດ​ຍອດພູ​ເບ້ຍ​ນີ້​ໄດ້​ແມ່ນ​ສະແດງ​ໃຫ້​ເຫັນ​ໄຊຊະນະ​ຢ່າງ​ໃຫຍ່​ຫຼວງ​ຂອງວຽກ​ງານ​ປ້ອງ​ກັນ​ຊາດ ແລະ​ ປ້ອງ​ກັນ​ຄວາມສະຫງົບ​ ຂອງ​ປະເທດ​ເຮົາ​ອັນ​ໄດ້​ປະ ກອບສ່ວນ​ທີ່​ສຳຄັນ ​ໃນ​ການ​ສະເຫຼີມສະຫຼອງ​ວັນ​ສະ​ຖາ ປະ​ນາ ສປປ ລາວ 2 ທັນວາ​ຄົບຮອບ 45 ປີ  ແລະ  ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ   ຄົບຮອບ 100 ປີ  ທັງ​ນີ້​ທ່ານ​ກໍ​ໄດ້​ກ່າວ​ຍ້ອງຍໍ​ຊົມເຊີຍທຸກ​ພາກສ່ວນ​ໂດຍ​ສະເພາະ​ກຳລັງ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ​ພໍ່​ແມ່​ພີ່ນ້ອງ​ປະຊາຊົນ​ລາວ​ບັນ ດາເຜົ່າພາຍ​ໃນແຂວງ​ໄຊ​ສົມ ບູນທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນການ​ປົກ​ປັກ​ຮັກສາ​ພູ​ເບ້ຍ​ແຫ່ງ​ນີ້​ຈົນ​ມາເຖິງ​ທຸກ​ວັນ​ນີ້.
ທ່ານ  ພົນ​ໂທ ສຸ​ວອນ ເລືອງ​ ບຸນ​ມີ  ຮອງ​ລັດຖະມົນຕີ​ກະ ຊວງ​ປ້ອງ​ກັນ​ປະເທດ​ກ່າວ​ວ່າ: ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຍາມ​ໃດ​ກໍ​ຕິດ​ພັນ​ກັບ​ການ​ພັດທະນາ ​ຊຶ່ງ​ພູ​ເບ້ຍ​ແຫ່ງ​ນີ້​ແມ່ນ​ຈຸດ​ຍຸດ​ທະ​ສາດ​ທີ່່​ສຳຄັນ​ບໍ່​ວ່າ​ໃນ​ຍາມ​ຕໍ່ສູ້​ກູ້​ຊາດ​ກໍ​ຄື​ໄລຍະ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໂດຍ​ການ​ຂຶ້ນ​ພິ​ຊິດ​ຍອດພູ​ເບ້ຍ​ແມ່ນ​ມີຄວາມ​ໝາຍ​ສຳຄັນ  ຊຶ່ງ​ວຽກ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ເປັນ​ເງື່ອນໄຂ  ແລະ  ປັດ​ໄຈ​ສຳຄັນ  ໂດຍ​ສະເພາະ​ແມ່ນ​ການ​ພັດທະນາ​ຂອງ​ບໍລິສັດ​ຄຳ​ໄພ​ຊະນະແມ່ນ​ໄດ້​ສ້າງ​ຄວາມ​ສະດວກແກ່​ການ​ພັດທະນາ​ຮອດ​ຈຸດ​ໃດ​ກຳລັງກໍ​ຈະ​ຮອດ​ຈຸດ​ນັ້ນ​ອັນ​ໄດ້​ເປັນ​ສິ່ງ​ສຳຄັນ ເຮັດ​ໃຫ້​ເຮົາ​ສາມາດ​ຂຶ້ນ​ພິ​ຊິດ​ຍອດພູ​ເບ້ຍ​ໃນ​ຄັ້ງ​ນີ້.
ດ້ານ​ທ່ານ ​ນາງ ວັດທະນາ ດາລາ​ລອຍ  ຮອງ​ຜູ້​ວ່າການ​ທະນາຄານ ​ແຫ່ງ ສປປ ລາວ ກ່າວ​ວ່າ:  ມື້ນີ້​ຄະນະນຳ​ທະ ນາ ຄານ​ ແຫ່ງ ສປປ ລາວ ແລະ ທະນາຄານ​ທຸລະ​ກິດ​ປະກອບ​ມີ​ທະນາຄານພັດທະນາລາວ, ທະນາຄານ​ນະໂຍບາຍ ແລະ ທະນາຄານ​ການ​ຄ້າຕ່າງປະ ເທດ​ລາວ​ມະຫາຊົນ​ຮູ້ສຶກເປັນ ​ກຽດ​ ແລະ ​ພາກພູມ​ໃຈເປັນ ​ຢ່າງ​ຍິ່ງ​ທີ່​ໄດ້​ຮ່ວມ​ກັບ​ຄະນະຮັບ ຜິດຊອບ​ຊີ້​ນຳໆ​ການ​ພັດທະ ນາ​ເຂດ​ຈຸດ​ສຸມ​ໃຈກາງ​ຂຶ້ນ​ພິ​ຊິດ​ຍອດ​ພູ້​ເບ້ຍເປັນ​ຄັ້ງ​ທຳອິດ​ໃນ​ຊີວິດ  ຊຶ່ງ​ຜ່ານ​ມາ​ໄດ້ຮໍ່າ​ຮຽນ​ແຕ່​ໃນ​ພູມ​ສາດ​ປະຫວັດສາດ ແຕ່​ມື້ນີ້​ໄດ້​ມາ​ສຳຜັດ​ເຫັນ​ວ່າ​ເປັນ​ສິ່ງ​ທີ່​ພິເສດ​ທີ່​ສຸດ​ຍ້ອນ​ມີ​ຄວາມ​ສວຍ​ງາມ​ຫຼາຍມີ​ຄວາມ​ອຸດົມສົມບູນ  ແລະ  ບໍ່​ເຄີຍ​ເຫັນ ​ຢູ່​ທີ່​ໃດ​ມາ​ກ່ອນ​ຈາກ​ທີ່​ເຄີຍ​ໄດ້​ໄປ​ທ່ຽວ​ຫຼາຍໆ​ປະເທດ​ທັງ​ນີ້​ກໍ​ຂໍ​ຂອບໃຈທາງ​ບໍລິສັດ​ກຸ່ມ​ຄຳ​ໄພ​ຊະນະ​ທີ່​ໄດ້​ສົມທົບ​ກັບ​ກຳ ລັງ​ປ້ອງ​ຊາດ​-ປ້ອງ​ກັນ​ຄວາມ​ສະຫງົບ​ປະກອບສ່ວນ​ໃນ​ການ​ພັດທະນາ​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ມາ​ສຳຜັດ​ຕົວ​ຈິງ.
ຜ່ານ​ການ​ຢ້ຽມ​ຊົມ​ຄັ້ງ​ນີ້ ທ່ານ ນາງ ວັດທະນາ ດາລາ​ລອຍ ກ່າວ​ຢໍ້າ​ວ່າ: ພາກສ່ວນ​ທະນາຄານ​ມີ​ຄວາມ​ພ້ອມ​ແລ້ວ ​ທີ່ຈະ​ປະກອບສ່ວນ​ຊ່ວຍ​ພັກ​ຊ່ວຍ​ລັດ ແລະ ບໍລິສັດໃນການ ​ພັດທະນາ​ພູ​ເບ້ຍ​ແຫ່ງ​ນີ້ໃຫ້​ ກາຍເປັນ​ສະຖານທີ່​ທ່ອງທ່ຽວ ​ເປັນ​ແຫຼ່ງ​ສ້າງ​ລາຍ​ຮັບແກ່ແຂວງ ​ກໍ​ຄື​ປະຊາຊົນ​ໃນ​ທ້ອງຖິ່ນ ​ເພື່ອ​ເປັນ​ສິ່ງ​ເອກອ້າງແກ່​ຊາວ​ໂລກ ໂດຍ​ຫວັງ​ວ່າ​ພວກ​ເຮົາ​ຈະ​ໄດ້​ມາ​ທ່ຽວ​ຊົມ​ອີກ​ຄັ້ງ​ໃນ​ຕໍ່ໆ​ໄປ.
ຂະນະ​ທີ່​ ທ່ານ  ຄຳ​ໄພ  ສົມ​ຊະນະ  ກ່າວ​ວ່າ: ຄະນະນຳ​ ຂັ້ນ​ສູງ​ທີ່​ຂຶ້ນ​ທ່ອງ​ທ່ຽວ​ພິ​ຊິດ​ຍອດພູ​ເບ້ຍ​ ໃນ​ຄັ້ງ​ນີ້​ແມ່ນ​ເປັນ​ຄັ້ງ​ປະຫວັດສາດ ແລະ ເຫັນ​ວ່າ​ແຕ່​ລະ​ທ່ານ​ທີ່​ມາ​ຊື່ນ​ຊົມນີ້​ ແມ່ນ​ມີ​ຄວາມສຸກ​ຫຼາຍ​ກັບ​ຄວາມ​ສວຍ​ງາມ​ຂອງ​ພູເບ້ຍ ໂດຍ​ສະເພາະ​ຜືນ​ປ່າໄມ້​ໃຫຍ່​ ດົງ​ດິບ​ທີ່​ປຽບ​ສະ​ເໝືອນຫຼັງຄາ​ ຂອງ​ປະເທດ​ລາວ, ດົງ​ປ່າໄມ້ ຂົນເທບ​ນິຍາຍ​ແຫ່ງ​ຄວາມ​ເປັນ​ຈິງ,  ຫີນ​ສີ​ລາ​ນໍ​ແຮດ​ລ້ານ​ປີ, ສວນ​ດອກ​ກຸຫຼາບ​ລ້ານ​ປີ   ແລະ​ຊີວະ​ນາໆ​ພັນ​ຕະຫຼອດ​ຮອດສັດ ສາ​ວາ​ສິ່ງອື່ນໆ.  ​ຫຼັງ​ຈາກ​ນີ້​ທາງ​ບໍລິສັດ​ກໍ​ຈະ​ໄດ້​ເລັ່ງ​ໃສ່​ການ​ປັບປຸງ ແລະ​ ກໍ່ສ້າງ​ບັນດາ​ກິດຈະກຳ  ແລະ  ເສັ້ນທາງເບ​ຕົງ​ຂຶ້ນ​ຫາ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ຍາວ​ທັງ​ໝົດ 20 ກວ່າ​ກິໂລ​ແມັດ ໃຫ້​ສຳເລັດ​ພາຍ​ໃນ​ປີ  2021  ກ່ອນ​ຈະ​ໄດ້ເປີດ​ໃຫ້​ບັນດາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ  ແລະ ​ຕ່າງປະເທດ​ໄດ້​ຊື່ນ​ຊົມ​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ປີ 2022 ຢ່າງ​ແນ່​ນອນ.
(ຂ່າວ: ໄຊ​ສົມບູນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com