Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໄດ້ສະຫຼຸບການ ຈັດຕັ້ງປະຕິບັດບົດບັນທຶກປະ ສານງານ ລະຫວ່າງ ອົງການ ກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ 5 ປີ (2015-2020) ໃນວັນທີ 22 ທັນວານີ້ ທີ່ຫ້ອງປະຊຸມຂອງ ອົງການກວດກາລັດຖະບານ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ນາງ ວຽງທອງ ສີພັນດອນ ກໍາມະການສູນ ກາງພັກ ປະທານອົງການກວດ ສອບແຫ່ງລັດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາສຸກ ບຸນຍະວົງ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງ ການກວດກາລັດຖະບານ ຮອງ ຫົວໜ້າອົງການຕ້ານການສໍ້ ລາດບັງຫຼວງຂັ້ນສູນກາງ ໄດ້ ຂຶ້ນຜ່ານຮ່າງບົດສະຫຼຸບການ ຈັດຕັ້ງປະຕິບັດບົດບັນທຶກການ ປະສານງານລະຫວ່າງອົງການ ກວດກາລັດຖະບານກັບອົງ ການກວດສອບແຫ່ງລັດ ໃນໄລຍະ 5 ປີຜ່ານມາໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາອົງການກວດສອບແຫ່ງລັດ ໄດ້ສະໜອງຂໍ້ມູນໃຫ້ອົງການກວດກາລັດ ຖະບານ ເພື່ອສືບຕໍ່ກວດກາລົງ ເລິກມີ ໂຄງການບໍ່ໄດ້ຜ່ານການ ປະເມີນ, ໂຄງການປະເມີນປະເພດF, ໂຄງການບໍ່ໄດ້ປະມູນ, ໂຄງການປະເມີນບໍ່ຖືກລະບຽບ, ໂຄງການນອກແຜນ, ການລະເມີດວິໄນແຜນການ-ການເງິນ, ການຍົກເວັ້ນ, ຫຼຸດຜ່ອນພາສີ-ອາກອນ, ການປ່ອຍກູ້ໃຫ້ບໍລິສັດ ເພື່ອແຊກແຊງລາຄາເຂົ້າ ແລະ ດັດສົມຕະຫຼາດ, ໜີ້ຕ້ອງຮັບຢູ່ຂະແໜງອາກອນ, ໜີ້ຕ້ອງຮັບຈາກຈະແໜງຄຸ້ມຄອງຊັບສິນຂອງລັດ, ໜີ້ຕ້ອງຮັບຈາກບັນດາຫົວໜ່ວຍງົບປະມານ, ການຂຶ້ນທະບຽນຫົວໜ່ວຍທຸລະກິດ ລະຫວ່າງ ຂະແໜງສ່ວຍສາອາກອນ ກັບຂະແໜງການຄ້າບໍ່ກົງກັນ, ການຂຸດຄົ້ນ, ຊື້-ຂາຍໄມ້ ແລະ ການໃຫ້ເຊົ່າ-ສໍາປະທານທີ່ດິນລັດລວມທັງໝົດມີ 1.715 ເປົ້າໝາຍ ໃນນີ້: ອົງການກວດກາລັດຖະບານ ໄດ້ດໍາເນີນການກວດກາແລ້ວ 1.590 ເປົ້າໝາຍ, ຍັງຄ້າງ 26 ເປົ້າໝາຍ ແລະ ມອບໃຫ້ ກະຊວງ-ອົງການ, ອົງການກວດກາລັດແຂວງ-ນະຄອນຫຼວງ ດໍາເນີນການກວດກາ 99ເປົ້າໝາຍ (ບໍ່ທັນໄດ້ກວດກາ).
ຜ່ານການກວດກາສໍາເລັດໃນຫຼາຍເປົ້າໝາຍ ພົບເຫັນມູນຄ່າເສຍຫາຍ 2.279,44 ຕື້ກີບ, 666.340,11 ໂດລາສະຫະລັດ, ນໍ້າມັນເຊື້ອໄຟ 87,99 ລ້ານລິດ ແລະ ຈະໄດ້ສືບຕໍ່ກວດກາເປົ້າໝາຍທີ່ຍັງຄ້າງ.
ຕາມຂໍ້ມູນທີ່ອົງການກວດສອບແຫ່ງລັດສະໜອງໃຫ້ກວດກາລົງເລິກ ນັ້ນມີບາງເປົ້າໝາຍແມ່ນບໍ່ສາມາດກວດກາໃຫ້ສໍາເລັດທັງໝົດໄດ້ ເຊັ່ນ: ການນໍາເຂົ້າພາຫະນະ, ກົນຈັກໜັກ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ນໍາເຂົ້າຍົກເວັ້ນພາສີ-ອາກອນ ມູນຄ່າ 4.490,65 ຕື້ກີບ (ຕາມຂໍ້ມູນຜົນການກວດສອບ ສົກປີ 2013-2014 ແລະ ສົກປີ 2014-2015) ຍ້ອນການນໍາເຂົ້າມາໄດ້ຫຼາຍປີແລ້ວ ການສະໜອງຂໍ້ມູນເອກະສານການນໍາເຂົ້າຂອງກົມພາສີ ມີຄວາມຫຍຸ້ງຍາກ, ຊັກຊ້າ, ແກ່ຍາວເວລາ ແລະ ເອກະສານ ຈໍານວນໜຶ່ງກໍບໍ່ສາມາດສະໜອງໃຫ້ໄດ້.
ຜ່ານການຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ປະຕິ ບັດໄດ້ຄື: 1). ຫັກລົບມູນຄ່າ ໜ້າວຽກບໍ່ໄດ້ປະຕິບັດ, ຄິດໄລ່ບໍ່ຖືກຕ້ອງຕາມລະບຽບການ, ເງິນແຮໂຄງການ ແລະ ໂຄງການຖືກ ໂຈະ ລວມມີ 194 ໂຄງການມູນ ຄ່າ 2.098,63 ຕື້ກີບ ໃນນີ້ຫັກ ລົບແລ້ວ 144 ໂຄງການມູນຄ່າ 1.577,87 ຕື້ກີບ, ຍັງຄ້າງ 50 ໂຄງການ ມູນຄ່າ 520,76 ຕື້ກີບ;
2). ໂຄງການນອກແຜນ 136 ໂຄງການ ມູນຄ່າ 1.114,29 ຕື້ກີບ ໄດ້ເຂົ້າແຜນແລ້ວ 38 ໂຄງການ ມູນຄ່າ 316,12 ຕື້ກີບ ໃນນີ້ ຕໍ່ລອງຫຼຸດມູນຄ່າໂຄງການໄດ້ກ່ອນເອົາເຂົ້າແຜນ 1 ໂຄງການ ມູນຄ່າຕໍ່ລອງໄດ້ 44,18 ຕື້ກີບ ແລະ ມີ 4 ໂຄງການ ມູນຄ່າ 11,52 ຕື້ກີບ ປະຕິບັດສໍາເລັດ 100%, ຊໍາລະ 100% ໄດ້ປົດອອກຈາກບັນຊີໂຄງການນອກແຜນ ແລະ ຍັງຄ້າງແກ້ໄຂບໍ່ທັນສໍາເລັດ 94 ໂຄງການ ມູນຄ່າ 742,46 ຕື້ກີບ;
3). ໂຄງການທີ່ມີມູນຄ່າສູງກວ່າ 20% ມີ 65ໂຄງການ ມູນຄ່າ 6.899,36 ຕື້ກີບ ເມື່ອທຽບກັບລາຄາຂອງກະຊວງກ່ຽວຂ້ອງວາງອອກ ຜິດດ່ຽງ 2.332,85 ຕື້ກີບ, ຕໍ່ລອງສໍາເລັດ 3 ໂຄງການ ຫຼຸດມູນຄ່າລົງໄດ້ 45,09 ຕື້ກີບ, ຍັງຄ້າງ 62 ໂຄງການ (ໂຄງການຈໍານວນໜຶ່ງໄດ້ຕໍ່ລອງແລ້ວແຕ່ບໍລິສັດບໍ່ເຫັນດີ ຍ້ອນວ່າ ລັດຖະບານບໍ່ສາມາດຊໍາລະໄດ້ຕາມທີ່ໄດ້ກໍານົດໄວ້ໃນສັນຍາ ແລະ ການຕໍ່ລອງຍັງມີຄວາມຫຍຸ້ງຍາກຍ້ອນບໍ່ທັນມີນິຕິກໍາເປັນບ່ອນອີງ) ແລະ ຈະໄດ້ໄລ່ລຽງຄືນໃໝ່ ຍ້ອນອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກ ສະບັບເລກທີ 769/ຫສນຍ, ລົງວັນທີ 17 ກໍລະກົດ 2020 ການໄລ່ລຽງລາຄາຫົວໜ່ວຍການກໍ່ ສ້າງແມ່ນໃຫ້ອີງໃສ່ລະບຽບການທີ່ຂະແໜງການປະກາດໃຊ້ປີ 2018-2019;
4). ໂຄງການຕ້ອງໄລ່ລຽງ ຄ່າຊັບພະຍາກອນ 42 ໂຄງ ການ ໃນນີ້ ໄລ່ລຽງແລ້ວ 31 ໂຄງ ການ, ຍັງຄ້າງ 11 ໂຄງການ;
5). ໂຄງການທີ່ບໍ່ທັນໄດ້ ຈົດທະບຽນຊັບສິນ 25 ໂຄງ ການ ໃນນີ້ ຈົດທະບຽນຊັບສິນແລ້ວ 13 ໂຄງການ, ຍັງຄ້າງ 12 ໂຄງການ;
6). ຄິດໄລ່ອາກອນບໍ່ຖືກ ຕ້ອງ 4 ໂຄງການ ມູນຄ່າ 459,65 ລ້ານກີບ ອົງການກວດກາລັດແຂວງໄຊສົມບູນ ໄດ້ເກັບກູ້ສໍາເລັດແລ້ວ ຝາກໄວ້ຢູ່ບັນຊີລໍຖ້າ 471 ຄັງເງິນແຫ່ງຊາດປະຈໍາແຂວງ;
7). ເງິນຂາຍໄມ້ທີ່ຍັງຄ້າງຊໍາລະຈາກຜູ້ຊື້ໄມ້ ຈໍານວນ 2,83 ຕື້ກີບ ແລະ 61.556,02 ໂດລາ ຍັງເກັບກູ້ຄືນບໍ່ທັນໄດ້;
8). ການທວງເງິນຄືນຄ່າຫັນສິດນໍາໃຊ້ທີ່ດິນຕະຫຼາດທາດຫຼວງ ນວ ເນື້ອທີ່ 10.453 ຕາແມັດມູນຄ່າ 66,78 ຕື້ກີບ ຊໍາລະແລ້ວ 34,16 ຕື້ກີບ (ຈົດຮັບ-ຈົດຈ່າຍຫັກລົບກັບ 5 ໂຄງການ ມູນຄ່າ 18,92 ຕື້ກີບ ແລະ ບໍລິສັດຊໍາລະ 15,24 ຕື້ກີບ), ຍັງຄ້າງ 32,62 ຕື້ກີບ ໃນນີ້ ມີໜີ້ທີ່ເກັບບໍ່ທັນໄດ້ໃນປີຜ່ານມາ ມູນຄ່າ 10,72 ຕື້ກີບ ແລະ ໜີ້ທີ່ໄດ້ໄລ່ລຽງກັບ 2 ໂຄງການ ທີ່ບໍ່ໄດ້ປະຕິບັດ ຕ້ອງເກັບກູ້ຄືນໃຫ້ລັດ ມູນຄ່າ 21,90 ຕື້ກີບ;
9). ການເກັບກູ້ເງິນໜີ້ຈາກການປ່ອຍແຊກແຊງລາຄາເຂົ້າໃຫ້ 9 ຫົວໜ່ວຍທຸລະກິດ ລວມຕົ້ນທຶນ ແລະ ດອກເບ້ຍຮອດ 6 ເດືອນຕົ້ນປີ 2020 ທັງໝົດ 124,18 ຕື້ກີບ ໃນນີ້ ເກັບກູ້ໄດ້ 115,48 ລ້ານກີບ ຍັງຄ້າງ 124,07 ຕື້ກີບ;
10). ການແກ້ໄຂຜົນຂອງການກວດກາຕາມຜົນກວດສອບ 6 ກົມ ຢູ່ກະຊວງການເງິນ ຄື: ຄັງເງິນແຫ່ງຊາດ, ກົມງົບປະມານ, ກົມພາສີ, ກົມສ່ວຍສາອາກອນ, ກົມເງິນຕາຕ່າງປະເທດ ແລະ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ ແກ້ໄຂສໍາເລັດ 1 ກົມ (ກົມສ່ວຍສາອາກອນ) ຍັງຄ້າງ 5 ກົມ;
11). ການກວດກາໂຄງ ການບໍ່ໄດ້ເຮັດສັນຍາເຊົ່າ-ສໍາປະທານທີ່ດິນລັດ ທີ່ອົງການກວດສອບສົ່ງໃຫ້ ຈໍານວນ 140 ໂຄງການ (ຜ່ານການກວດກາຄືນຕາມບັນຊີໂຄງການຕົວຈິງ ມີພຽງ 126 ໂຄງການ, ຍ້ອນມີ 13 ໂຄງການແມ່ນມີຊື່ຊໍ້າຊ້ອນກັນ ແລະ ມີ 2 ໂຄງການໂຮມເຂົ້າກັນ ເປັນ 1 ໂຄງການ) ໄດ້ກວດກາສໍາເລັດແລ້ວ 104 ໂຄງການ ແລະ ຍັງຄ້າງບໍ່ທັນກວດກາ 22 ໂຄງການ ຜົນຂອງການກວດກາແມ່ນໄດ້ລາຍງານຕໍ່ກອງປະຊຸມສະພາສາມັນ ເທື່ອທີ 10 ສະໄໝທີ VIII ແລ້ວ ແລະ ວຽກງານອື່ນໆ.
(ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com