Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ-ຮັບ ໜ້າທີ່ປະທານກວດກາພັກ-ລັດແຂວງ ຫຼວງພະບາງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຂອງຄະນະກວດກາແຂວງ ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານລັດຖະກອນ ພາຍໃນຄະນະກວດກາແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ບົວທອງ ແພງສະຫວັນ ປະທານກວດກາພັກ-ລັດແຂວງ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານ ຂອງຄະນະກວດກາພັກ-ລັດແຂວງ ໃນໄລຍະ 5 ປີຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຕົກລົງໃຫ້ ທ່ານ ບົວທອງ ແພງສະຫວັນ ອະດີດຮອງເລຂາພັກແຂວງ ສະໄໝທີ 7ປະທານກວດກາແຂວງ, ທ່ານ ຈັນ ວັນນະສີ ອະດີດກຳມະການພັກແຂວງ ຮອງປະທານກວດ ກາພັກແຂວງ ພັກຜ່ອນຮັບອຸດໜູນບຳນານ. ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການ ຮັບຮອງເອົາ ທ່ານ ຄຳຫຼ້າ ລຽນປະດິດ ເປັນປະທານກວດກາພັກ, ທ່ານ ສົມໝາຍ ສຸທິວົງ, ທ່ານ ຄຳພວງ ດວງມະນີ ແລະ ທ່ານ ນາງ ສົມໝາຍ ວິນາກອນ ເປັນຮອງປະທານກວດກາພັກ.
ໂອກາດນີ້ ທ່ານເຈົ້າແຂວງຫຼວງພະບາງ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເຊີດຊູບົດບາດການນໍາພາຂອງຄະນະພັກ ແລະ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໃຫ້ສູງຂຶ້ນຕື່ມ, ທັງເປັນແບບຢ່າງນໍາໜ້າ ໃນການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປະສານສົມທົບກັບຄະນະກວດກາຜູ້ເກົ່າ ໃນການປັບປຸງແບບແຜນນຳພາ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ, ເພີ່ມທະວີຄວາມສາມັກຄີພາຍໃນ ພ້ອມກັນເອົາໃຈໃສ່ພັດທະນາວຽກງານໃຫ້ເຂັ້ມແຂງ ໜັກແໜ້ນຂຶ້ນໄປເລື້ອຍໆ.
ໃນພິທີຄັ້ງນີ້ ປະທານກວດກາພັກ-ລັດ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍຊ້ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານຕື່ມອີກ.
(ຂ່າວ: ແຫຼ້ ສຸລີນພອນ)
19/05/2020 10:11:43
05/02/2020 09:03:10
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
21/01/2020 09:46:21
10/02/2020 09:46:26
25/02/2020 09:19:54
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com