Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ພູວັນ
ແຂວງຄຳມ່ວນເປັນແຂວງໜຶ່ງທີ່ມີທ່າແຮງຫຼາຍດ້ານໃນການພັດທະນາເສດຖະກິດ-ສັງ ຄົມຂອງແຂວງ ເຖິງຈະໄດ້ຮັບ ຜົນກະທົບຈາກພະຍາດໂຄວິດ-19 ແຕ່ພວກເຮົາໄດ້ພິກວິກິດໃຫ້ເປັນໂອກາດ ຊຶ່ງພັກ-ລັດຖະບານໄດ້ມີນະໂຍບາຍສົ່ງເສີມການທ່ອງທ່ຽວ ໂດຍສະ ເພາະລາວທ່ຽວລາວໃຫ້ເປັນ ຮູບປະທຳ ເພື່ອກະຕຸ້ນການ ທ່ອງທ່ຽວພາຍໃນໃຫ້ກັບມາມີບັນຍາກາດຄຶກຄື້ນປະຊາຊົນມີ ລາຍຮັບຫຼາຍຂຶ້ນ.
ທ່ານ ບຸນທະວີ ສີສົມບັດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຄຳມ່ວນ ຜູ້ຊີ້ນໍາວຽກງານທ່ອງທ່ຽວແຂວງກ່າວໃນກອງປະຊຸມປຶກສາຫາລືຄົ້ນຄວ້າແລກປ່ຽນຄຳເຫັນໃນການສ້າງກິດຈະກຳສົ່ງເສີມລາວທ່ຽວລາວ ເມື່ອບໍ່ດົນມານີ້ ທີ່ແຂວງຄຳມ່ວນ ໂດຍມີທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄ ສະນາການທ່ອງທ່ຽວ ກະຊວງ ຖວທ, ມີບັນດາສະມາຄົມທຸລະກິດການທ່ອງທ່ຽວ, ຫ້ອງການ ຖວທ 10 ຕົວເມືອງເຂົ້າຮ່ວມ.
ທ່ານ ບຸນທະວີ ສີສົມບັດ ກ່າວວ່າ: ແຂວງຄຳມ່ວນມີແຫຼ່ງ ທ່ອງທ່ຽວທັງໝົດ 207 ແຫ່ງ, ໃນນັ້ນແຫຼ່ງທ່ອງທ່ຽວທາງທຳມະຊາດ 143 ແຫ່ງ, ແຫຼ່ງທ່ອງທ່ຽວທາງວັດທະນະທຳ 33 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ 31 ແຫ່ງ, ແຂວງໄດ້ເອົາໃຈໃສ່ສົ່ງ ເສີມພິເສດໂດຍສະເພາະແມ່ນໃຫ້ປະຊາຊົນໃນທ້ອງຖິ່ນໄດ້ເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນ ໃນໄລຍະຜ່ານມາສາມາດພັດ ທະນາການທ່ອງທ່ຽວແບບປະ ຊາຊົນມີສ່ວນຮ່ວມໄດ້ 3 ເມືອງ, ເດັ່ນກວ່າໝູ່ແມ່ນບ້ານກອງລໍ ເມືອງຄູນຄຳ ທີ່ໄດ້ຮັບລາງວັນ ດີເດັ່ນຂອງອາຊຽນດ້ານການ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມເຖິງ 2 ຄັ້ງ. ສ້າງຕັ້ງກຸ່ມບໍລິການດ້ານການທ່ອງທ່ຽວຕ່າງໆລວມທັງໝົດ 20 ກຸ່ມ, ມີສະມາຊິກທັງໝົດ 385 ຄົນ, ຍິງ 168 ຄົນ. ສ້າງຜະລິດຕະພັນການທ່ອງທ່ຽວແບບວົງຈອນ (ເດີລຸບ) ເຊື່ອມຕໍ່ລະຫວ່າງ ແຂວງຄໍາມ່ວນ - ແຂວງບໍລິຄໍາໄຊ, ຍ້ອນພັກ-ລັດຖະ ບານເຫັນຄວາມສຳຄັນໄດ້ມີນະໂຍບາຍຖືເອົາວຽກງານການທ່ອງທ່ຽວເປັນຈຸດໃຈກາງໃນການຂັບເຄື່ອນເສດຖະກິດຂອງແຂວງ ເຮັດໃຫ້ພາກທຸລະກິດມາສຳປະ ທານຫຼາຍຂຶ້ນຮອດປັດຈຸບັນມີ 7 ບໍລິສັດມາສຳປະທານແຫຼ່ງທ່ອງທ່ຽວເຖິງ 7 ແຫ່ງ ແລະ ກຳລັງສຶກສາຄວາມເປັນ ໄປໄດ້ເຖິງ 3 ບໍລິສັດເຫັນໄດ້ວ່າ ການທ່ອງທ່ຽວມີການຂະຫຍາຍ ຕົວຫຼາຍຂຶ້ນ ທຽບໃສ່ກ່ອນປີ 2015 ມາເຖິງປັດຈຸບັນມີໂຮງ ແຮມ ເຖິງ 25 ແຫ່ງ, ຣີສອດ 5 ແຫ່ງ, ຮ້ານອາຫານເກືອບ 160 ແຫ່ງ ເຫັນວ່າມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ທ່າແຮງອັນສຳຄັນໃນປີ 2011 ໄດ້ເປີດນຳ ໃຊ້ຂົວມິດຕະພາບແຫ່ງທີ 3 ເປັນແລວເຊື່ອມຕໍ່ຕາເວັນອອກຕາເວັນຕົກ ເຮັດໃຫ້ການຄ້າ- ການລົງທຶນ, ການທ່ອງທ່ຽວເພີ່ມຂຶ້ນເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງຄຳມ່ວນຫຼາຍຂຶ້ນ. ເວົ້າສະເພາະໃນປີ 2020 ນີ້ ໂຕເລກນັກທ່ອງ ທ່ຽວຫຼຸດລົງຍ້ອນໄດ້ຮັບຜົນກະ ທົບຈາກພະຍາດໂຄວິດ-19 ຕາມແຜນວາງໄວ້ 500.000 ຄົນ, ປະຕິບັດຕົວຈິງ 300.000 ຄົນ ເຮັດໃຫ້ລາຍຮັບຫຼຸດລົງ, ມາ ຮອດປັດຈຸບັນລັດຖະບານໄດ້ ມີມາດຕະການຜ່ອນຄາຍພາກທຸລະກິດສ່ວນໃຫຍ່ກັບມາເປີດໃຫ້ການບໍລິການພ້ອມປັບປຸງຕົວເອງ ເພື່ອຮອງຮັບການບໍລິ ການນັກທ່ອງທ່ຽວພາຍຫຼັງພະ ຍາດໂຄວິດ-19 ຜ່ອນຄາຍລົງ ເພື່ອໃຫ້ບັນລຸຕາມວິໄສທັດທີ່ ວ່າ: “ສ້າງແຂວງຄຳມ່ວນໃຫ້ເປັນ ແຫຼ່ງສະບຽງອາຫານ, ເປັນສູນ ການຄ້າ ແລະ ບໍລິການທ່ອງ ທ່ຽວ”, ຕັ້ງໜ້າປະຕິບັດຕາມ ຍຸດທະສາດ “ການພັດທະນາການບໍລິການທາງຜ່ານ, ການຄ້າ ແລະ ການທ່ອງທ່ຽວ, ພັດ ທະນາລະບົບການບໍລິການທາງ ຜ່ານໃຫ້ຄົບຊຸດ ແລະ ທັນສະ ໄໝ, ກໍ່ສ້າງເຂດການຄ້າຊາຍແດນ, ການຄ້າພາຍໃນ ແລະ ຕ່າງປະເທດ, ພັດທະນາແຫຼ່ງທ່ອງທ່ຽວ ແລະ ລະບົບການບໍ ລິການໃຫ້ຄົບວົງຈອນ” ເພື່ອ ໃຫ້ແຂວງຄຳມ່ວນມີການພັດທະ ນາຢ່າງຕໍ່ເນື່ອງ, ໃນຕໍ່ໜ້າພວກເຮົາຈະສືບຕໍ່ຊຸກ ຍູ້, ສົ່ງເສີມກິດຈະກໍາການທ່ອງທ່ຽວ “ລາວທ່ຽວລາວ” ໂດຍການປະສານສົມທົບກັບພາກທຸລະກິດໃຫ້ມີຄວາມເຂົ້າໃຈ ແລະ ຮ່ວມມື, ເນັ້ນໃສ່ການຫຼຸດລາຄາທີ່ພັກ ແຮມ, ຫຼຸດລາຄາອາຫານ-ເຄື່ອງດື່ມ, ການ ບໍລິການຂົນສົ່ງ ແລະ ຄ່າບໍລິການຕ່າງໆ ໃນສະຖານ ທີ່ທ່ອງທ່ຽວຢູ່ໃນລະດັບ 5% - 30% ຂອງລາຄາປົກກະຕິ. ພ້ອມນັ້ນກໍໃຫ້ມີມາດຕະຖານ ຄວາມສະອາດ, ຄວາມສະດວກ ສວຍງາມ, ຄວາມເປັນທໍາ ທາງ ດ້ານລາຄາ ແລະ ການບໍລິການ ທີ່ບໍ່ເປັນການເອົາປຽບລູກຄ້າ ສົ່ງເສີມໃນການສະແດງລາຄາ ສິນຄ້າ ແລະ ການບໍລິການຢ່າງ ຈະແຈ້ງ ເປັນຕົ້ນແມ່ນລາຄາຄ່າ ຫ້ອງນອນ, ການຂົນສົ່ງ-ໂດຍ ສານ, ລາຄາອາຫານ-ເຄື່ອງດື່ມ. ເພື່ອສ້າງຄວາມໝັ້ນໃຈ ແລະ ດຶງດູດນັກທ່ອງທ່ຽວມາທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ.
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com