Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນຕອນເຊົ້າຂອງວັນທີ 24 ທັນວາ 2020 ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ກັບ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ ຊຶ່ງນໍາໂດຍສະຫາຍ ອານໂກ ແອຊົວກາ ເຣເຢສ (Angle Aezuaga Reyes), ວ່າການຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
ໃນກອງປະຊຸມ, ສະ ຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະມໍ່ໆມານີ້, ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປ ລາວ ແລະ ການກະກຽມຈັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ ໃນຕົ້ນປີ 2021; ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ປະຊາຊົນກູບາອ້າຍນ້ອງ ພາຍໃຕ້ການນໍາພາຂອງພັກກອມມູນິດກູບາ ຍາດມາໄດ້ ຕະຫຼອດໄລຍະ 55 ປີ ຜ່ານມາ, ໂດຍສະເພາະແມ່ນການນໍາພາ ການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໄດ້ຢ່າງໝັ້ນຄົງ ໃນທ່າມກາງການປິດລ້ອມຂອງ ສ.ອາເມຣິກາ ເປັນເວລາຫຼາຍທົດສະວັດ; ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ກໍຄືສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ກູບາ ຊຶ່ງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດລາວ - ກູບາໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມື ເພື່ອ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສະຫາຍຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາ ຊົນກູບາອ້າຍນ້ອງທີ່ໄດ້ໃຫ້ ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແກ່ປະຊາຊົນລາວ ທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄືໃນໄລຍະສ້າງສາພັດທະນາ ສປປ ລາວ ໃນປັດຈຸບັນ.
ໃນໂອກາດດັ່ງກ່າວ, ສະຫາຍ Angle Aezuaga Reyes ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມີໂອກາດພົບປະ ແລະ ປຶກສາຫາລືລະຫວ່າງ 2 ຄະນະພົວພັນຕ່າງປະເທດກູບາ-ລາວ ໃນທ່າມກາງຂອງການແຜ່ລະບາດຂອງພະຍາດໂຄວິດ-19. ສະຫາຍ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນຂອງກູບາໃນປັດຈຸບັນ ແລະ ການກະກຽມຈັດກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາ ໃນຕົ້ນປີ 2021 ທີ່ຈະມາເຖິງນີ້; ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະ ຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ ການສະໜັບສະໜູນຊ່ວຍເຫຼືອ ກູບາຕະຫຼອດໄລຍະຜ່ານມາ ໂດຍສະເພາະໃຫ້ການສະໜັບ ສະໜູນກູບາ ໃນເວທີພາກພື້ນ ແລະ ສາກົນ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ໝາກຜົນຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໂດຍສະເພາະ ການສ້າງຕັ້ງໂຮງຮຽນມິດຕະພາບ ລາວ-ກູບາ (ມສ ດົງບັງ) ແຫ່ງທໍາອິດ, ພ້ອມທັງປະດິດສະຖານຮູບຫຼໍ່ເຄິ່ງຄີງຂອງ ສະຫາຍ ໂຮເຊ ມາກຕີ, ວິລະຊົນກູບາ ທີ່ໂຮງຮຽນດັ່ງກ່າວ ແລະ ການຮ່ວມມືໃນຂະແໜງອື່ນໆ ຊຶ່ງທັງໝົດນັ້ນ ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງພັກປະ ຊາຊົນ ປະຕິວັດລາວ ແລະ ພັກກອມມູນິດກູບາ ໃນຕໍ່ໜ້າ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ 2 ຝ່າຍຕ່າງມີຄວາມສົນໃຈນໍາກັນ.
(ຂ່າວ: ຄະນະພົວພັນຕ່າງປະເທດສູນກາງພັກ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com