Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນມີຄວາມຄືບໜ້າຕໍ່ເນື່ອງ, ການປູລາງລົດໄຟສຳເລັດແລ້ວ 242 ກິໂລແມັດ ແລະ ຄາດວ່າຈະໃຫ້ສຳເລັດການປູລາງລົດໄຟໃນກາງ ເດືອນພຶດສະພາຈະມາເຖິງນີ້.
ກອງປະຊຸມລາຍງານຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໃນວັນທີ 6 ມັງກອນນີ້ ໂດຍການເປັນ ປະທານຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ ຄະນະ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ຫົວໜ້າຄະນະຊີ້ນໍາໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ, ເຂົ້າຮ່ວມມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ), ຄະນະພັກ-ຄະນະນໍາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ປະທານສະພາບໍລິຫານບໍລິສັດທາງລົດໄຟລາວ-ຈີນເຂົ້າຮ່ວມ.
ທ່ານ ຈູ່ ກົ໋ວຈຽງ ປະທານສະພາບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ ໄດ້ເຂົ້າລາຍ ງານສະພາບການຈັດຕັ້ງປະຕິ ບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຕໍ່ທ່ານ ບຸນທອງ ຈິດມະນີ ວ່າ: ມາຮອດວັນທີ 31 ທັນວາ 2020 ໂຄງການກໍ່ສ້າງສະເພາະແລວທາງສໍາເລັດ 422,2 ກິໂລແມັດ, ໂຄງການກໍ່ສ້າງຂົວ, ເຈາະອຸໂມງສໍາເລັດແລ້ວ 95%, ໂຄງການປູລາງລົດໄຟໄລຍະບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ສໍາ ເລັດແລ້ວ 242 ກິໂລແມັດ, ປັດຈຸບັນຮອດແຂວງ ຫຼວງພະບາງ, ຕາມແຜນແມ່ນຈະໃຫ້ປູລາງລົດໄຟສໍາເລັດໃນກາງເດືອນພຶດສະພາ 2021, ວຽກງານສະຖານີລົດໄຟໄລຍະບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ, ມີສະຖານີບໍ່ເຕ່ນ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີອື່ນໆ ລວມ 10 ສະຖານີ ແມ່ນສໍາເລັດດ້ານວິສະວະກຳໂຍທາໂຄງສ້າງແລ້ວ (ສະເພາະສະຖານີລົດໄຟນະຄອນຫຼວງວຽງຈັນ ຊຶ່ງເປັນສະຖານີໂດຍສານທີ່ໃຫຍ່ທີ່ສຸດຂອງໂຄງການລົດໄຟລາວ-ຈີນ, ໄດ້ສໍາເລັດການມຸງຫຼັງຄາໃນວັນທີ 19 ພະຈິກ) ຕາມແຜນແມ່ນຈະດໍາເນີນໃຫ້ສໍາເລັດໃນເດືອນສິງຫາ 2021, ມາຮອດວັນທີ 29 ກັນຍາ ອຸໂມງຈໍານວນ 75 ແຫ່ງແມ່ນໄດ້ຊີເຈາະສໍາເລັດທັງໝົດ ແລະ ໂຄງການກໍ່ສ້າງໄລຍະວຽງຈັນໃຕ້ແມ່ນໄດ້ເປີດການກໍ່ສ້າງໃນວັນທີ 25 ກໍລະກົດ.
ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ຈູ່ ກົ໋ວຈຽງ ທີ່ໄດ້ມາລາຍງານຄວາມຄືບໜ້າການກໍ່ສ້າງທາງລົດໄຟ ແລະ ສະພາບການຈັດຕັ້ງປະຕິບັດວຽກງານ, ພ້ອມທັງຊີ້ນໍາວຽກງານຫຼາຍດ້ານໃນການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ເພື່ອເຮັດໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນ ດຳເນີນໄປດ້ວຍຄວາມສະດວກ, ວ່ອງໄວ, ສໍາເລັດຕາມກຳນົດເວລາ, ຮັບປະກັນຄຸນນະພາບ ແລະ ເຮັດໃຫ້ກາຍເປັນໂຄງການປອດໃສ ຂາວສະອາດຢ່າງແທ້ຈິງ ແມ່ນເປົ້າໝາຍຂອງສອງລັດຖະບານລາວ-ຈີນ.
(ຂ່າວ: ນາງ ສີອາມອນ ໄຍຮຽງອ່ອນ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com