Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫະພັນແລ່ນ-ລານແຫ່ງ ຊາດລາວ ຮ່ວມມືກັບ ກະຊວງສຶກສາ ທິການ ແລະ ກິລາ ກຽມຈັດການແຂ່ງ ຂັນກິລາແລ່ນ-ລານ ທົ່ວປະເທດ ປະຈໍາປີ 2021 ຂຶ້ນໃນລະຫວ່າງວັນທີ 28-30 ມັງກອນ 2021 ທີ່ສະຖາບັນກິລາ-ກາຍະກໍາ (ບ້ານສີເກີດ ເມືອງນາຊາຍທອງ ນະຄອນ ຫຼວງວຽງຈັນ) ຊຶ່ງລາຍການດັ່ງກ່າວ ມີການຊີງໄຊກັນເຖິງ 41 ລາຍການ ເພື່ອເປັນການກະກຽມຄວາມພ້ອມ ກໍຄື ບັນດາກະຊວງ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າ ພາບ ຈະຈັດຂຶ້ນໃນມໍ່ໆນີ້.
ອີງຕາມແຈ້ງການຂອງສະຫະພັນແລ່ນ-ລານແຫ່ງຊາດລາວ ຜ່ານເຟສບຸກທາງການຂອງສະຫະພັນແລ່ນ-ລານແຫ່ງຊາດລາວ ເມື່ອທ້າຍອາທິດທີ່ຜ່ານມາໃຫ້ຮູ້ວ່າ: ຈຸດປະສົງຂອງການແຂ່ງຂັນ ແມ່ນເພື່ອເປັນການສ້າງຂະບວນການສະ ເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ນອກນັ້ນ ກໍຍັງເປັນການກະກຽມຄວາມພ້ອມໃຫ້ແກ່ບັນດາພາກສ່ວນ, ກະຊວງ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ ໃນຂອບເຂດທົ່ວປະເທດ ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນມໍ່ໆນີ້.
ການແຂ່ງຂັນຕະຫຼອດໄລຍະ 3 ວັນ ໃນລາຍການດັ່ງກ່າວ ຈະມີການຊີງໄຊກັນເຖິງ 41 ລາຍການ ປະກອບມີ ຄື: ຊຸກນໍ້າໜັກ ເຍົາວະຊົນຍິງ-ຊາຍ, ຊຸກນໍ້າໜັກ ທົ່ວໄປຍິງ-ຊາຍ, ຊັດຫຼາວ ເຍົາວະຊົນຍິງ-ຊາຍ ແລະ ຊັດຫຼາວ ທົ່ວໄປຍິງ-ຊາຍ. ສ່ວນປະເພດແລ່ນ ປະ ກອບມີ ແລ່ນ 100 ແມັດ ເຍົາວະຊົນຍິງ-ຊາຍ, ແລ່ນ 100 ແມັດ ທົ່ວໄປຍິງ-ຊາຍ, ແລ່ນ 200 ແມັດ ເຍົາວະຊົນຍິງ-ຊາຍ, ແລ່ນ 200 ແມັດ ທົ່ວໄປຍິງ-ຊາຍ, ແລ່ນ 400 ແມັດຂ້າມຮົ້ວ ເຍົາວະຊົນຍິງ-ຊາຍ, ແລ່ນ 400 ແມັດຂ້າມຮົ້ວ ທົ່ວໄປຍິງ-ຊາຍ, ແລ່ນ 400 ແມັດ ເຍົາວະຊົນຍິງ-ຊາຍ, ແລ່ນ 400 ແມັດ ທົ່ວໄປຍິງ-ຊາຍ, ເຕັ້ນຍາວ ເຍົາວະຊົນຍິງ-ຊາຍ, ເຕັ້ນຍາວ ທົ່ວໄປຍິງ-ຊາຍ, ເຕັ້ນ 3 ກ້າວ ເຍົາວະຊົນຍິງ-ຊາຍ, ແລ່ນ 800 ແມັດ ເຍົາວະຊົນຍິງ-ຊາຍ, ແລ່ນ 800 ແມັດ ທົ່ວໄປຍິງ-ຊາຍ, ຍ່າງ 3.000 ແມັດຍິງ, ຍ່າງ 5.000 ແມັດ ເຍົາວະຊົນຍິງ-ຊາຍ, ແລ່ນ 4X100 ແມັດ ປະສົມ ເຍົາວະຊົນຍິງ-ຊາຍ ແລະ ແລ່ນ 4X100 ແມັດ ປະສົມ ທົ່ວໄປຍິງ-ຊາຍ.
(ຂ່າວ: ສົງການ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
12/08/2020 11:39:01
05/02/2020 09:09:59
28/01/2020 09:23:24
13/08/2020 09:12:59
18/02/2020 17:36:57
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com