Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະ ໄໝ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນ ທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ພ້ອມດ້ວຍບັນດາທ່ານເຈົ້າແຂວງ-ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ດຳເນີນແຕ່ວັນທີ 7 - 8 ມັງ ກອນ 2021 ຊຶ່ງໄດ້ພ້ອມກັນ ສະ ຫຼຸບການຈັດຕັ້ງປະຕິບັດວຽກ ງານຂອງລັດຖະບານ ຊຸດທີ VIII (2016 - 2020); ການສະ ຫຼຸບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຜ່ານຮ່າງເບື້ອງຕົ້ນແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); ຄວາມຄືບໜ້າການປັບປຸງກົນໄກການອຳນວຍ ຄວາມສະດວກ ແລະ ບັນດາຕົວ ຊີ້ວັດຕ່າງໆໃນການດຳເນີນ ທຸລະກິດຢູ່ ສປປ ລາວ (ຕາມຄຳສັ່ງ 02/ນຍ) ແລະ ການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການປັບປຸງວຽກງານບໍລິການການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ (ຄຳສັ່ງ 03/ນຍ); ຮ່າງແຜນຍຸດທະ ສາດການສົ່ງເສີມຜະລິດເປັນ ສິນຄ້າ ຕິດພັນກັບກົນໄກ ການເຂົ້າເຖິງຕະຫຼາດຈໍາໜ່າຍສິນ ຄ້າ ແລະ ການຄ້າຊາຍແດນ; ການຄົ້ນຄວ້າ, ການຫັນຊັບສິນ ຂອງລັດເປັນທຶນ; ຜົນການຕິດ ຕາມ, ຊຸກຍູ້ການຈັດຕັ້ງປະຕິ ບັດຄໍາສັ່ງ 15/ນຍ, ປີ 2020; ການກະກຽມໃຫ້ແກ່ການຫຼຸດ ພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ; ຜົນການຈັດຕັ້ງປະຕິບັດແຜນແກ້ໄຂບັນຫາຄົນຕ່າງປະເທດ ທີ່ ເຄື່ອນໄຫວບໍ່ຖືກຕ້ອງຕາມກົດ ໝາຍຂອງ ສປປ ລາວ; ການ ຈັດຕັ້ງປະຕິບັດການແກ້ ໄຂຜົນກະທົບ ແລະ ຜັັນຂະຫຍາຍນະ ໂຍບາຍ, ມາດຕະການ ເພື່ອຫຼຸດ ຜ່ອນຜົນກະທົບຈາກການລະ ບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ; ການຜັນຂະຫຍາຍຜົນຂອງກອງ ປະຊຸມຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ ຄັ້ງທີ 43 ປະ ຈຳປີ 2020.
ເພື່ອໃຫ້ກອງປະຊຸມມີປະ ສິດທິຜົນ ແລະ ບັນລຸຕາມຄາດ ໝາຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍົກສູງຄວາມຮັບຜິດຊອບ ໃນການລາຍງານໃຫ້ກະທັດຮັດ, ຊັດເຈນ ແລະ ມີຈຸດສຸມຕາມເວລາທີ່ກຳນົດ. ສ່ວນການປະກອບຄຳເຫັນແມ່ນໃຫ້ລົງເລິກກ່ຽວ ກັບບັນຫາທີ່ຍັງເປັນຂໍ້ຄົງຄ້າງ ພ້ອມທັງວິເຄາະ - ວິໄຈສາເຫດ ແລະ ສະເໜີທິດທາງມາດຕະ ການແກ້ໄຂໃນໄລຍະ 6 ເດືອນ ຕົ້ນປີ 2021 ນີ້.
(ຂ່າວ - ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com