Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຖານເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ໄດ້ຈັດພິທີ ມອບໃບຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ໃຫ້ກັບ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ວິຣະຈິດ ພິລາພັນເດດ ຜູ້ອໍານວຍການໃຫຍ່ມູນນິທິສົ່ງເສີມການສຶກສາ, ໃນວັນທີ 7 ມັງກອນຜ່ານມາ ທີ່ເຮືອນພັກຂອງທ່ານທູດຍີ່ປຸ່ນ, ນະຄອນຫຼວງວຽງຈັນ.
ເປັນກຽດເຂົ້າຮ່ວມພິທີມີ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ທ່ານ ເຄນທອງ ນວນທະສິງ ຮອງປະທານຄະນະກໍາມາທິການຕ່າງປະເທດ ສະພາແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນ.
ໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຍີ່ປຸ່ນ ປະຈໍາລາວ, ໃນລະຫວ່າງພິທີ ທ່ານທູດ ໄດ້ກ່າວສະແດງຄວາມຊົມ ເຊີຍຕໍ່ ທ່ານ ອຸເດດ ສຸວັນນະວົງ
ທີ່ມີຜົນສໍາເລັດໃນການສົ່ງເສີມຄວາມເຂົ້າໃຈຮ່ວມກັນລະຫວ່າງຍີ່ປຸ່ນ-ລາວ ຊຶ່ງທ່ານ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສົ່ງເສີມສາຍພົວພັນລະຫວ່າງຍີ່ປຸ່ນ-ລາວ ໃນຂົງເຂດເສດຖະກິດມາເປັນເວລາຫຼາຍປີແລ້ວ. ໃນໄລຍະປະຕິບັດໜ້າທີ່ຢູ່ກະຊວງກະສິກໍາ-ປ່າໄມ້, ທ່ານກໍໄດ້ມີສ່ວນຮ່ວມເຂົ້າໃນຫຼາຍໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກຍີ່ປຸ່ນ ໂດຍຮ່ວມມືກັບອົງການໄຈກາ. ໃນປີ 2009 ທ່ານຍັງໄດ້ຮ່ວມມືກັບນັກທຸລະກິດຍີ່ປຸ່ນ, ຮ່ວມກັນເປີດຮ້ານອາຫານຍີ່ປຸ່ນ ຟູຈິ ຂຶ້ນໃນນະຄອນຫຼວງວຽງຈັນ ພາຍຫຼັງໄດ້ຮັບຕໍາແໜ່ງເປັນປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດໃນປີ 2016 ແລ້ວ ທ່ານຍັງໄດ້ປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການລົງທຶນໃຫ້ທັງລາວ ແລະ ຕ່າງປະເທດ ລວມທັງຍີ່ປຸ່ນ ໂດຍການສະໜັບສະໜູນຮ່ວມຂອງເວທີປຶກສາຫາລືພາກທຸລະກິດ. ນອກຈາກນີ້ ທ່ານຍັງມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນສາຍພົວພັນ ການຮ່ວມມືລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ກາວາສະກິ Kawasaki ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຍີ່ປຸ່ນ ປະຈໍາລາວ ນໍາອີກ. ສ່ວນທ່ານ ວິຣະຈິດ ພິລາພັນເດດ ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນລະຫວ່າງຍີ່ປຸ່ນ-ລາວ ໃນຂົງ ເຂດການສຶກສາ, ເສດຖະກິດ ຕາມລໍາດັບ, ໃນຖານະຜູ້ອໍານວຍການໃຫຍ່ມູນນິທິສົ່ງເສີມການສຶກສາ ແລະ ໃນຖານະ ເປັນສະມາຊິກສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ໃນຂົງເຂດການສຶກສາ ທ່ານໄດ້ສ້າງຕັ້ງມູນນິທິສົ່ງເສີມການສຶກສາຂຶ້ນປີ 1997 ແລະ ໄດ້ໃຫ້ການສະໜັບສະໜູນຢ່າງກວ້າງຂວາງ ເຂົ້າໃນການກໍ່ສ້າງໂຮງຮຽນປະຖົມຫຼາຍແຫ່ງ ແລະ ຍັງໄດ້ສະໜັບສະໜູນອຸປະກອນການຮຽນໃນຫຼາຍແຂວງຂອງປະເທດລາວ ໂດຍຜ່ານການຮ່ວມມື ກັບຄະນະນັກທຸລະກິດຍີ່ປຸ່ນ-ອົງການຈັດຕັ້ງພາກເອກະຊົນຕ່າງໆ. ໃນຂົງເຂດເສດຖະກິດ ທ່ານໄດ້ມີສ່ວນຮ່ວມສໍາຄັນ, ໄດ້ຊ່ວຍອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືທາງທຸລະກິດ ລະຫວ່າງຍີ່ປຸ່ນ-ລາວ ໃນຖານະປະທານບໍລິສັດລາວໂຕໂຢຕ້າ ຈໍາກັດ ທ່ານໄດ້ກໍ່ຕັ້ງຫົວໜ່ວຍທີ່ເຂັ້ມແຂງ ໃນການຈໍາໜ່າຍລົດຍີ່ປຸ່ນ ພ້ອມດ້ວຍການບໍລິການຫຼັງການຂາຍທີ່ມີຄຸນນະພາບ.
(ຂ່າວ: ແສງຈັນ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com