Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຂ່າວກ່ຽວກັບການຫາປາໂດຍໃຊ້ຢາເບື່ອປາຢູ່ເມືອງໂຂງ ແຂວງຈຳປາສັກ ນັ້ນບໍ່ແມ່ນຄວາມຈິງ ຊຶ່ງຂ່າວທີ່ອອກໄປນັ້ນ ເປັນຂໍ້ມູນເກົ່າທີ່ເກີດຂຶ້ນແຕ່ປີ 2016 ພຸ້ນ ຊຶ່ງເຫດການຄັ້ງນັ້ນ ມີຄົນພົບເຫັນປາຕາຍໄຫຼມາໃນເຂດໂຄງການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ແລະ ຄັ້ງດຽວເທົ່ານັ້ນ ເຊິ່ງທາງພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໂຂງໄດ້ຕິດຕາມເປັນປະຈຳ.
ດັ່ງນັ້ນຜູ້ຈັດການທາງດ້ານສິ່ງແວດລ້ອມສັງຄົມ ແລະ ຄະນະກຳມະການຄຸ້ມຄອງການປະມົງຈຶ່ງຂໍຊີ້ແຈງວ່າ: ຂໍ້ມູນດັ່ງກ່າວເປັນຂໍ້ມູນເກົ່າ ກໍຄືຕົ້ນປີ 2016 ຄະນະກຳມະການຄຸ້ມຄອງການປະມົງປະຈຳໂຄງການໄດ້ຖືກແຕ່ງຕັ້ງຂຶ້ນເພື່ອປະຕິບັດກິດຈະກຳຄຸ້ມຄອງການປະມົງໃນເຂດກໍ່ສ້າງຂອງໂຄງການ ຊຶ່ງໃນຄະນະກຳມະການປະກອບມີຕົວແທນຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ, ໜ່ວຍງານລ້ຽງສັດ-ການປະມົງເມືອງໂຂງ, ແລະ ນອກຈາກນັ້ນຍັງໄດ້ແຕ່ງຕັ້ງຄະນະກຳມະການປະມົງຂັ້ນກຸ່ມ 3 ກຸ່ມບ້ານ ແລະ ຂັ້ນບ້ານ 11 ບ້ານ ທີ່ຢູ່ເຂດໃກ້ຄຽງກັບໂຄງການໂດຍໂຄງການເປັນຜູ້ສະໜອງທາງດ້ານງົບປະມານ ເພື່ອປະຕິບັດຕາມພັນທະສັນຍາໂດຍທາງໂຄງການຈະສະໜັບສະໜູນງົບປະມານຕັ້ງແຕ່ເລີ່ມຕົ້ນການກໍ່ສ້າງຈົນສິ້ນສຸດສັນຍາສຳປະທານຂອງໂຄງການ.
ຄະນະກຳມະການໄດ້ລົງເຜີຍແຜ່ ແລະ ປູກຈິດສຳນຶກກ່ຽວກັບກົດໝາຍການປະມົງເພື່ອເຮັດໃຫ້ຊຸມຊົນເຂົ້າໃຈຜົນກະທົບກ່ຽວກັບການຫາປາທີ່ຜິດກົດລະບຽບການປະມົງ ມາຮອດປັດຈຸບັນທາງຄະນະກຳມະການຄຸ້ມຄອງການປະມົງໄດ້ປະຕິບັດໜ້າທີ່ຄຸ້ມຄອງການປະມົງ 386 ຄັ້ງ ແລະ ມີຈຳນວນພົນເຂົ້າຮ່ວມທັງໝົດ 8.215 ເທື່ອຄົນ ຊຶ່ງສາມາດລຶບລ້າງຢຸດຊົາ ແລະ ທຳລາຍສິ່ງກີດຂວາງການຂຶ້ນ-ລົງ ຂອງສັດນ້ຳທີ່ຜິດກົດລະບຽບ ອີງຕາມກົດໝາຍການປະມົງເຊັ່ນ: ຕອນ, ຫຼີ່, ລວງຂັງ ແລະ ຈິບ ໄດ້ສຳເລັດ 100% ໃນທ້າຍປີ 2017, ນອກຈາກນີ້ຍັງໄດ້ລົງກວດກາລາດຕະເວນສະກັດກັ້ນ ແລະ ຈັບກຸມດຳເນີນຄະດີກັບກຸ່ມຄົນທີ່ບໍ່ຫວັງດີໂດຍການຫາປາແບບດັບສູນຄື: ການໃຊ້ຢາເບື່ອ, ໝໍ້ຊ໋ອດປາ ແລະ ລະເບີດເຮັດໃຫ້ກິດຈະກຳດັ່ງກ່າວຫຼຸດໜ້ອຍຖອຍລົງ ແລະ ເຮັດໃຫ້ຊຸມຊົນຊຶມຊັບເຂົ້າໃຈກ່ຽວກັບກົດໝາຍການປະມົງໄດ້ດີ ດັ່ງທີ່ສະທ້ອນໃຫ້ເຫັນຄວາມສຳເລັດຂອງວຽກງານຄຸ້ມຄອງການປະມົງຄື: ມາຮອດຕົ້ນປີ 2020 ພົບວ່າປະຊາຊົນທຸກຂົງເຂດທົ່ວປະເທດຕາມລຸ່ມແມ່ນ້ຳຂອງ ແລະ ສາຂາ ສາມາດຫາປາໄດ້ຈຳນວນຫຼາຍກວ່າທຸກໆປີ ດັ່ງນັ້ນທາງບໍລິສັດ ແລະ ຄະນະກຳມະການຄຸ້ມຄອງການປະມົງ ຂໍໃຫ້ໝັ້ນໃຈວ່າການບໍລິໂພກສັດນ້ຳຈາກເມືອງໂຂງປອດໄພ ແລະ ແຫຼ່ງທີ່ມາຂອງສັດນ້ຳຖືກກົດລະບຽບການປະມົງ.
ນອກຈາກການປະຕິບັດກິດຈະກຳຄຸ້ມຄອງການປະມົງແລ້ວ ທາງບໍລິສັດຍັງໄດ້ສ້າງທາງຜ່ານຂອງປາ ເພື່ອອຳນວຍຄວາມສະດວກໃຫ້ແກ່ສັດນ້ຳເຂົ້າເຖິງແຫຼ່ງຫາອາຫານ, ທີ່ຢູ່ອາໄສ ແລະ ອອກແມ່ແຜ່ລູກ ຕັ້ງແຕ່ປີ 2014 ຈົນຮອດປັດຈຸບັນທາງໂຄງການໄດ້ສຳເລັດການປັບປຸ່ງທາງຜ່ານຂອງປາໄດ້ 9 ຈຸດຄື: ຮູໂສມໃຫຍ່, ໂສມປໍດານ, ຮູສະດຳ, ຮູຊ້າງເຜືອກນ້ອຍ, ຮູຍ່ອຍກຸມ, ຮູຂຸ້ມເຕົ່າຮ່າງ, ຮູລ່ວງຜີແຕ່ງ, ຮູຫວາຍ ແລະ ຮູດອນໄລ່ ຊຶ່ງສັດນ້ຳສາມາດໃຊ້ເປັນເສັ້ນທາງໃນການຂຶ້ນລົງ ແລະ ວາງໄຂ່ໄດ້.
ຂ່າວ: ສຸກສະຫວັນ
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com