Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫະພັນແມ່ຍິງ 5 ແຂວງພາກໃຕ້ຄື: ສະຫວັນນະເຂດ, ສາລະວັນ, ຈໍາປະສັກ, ເຊກອງ ແລະ ແຂວງອັດຕະປື ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການນຳພາຂອງແມ່ຍິງລາວ ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຮມ ພົມມະສານ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງອັດຕະປື, ມີປະທານສະຫະພັນແມ່ຍິງ 5 ແຂວງພາກໃຕ້ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ .
ກອງປະຊຸມຄັ້ງນີ້, ສະຫະພັນແມ່ຍິງທັງ 5 ແຂວງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານການນໍາພາຂອງສະຫະພັນແມ່ຍິງໃນແຕ່ລະແຂວງໃຫ້ກັນຊາບ ຊຶ່ງໄດ້ຍົກໃຫ້ເຫັນບົດບາດການຊີ້ນຳໆພາທີ່ເປັນແບບຢ່າງ ໃຫ້ແກ່ເອື້ອຍນ້ອງແມ່ຍິງພາຍໃນແຂວງຂອງຕົນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ແມ່ຍິງທີ່ດ້ອຍໂອກາດໄດ້ມີວຽກເຮັດງານທຳ ສ້າງເສດຖະກິດ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ. ນອກນີ້,ສະຫະພັນແມ່ຍິງແຕ່ລະແຂວງຍັງໄດ້ມີຜົນສຳເລັດວຽກງານທີ່ແຕກຕ່າງກັນໄປເປັນຕົ້ນ ວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ວຽກງານການຮ່ວມມືກັບຕ່າງປະເທດ, ການສ້າງພະນັກງານຄຸ້ມຄອງເພດຍິງ,ການຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ ເພື່ອຊີວິດການເປັນຢູ່ຂອງເອື້ອຍນ້ອງແມ່ຍິງດີຂຶ້ນເລື້ອຍໆ .
ການແລກປ່ຽນບົດຮຽນຄັ້ງນີ້, ເພື່ອສ້າງສຳພັນທະພາບຂອງແມ່ຍິງ 5 ແຂວງພາກໃຕ້ໃຫ້ມີຄວາມເຂັ້ມແຂງ, ຍົກສູງບົດບາດການນຳພາຂອງແມ່ຍິງ ໃນການຮັກສາວັດທະນະທຳ, ຮີດຄອງປະເພນີ ໃຫ້ຄຽງຄູ່ກັບຄົນລາວຕະຫຼອດໄປ.
ຂ່າວ-ພາບ: ທິດປະສົງ ໄຊຍະສອນ ຂ.ອັດຕະປື
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com