Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສໍານັກຂ່າວສານ ແລະ ໂທລະພາບຂອງຫວຽດນາມ ໄດ້ສໍາພາດສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທັງເປັນຫົວໜ້າໜ່ວຍງານໂຄສະນາຂອງອະນຸກໍາມະການໂຄສະນາ ແລະ ຂະບວນການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 11 ມັງກອນນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ.
ໃນການຕອບຄຳສໍາພາດ, ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕີລາຄາຜົນງານ, ຜົນສໍາເລັດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມ ຕະຫຼອດໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ໄດ້ຕີລາຄາຄວາມໝາຍ ແລະ ເປົ້າໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; ໄດ້ຕີລາຄາບັນດາຜົນ ງານ, ໄຊຊະນະ ແລະ ຜົນສໍາເລັດຂອງ ສສ ຫວຽດນາມ ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ສະ ຫຼາດສ່ອງໃສ ແລະ ປະດິດສ້າງ ຂອງພັກກອມມູນິດຫວຽດນາມ, ຍົກໃຫ້ເຫັນບົດບາດຂອງພັກກອມມູນິດຫວຽດນາມ ຕະຫຼອດໄລຍະ 90 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ແລະ ໃນຕອນທ້າຍສະຫາຍໄດ້ໃຫ້ການຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນທຸກຂົງເຂດ ໂດຍໄດ້ເນັ້ນໃຫ້ເຫັນມູນເຊື້ອແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ລາວ-ຫວຽດນາມ ທີ່ໄດ້ ຮັບການສ້າງຕັ້ງ ແລະ ຖະນຸຖະ ໜອມຈາກປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາການນໍາຮຸ່ນຕ່າງໆກໍຄືນັກປະຕິວັດ ແລະ ປະ ຊາຊົນສອງຊາດຕະຫຼອດໄລ ຍະຫຼາຍທົດສະວັດຜ່ານມາ ຊຶ່ງປັດຈຸບັນໄດ້ກາຍເປັນມໍລະ ດົກລວມອັນລໍ້າຄ່າ, ກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ເປັນທັງໜຶ່ງໃນປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດ.
ສະຫາຍໄດ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າ, ມີປະສິດທິຜົນ ແລະ ທັນ ການແກ່ພາລະກິດປະຕິວັດຂອງ ປະຊາຊົນລາວ ຕະຫຼອດມາ ແລະ ໃນໂອກາດພັກກອມມູ ນິດຫວຽດນາມພວມກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ໃນ ມໍ່ໆນີ້, ສະຫາຍຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນໃຫ້ການດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ຂອງພັກ ກອມມູນິດຫວຽດນາມ ຈົ່ງປະ ສົບຜົນສໍາເລັດຢ່າງຈົບງາມ.
(ຂ່າວ: ຄຕພ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com