Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ແຂວງວຽງຈັນເປັນແຂວງທີ່ຕິດກັບນະຄອນຫຼວງວຽງຈັນທາງພາກເໜຶອ ແລະ ເປັນແຂວງທີ່ປະຊາຊົນມີມູນເຊື້ອດຸໝັ່ນໃນການທຳມາຫາກິນ ສ້າງຕົນເອງໃຫ້ເຂັ້ມແຂງ ພ້ອມດຽວນັ້ນແຂວງວຽງຈັນ ກໍມີທ່າແຮງບົ່ມຊ້ອນຫຼາຍຢ່າງ ເປັນຕົ້ນແມ່ນສະຖານທີ່ທ່ອງທ່ຽວໃນມື້ພັກທາງລາຊະການຕ່າງໆຂອງປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ແຂວງອ້ອມຂ້າງ ພ້ອມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ນິຍົມກັນໄປທ່ຽວຊົມທຳມະຊາດທີ່ສວຍງາມ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງແມ່ນເມືອງວັງວຽງ, ທ່າລາດ …. ນອກຈາກນີ້ ແຂວງວຽງຈັນ ຍັງເປັນແຫຼ່ງອູ່ເຂົ້າອູ່ປາທີ່ອຸດົມສົມບູນມີທົ່ງພຽງກວ້າງໃຫຍ່, ເປັນແຫຼ່ງອຸດສາຫະກຳການຜະລິດໄຟຟ້ານ້ຳຕົກຂະໜາດໃຫຍ່ ແຫຼ່ງທຳອິດຂອງສປປລາວ ແລະ ໄດ້ກາຍເປັນໃບໜ້າໃໝ່ໃນການຕ້ອນຮັບແຂກຕ່າງປະເທດທີ່ມາຢ້ຽມຢາມ ສປປ ລາວ. ສ່ວນການຜະລິດກະສິກຳ ກໍສາມາດແປຮູບເປັນສິນຄ້າໂອດ໊ອບ, ຊຶ່ງມີກຸ່ມໂອດ໊ອບທັງໝົດ 19 ຫົວໜ່ວຍ ມີ 62 ຜະລິດຕະພັນຍ່ອຍ, ກວມ 19 ບ້ານ, ນອນຢູ່ໃນ 10 ເມືອງຈັດຢູ່ໃນອັນດັບ 3 ຂອງປະເທດ.
ເນື່ອງໃນໂອກາດສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງວຽງຈັນໃນເດືອນຜ່ານມາ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນໄດ້ໃຫ້ຮູ້ວ່າ ຈະໄດ້ນຳເອົາມະຕິຂອງກອງປະຊຸມເທື່ອດັ່ງກ່າວນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນໂຄງການລະອຽດ ພ້ອມນັ້ນ, ກໍມີການແບ່ງງານໃຫ້ 35 ສະຫາຍ ທີ່ເປັນຄະນະພັກແຂວງ ເພື່ອສືບຕໍ່ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫ້ມີຜົນສຳເລັດ ເຮັດໃຫ້ແຂວງວຽງຈັນມີບາດກ້າວໃໝ່ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ພ້ອມກັນນີ້ ກໍໄດ້ກະກຽມປຸກລະດົມຂະບວນການຕ່າງໆຂຸ້ນຂ້ຽວພ້ອມກັນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງວຽງຈັນ ແຕ່ຫົວທີ ເຮັດແນວໃດໃຫ້ທົ່ວສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ໄດ້ສຸມໃສ່ການຜະລິດລະດູແລ້ງ ຕ້ານແລ້ງຕ້ານຖ້ວມ, ກະກຽມປູກພືດລະດູຝົນ ຫັນປ່ຽນຈາກການຜະລິດແບບທຳມະຊາດ ໄປສູ່ການຜະລິດທີ່ທັນສະໄໝ ເປັນສິນຄ້າເທື່ອລະກ້າວ, ພ້ອມກັນນີ້ ພື້ນຖານໂຄງລ່າງກໍກຳລັງໄດ້ຮັບການປັບປຸງເສັ້ນທາງລະຫວ່າງບ້ານຫາບ້ານ, ບ້ານຫາເມືອງ ແລະ ເມືອງຫາແຂວງ, ປັດຈຸບັນນີ້ ກໍມີທາງດ່ວນສ້າງສຳເລັດແລ້ວ, ມີທາງລົດໄຟກຳລັງຈະສຳເລັດ, ສ່ວນວ່າການປູກການລ້ຽງ, ຈຳນວນໜຶ່ງກຳລັງຢູ່ໃນຂັ້ນຕອນການສຳຫຼວດ ຂັ້ນຕອນການສຶກສາ, ພ້ອມດຽວກັນນີ້ ກໍສຸມໃສ່ການເກັບລາຍຮັບ ໂດຍສ້າງທຸກທ່າແຮງເພື່ອເຮັດໃຫ້ການເກັບລາຍຮັບໄດ້ລື່ນແຜນການທີ່ລັດຖະບານມອບໝາຍໃຫ້.
ເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກໍໄດ້ມີການຈັດກິດຈະກຳຂຶ້ນຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະກິດຈະກຳຕ່າງໆທີ່ຜ່ານມາ ເພື່ອສະຫຼອງວັນເກີດປະທານໄກສອນພົມວິຫານ ຄອບຮອບ 100 ປີ ໃຫ້ເປັນຂະບວນການຕິດພັນກັບວັນຊາດຄອບຮອບ 45 ປີ ໂດຍສະເພາະການເລົ່າມູນເຊື້ອວິລະຊົນ ໂດຍຢຶດເອົາຕົ້ນແຕ້ຢູ່ເມືອງແມດຊຶ່ງເປັນບ່ອນທີ່ພວກລ່າເມືອງຂຶ້ນໄດ້ແຂວນຄໍນັກປະຕິວັດຂອງພວກເຮົາໃນສະໄໝຕໍ່ສູ້ກູ້ຊາດ ບູລະນະໃຫ້ຕົ້ນແຕ້ເປັນແຫຼ່ງມູນເຊື້ອປະຕິວັດ. ນອກຈາກຂະບວນການຕ່າງໆ ຍັງມີການແຕ່ງເພງ, ກອນລຳ, ຂະບວນສິລະປະວັນນະຄະດີ, ມີຂະບວນກິລາຊິງຂັນເຈົ້າແຂວງ, ຂະບວນການຂີ່ລົດຖີບ, ພ້ອມນັ້ນ ກໍໄດ້ເຮັດໂຮມຊຸມນຸມນ້ອຍ ຕິດພັນກັບວັນເກີດຂອງປະທານໄກສອນພົມວິຫານ ແລະ ວັນຊາດ 2 ທັນວ່າ ສ້າງເປັນຄຳຖາມເປັນຄຳຕອບລົງສູ່ບ້ານເຮັດໃຫ້ກວ້າງຂວາງທີ່ສຸດ.
ທ່ານເຈົ້າແຂວງຍັງໃຫ້ຮູ້ຕື່ມອີກວ່າ ແຜນການໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ປະຕິບັດຕາມ ມະຕິ V ຂອງອົງຄະນະພັກແຂວງວຽງຈັນ ເມື່ອຮອດປີ 2030 ລະບົບການເມືອງ-ການປົກຄອງ ມີສະຖຽນລະພາບ ແລະ ເຂັ້ມແຂງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນປະມານ 3 ເທົ່າ ທຽບໃສ່ປີ 2015. ຮອດປີ 2025 ຍົກສູງຄວາມສາມາດນຳພາຂອງພັກ, ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງໜັກແໜ້ນ ດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ. ກໍ່ສ້າງພະນັກງານໃຫ້ຮັບປະກັນບຸກທະລຸທັງ 4 ດ້ານ; ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບ້ານໃຫຍ່ກາຍເປັນສີສັນຕົວເມືອງໃນຊົນນະບົດຫຼາຍຂຶ້ນ. ພັດທະນາບັນດາເມືອງ ຕາມທິດສີຂຽວ ຍືນຍົງ, ສຸມໃສ່ພັດທະນາ 4 ເມືອງທົ່ງພຽງ, ສ້າງໃຫ້ເມືອງວຽງຄຳ ກາຍເປັນເມືອງໃຈກາງຂອງເທດສະບານແຂວງວຽງຈັນ; ສຸມໃສ່ປັບປຸງ ກໍ່ສ້າງໃຫ້ກຳລັງປກຊ-ປກສ ທ້ອງຖິ່ນ, ບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ເພີ່ມຂຶ້ນ 80 ບ້ານຂຶ້ນໄປ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໃຫ້ເພີ່ມຂຶ້ນ 100 ບ້ານ; ຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ, GDP ສະເລ່ຍ 5 ປີຕໍ່ໜ້າ ບໍ່ໃຫ້ຫຼຸດ 6% ຕໍ່ປີ, ຮອດປີ 2025 ຂະຫຍາຍຕົວບໍ່ໃຫ້ຫຼຸດ 6,5%, ສະເລ່ຍລາຍໄດ້ໃສ່ຫົວຄົນໃຫ້ໄດ້ 23,60 ລ້ານກີບ ຫຼື 2.663 ໂດລາ; ສຸມໃສ່ຂະຫຍາຍການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບອຸດສະຫາກຳປຸງແຕ່ງ, ການຄ້າ, ຕະຫຼາດເພື່ອສົ່ງອອກ ທັງມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ. ພັດທະນາກະສິກຳແບບປະສົມປະສານ, ກະສິກຳສະອາດ ເພື່ອຕອບສະໜອງສະບຽງອາຫານໄດ້ຢ່າງພຽງພໍ, ການຜະລິດເຂົ້າ ສະເລ່ຍ 691 ກິໂລຕໍ່ຄົນຕໍ່ປີ. ສົ່ງເສີມຕົວແບບການຜະລິດການປູກ, ການລ້ຽງສັດໃຫຍ່ ແບບຫົວໜ່ວຍຄອບຄົວ, ແບບເປັນກຸ່ມ, ເປັນຟາມໃຫ້ຫຼາຍຂຶ້ນ. ສົ່ງເສີມການປູກໄມ້ໃຫ້ກວມເອົາ 65% ຂອງພື້ນທີ່; ເພື່ອຍູ້ແຮງການພັດທະນາອຸດສາຫະກໍາເປັນມິດກັບສິ່ງແວດລ້ອມ ໂດຍເລີ່ມຈາກອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ, ພະລັງງານໄຟຟ້ານ້ຳຕົກ, ພະລັງງານສະອາດ, ແຮ່ທາດ, ຕິດພັນກັບການປົກປັກຮັກສາປ່າໄມ້, ແຫຼ່ງນ້ຳ. ເປັນເຈົ້າການກຳນົດຈຸດສຸມຂອງການລົງທຶນ, ສົ່ງເສີມຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໄປລົງທຶນໃນເຂດຊົນນະບົດດ້ວຍຮູບການຕ່າງໆ, ສຸມໃສ່ການລົງທຶນເຂົ້າໃສ່ການຜະລິດ ແລະ ການບໍລິການ, ສ້າງທຸກເງື່ອນໄຂເພື່ອໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ. ຊຸກຍູ້ການກໍ່ສ້າງເສັ້ນທາງຄົມມະນາຄົມເຊື່ອມກັບທາງດ່ວນ, ທາງລົດໄຟ ເພື່ອເຊື່ອມເສດຖະກິດກັບ 9 ແຂວງ ພາກເໜືອ, ນະຄອນຫຼວງວຽງຈັນ, ແຂວງບໍລິຄໍາໄຊ ແລະ ເຂດຊາຍແດນ ສືບຕໍ່ປັບປຸງ ຍົກລະດັບເສັ້ນທາງເມືອງຫາເມືອງ, ບ້ານຫາບ້ານ ໃຫ້ທຽວໄດ້ຕະຫຼອດປີ, ຍົກລະດັບຄວາມສາມາດຮອງຮັບການສື່ສານ ໃຫ້ທັນສະໄໝ. ໃຫ້ກ້າວໄປສູ່ຄຸນນະພາບໃໝ່ ກວມເອົາ 98% ຂອງພື້ນທີ່ໃນທົ່ວແຂວງ. ຂະຫຍາຍເຄື່ອຄ່າຍໄຟຟ້າໃຫ້ເຂົ້າເຖິງຄົວເຮືອນ ກວມເອົາ 99,3%. ສືບຕໍ່ປັບປຸງ ຂະຫຍາຍພື້ນຖານໂຄງລ່າງ ແລະ ການບໍລິການດ້ານສາທາລະນະສຸກໃຫ້ທົ່ວເຖິງ ແລະ ທັນສະໄໝກວ່າເກົ່າ, ຍູ້ແຮງວຽກສຸຂະສຶກສາ ແລະ ປ້ອງກັນພະຍາດ, ເຝົ້າລະວັງ, ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19, ພະຍາດຕາມລະດູການໃຫ້ທັນເວລາ. ປະຕິບັດນະໂຍບາຍສະຫວັດດີການສັງຄົມໃຫ້ຜູ້ທີ່ມີຜົນງານຕໍ່ປະເທດຊາດໃຫ້ຄົບຖ້ວນ. ຂະຫຍາຍອັດຕາປົກຄຸມປະກັນສັງຄົມໃຫ້ນັບມື້ກວ້າງຂວາງ. ເບິ່ງແຍງຊ່ວຍເຫຼືອຜູ້ດ້ອຍໂອກາດ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຕ່າງໆ. ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ, ສົ່ງເສີມສີລະປະວັນນະຄະດີທີ່ເປັນເອກະລັກຂອງບັນດາເຜົ່າ; ສ້າງແບບແຜນການດໍາລົງຊີວິດອັນສົດໃສກ້າວໜ້າ, ໄປພ້ອມກັບການຕັ້ງໜ້າຕ້ານແບບແຜນການດໍາລົງຊີວິດທີ່ເຊື່ອມຊາມ ແລະ ປະກົດການຫຍໍ້ທໍ້ຕ່າງໆ. ຄະນະພັກແຕ່ລະຂັ້ນ ຕ້ອງຖືເອົາການຊີ້ນຳ-ນຳພາ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກບຸລິມະສິດ, ສຸມໃສ່ການຫັນລົງກໍ່ສ້າງຮາກຖານ, ແນໃສ່ບັນລຸຕາມເນື້ອໃນມາດຖານການສ້າງບ້ານເປັນຫົວໜ່ວຍພັດທະນາ ໃຫ້ກວມເອົາ 82,6% ສ້າງບ້ານໃຫຍ່ໃຈກາງເຊື່ອມຈອດກັບບ້ານອ້ອມຂ້າງ ກາຍເປັນສີສັນຕົວເມືອງໃນຊົນນະບົດ 7 ຈຸດ. ສູ້ຊົນສ້າງແຂວງວຽງຈັນ ໃຫ້ກາຍເປັນຫົວໜ່ວຍຍຸດທະສາດ ຕາມທິດ 3 ສ້າງ, ສ້າງເມືອງເປັນຫົວໜວ່ຍເຂັ້ມແຂງຮອບດ້ານ ໃຫ້ບັນລຸໄດ້ 6 ເມືອງຂຶ້ນໄປ. ສູ້ຊົນສ້າງບັນດາເມືອງໃຫ້ເປັນເມືອງສາມັກຄີປອງດອງ ໃຫ້ຕິດພັນກັບການສ້າງເມືອງເຂັ້ມແຂງຮອບດ້ານ.
(ໂດຍ: ສ.ຣາ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
28/01/2020 09:23:24
12/08/2020 11:39:01
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com