Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ວັນໄຊ ຕະວິນຍານ
ແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາແມ່ນອີກໜຶ່ງທາງເລືອກສໍາລັບນັກທ່ອງທ່ຽວທີ່ຕ້ອງການໄປພັກຜ່ອນຢ່ອນອາລົມ ຊຶ່ງຕັ້້ງຢູ່ບ້ານຊຽງແລທ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ຍັງຄົງຄວາມສົມບູນແບບອີກແຫ່ງໜຶ່ງທີ່ມີນັກທຸລະກິດໜຸ່ມລົງທຶນພັດທະນາ ເພື່ອອະນຸລັກ ຮັກສາສິ່ງແວດລ້ອມມີວິໄສທັດອັນກວ້າງໄກທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງ ຄົມຂອງລັດຖະບານ. ປູກຈິດສຳ ນຶກຄົນລາວທ່ຽວລາວຫຼາຍຂຶ້ນ ຫຼຸດຜ່ອນການໄປທ່ອງທ່ຽວຕ່າງປະເທດກໍຄືຫຼຸດຜ່ອນບໍ່ໃຫ້ເງິນຕາອອກນອກປະເທດ. ທັງເປັນໂອກາດປັບປຸງແຫຼ່ງທ່ອງທ່ຽວໃຫ້ໄດ້ມາດຕະຖານອາຊຽນ ເທື່ອລະກ້າວ.
ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດ ແຟເຊັດ ພັດທະ ນາສະຖານທີ່ທ່ອງທ່ຽວທາງທໍາ ມະຊາດ ຈຳກັດຜູ້ດຽວ (ນໍ້າປຽນ ຢໍລະປາ) ກ່າວວ່າ: ກ່ອນທີ່ບໍລິ ສັດຈະເຂົ້າມາພັດທະນາແຫຼ່ງທ່ອງທ່ຽວທຳມະຊາດແຫ່ງນີ້, ໄດ້ມີບົດຮຽນ, ປະສົບການ ແລະ ຜົນສຳເລັດໃນການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດນໍ້າກັດຢໍລະປາ ທີ່ແຂວງອຸດົມໄຊ ມາກ່ອນໜ້ານີ້ແລ້ວ, ຈາກບົດ ຮຽນ ແລະ ປະສົບການດັ່ງ ກ່າວ ນັ້ນ ເຫັນວ່າການພັດທະນາ ແຫຼ່ງທ່ອງທ່ຽວທຳມະຊາດແບບ ອະນຸລັກ ໂດຍປະຊາຊົນມີສ່ວນຮ່ວມແມ່ນນອນໃນແຜນ ຍຸດທະສາດຂອງການພັດທະ ນາການທ່ອງທ່ຽວແຫ່ງຊາດ. ຈຸດປະສົງກໍເພື່ອສ້າງຜະລິດຕະ ພັນການທ່ອງທ່ຽວໃໝ່ໃຫ້ມີຫຼາຍ ຮູບແບບ ແລະ ຫຼາຍສີສັນ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາ ທ່ອງທ່ຽວຢູ່ ສປປ ລາວ ກໍຄືນະ ຄອນຫຼວງວຽງຈັນໃຫ້ນັບມື້ຫຼາຍຂຶ້ນ. ເປັນການອະນຸລັກຮັກສາຊັບ ພະຍາກອນທຳມະຊາດ ເປັນຕົ້ນ ແມ່ນພູຜາ, ປ່າໄມ້ໃຫ້ມີ ຄວາມຍືນຍົງຄູ່ກັບຄົນລາວກໍຄືຄົນນະຄອນຫຼວງວຽງຈັນ ຕະຫຼອດໄປ. ເພື່ອສ້າງວຽກເຮັດງານທຳ ແລະ ສ້າງອາຊີບທີ່ຍືນຍົງໃຫ້ກັບປະຊາຊົນໃນເຂດດັ່ງກ່າວໄດ້ມີວຽກເຮັດງານທຳ ແລະ ມີ ລາຍຮັບຈາກການຂາຍຜົນຜະ ລິດຂອງຊາວບ້ານໃຫ້ແກ່ນັກທ່ອງທ່ຽວ. ສະນັ້ນ ບໍລິສັດ ຈຶ່ງມີແນວຄວາມຄິດສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ໂດຍ ສະເພາະຢູ່ນະຄອນຫຼວງວຽງຈັນທີ່ມີທິວທັດທຳມະຊາດພູຜາປ່າໄມ້ທີ່ສວຍງາມ, ຈຶ່ງໄດ້ສະ ເໜີເຈດຈຳນົງ ໃນການພັດທະ ນາແຫຼ່ງທ່ອງທ່ຽວທຳມະຊາດ ຢູ່ເຂດອ່າງໂຕ່ງນໍ້າປຽນ ບ້ານຊຽງແລທ່າ ເມືອງປາກງື່ມ ຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອຂໍສຳຫຼວດອອກແບບ ແລະ ສຶກສາຄວາມເປັນໄປໄດ້ ຊຶ່ງເປັນໂອກາດອັນດີທີ່ ໄດ້ຮັບການອະນຸຍາດຈາກຄະ ນະຄຸ້ມຄອງການລົງທຶນນະຄອນ ຫຼວງວຽງຈັນ ແລະ ໄດ້ເຊັນ MOU ໃນວັນທີ 25 ກໍລະກົດ ປີ 2017, ພາຍຫຼັງໄດ້ເຊັນບົດ ບັນທຶກ ຈຶ່ງໄດ້ດຳເນີນການສຳ ຫຼວດອອກແບບ ແລະ ຂຽນບົດວິພາກເສດຖະກິດ ພ້ອມທັງສະ ເໜີຂໍເຊັນສັນຍາລົງທຶນກັບອົງ ການປົກຄອງນະຄອນຫຼວງວຽງ ຈັນ ໃນວັນທີ 30 ພະຈິກ 2018. ຫຼັງຈາກນັ້ນກໍໄດ້ດຳເນີນການກໍ່ ສ້າງກິດຈະກຳການທ່ອງທ່ຽວທີ່ໄດ້ກຳນົດໄວ້ຕາມແຜນແມ່ບົດຈໍານວນ 5 ກິດຈະກໍາຄື: ກິດຈະ ກໍາການທ່ອງທ່ຽວທຳມະຊາດ; ກິດຈະກໍາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ; ກິດຈະກໍາທີ່ພັກແຮມ; ກິດຈະ ກໍາສວນພຶກສາຊາດ; ກິດຈະກໍາ ບ້ານຊົນເຜົ່າ. ມາເຖິງວັນທີ 16 ກໍລະກົດ 2020 ໄດ້ສໍາເລັດ ຂັ້ນພື້ນຖານຂອງກິດຈະກໍາທີ 1 ແລະ 2, ລວມແລ້ວ 30% ຕາມແຜນແມ່ບົດທັງໝົດ ແລະ ໄດ້ເປີດທົດລອງບໍລິການແຕ່ທ້າຍເດືອນກໍລະກົດ 2020 ທີ່ຜ່ານມາ ນີ້. ຈາກການເປີດທົດລອງໃຫ້ ນັກທ່ອງທ່ຽວເຂົ້າທ່ຽວຊົມໄດ້ມີສຽງຕອບຮັບຈາກສັງຄົມເປັນຢ່າງດີ ຊຶ່ງມີນັກທ່ອງທ່ຽວເຂົ້າມາໃຊ້ບໍລິການ 10.000 ເທື່ອຄົນຕໍ່ເດືອນ. ປັດຈຸບັນກໍາລັງສືບ ຕໍ່ປັບປຸງພັດທະນາກິດຈະກຳທີ 3, 4, 5 ຊຶ່ງຄາດຄະເນວ່າຈະກໍ່ ສ້າງສໍາເລັດ ແລະ ສາມາດເປີດ ໃຫ້ບໍລິການຢ່າງເປັນທາງການໃນໄວໆນີ້.
ທ່ານ ສົມເພັດ ມ້າວປະ ເສີດ ກ່າວຕື່ມວ່າ: ວິທີການໃນ ການຈັດຕັ້ງປະຕິບັດຕົວຈິງແມ່ນ ທາງບໍລິສັດໄດ້ຖືເອົາຫຼັກການ ການມີສ່ວນຮ່ວມຈາກ 3 ພາກ ສ່ວນເປັນຕົ້້ນຕໍຄື: ພາກລັດ, ປະ ຊາຊົນພາຍໃນທ້ອງຖິ່ນ ແລະ ຜູ້ລົງທຶນ ຊຶ່ງສຸມໃສ່ການປະຕິ ບັດ 4 ວຽກງານທີ່ສຳຄັນຄື: ການ ອະນຸລັກຊັບພະຍາກອນທຳມະ ຊາດ ໂດຍສົມທົບກັບອຳນາດການປົກຄອງ ແລະ ປະຊາຊົນໃນທ້ອງຖິ່ນ ເພື່ອຮ່ວມມືກັນອະນຸລັກຮັກສາຊັບພະຍາກອນທຳມະຊາດຫຼຸດຜ່ອນການທຳ ລາຍທຳມະຊາດ, ສະກັດກັ້ນການຕັດໄມ້ທຳລາຍປ່າໃຫ້ມາຟື້ນຟູປ່າ. ການສ້າງບຸກຄະລາກອນເປົ້າໝາຍແມ່ນໄດ້ສຸມໃສ່ ການສ້າງບຸກຄະລາກອນທ້ອງ ຖິ່ນ ເພື່ອໃຫ້ຄົນທ້ອງຖິ່ນໄດ້ມີສ່ວນຮ່ວມ. ປັດຈຸບັນມີພະນັກ ງານທ້ອງຖິ່ນທັງໝົດ 100 ກວ່າຄົນ ແລະ ຈະເພີ່ມຂຶ້ນເລື້້ອຍໆ ຕາມການຂະຫຍາຍຕົວຂອງກິດ ຈະການ. ການສ້າງຜະລິດ ຕະພັນທ່ອງທ່ຽວ ແລະ ສິ່ງອໍານວຍ ຄວາມສະດວກຕ່າງໆຕາມແຜນ ແມ່ບົດ. ສ່ວນການຕະຫຼາດກໍໄດ້ ໂຄສະນາຫຼາຍຮູບແບບ ເປັນ ຕົ້ນທາງສື່ສິ່ງພິມ, ວິທະຍຸ, ໂທ ລະພາບ, ສື່ອອນລາຍ ແລະ ຜ່ານ ບໍລິສັດທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ໃນຕໍ່ໜ້າທາງ ບໍລິສັດຈະສືບຕໍ່ປະຕິບັດໂຄງ ການໃຫ້ສຳເລັດຕາມແຜນແມ່ບົດທີ່ໄດ້ກຳນົດໄວ້, ຄາດຄະເນ ວ່າ ການພັດທະນາແຫຼ່ງທ່ອງທ່ຽວນໍ້າປຽນຢໍລະປາ ຈະໃຫ້ສຳເລັດທຸກກິດຈະ ກຳພາຍໃນປີ 2023 ທີ່ຈະມາເຖິງນີ້.
ນີ້ແມ່ນອີກໜຶ່ງຕົວແບບໃນ ການພັດທະນາຄຸ້ມຄອງອະນຸລັກແຫຼ່ງທ່ອງທ່ຽວທາງທໍາມະຊາດ ປະຊາຊົນມີສ່ວນຮ່ວມຕິດ ພັນກັບຜົນປະໂຫຍດຂອງຄົນທ້ອງຖິ່ນໄປຕາມທິດການພັດ ທະນາສີຂຽວຍືນຍົງຕາມແນວ ທາງນະໂຍບາຍຂອງພັກ-ລັດ ວາງອອກ.
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com