Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຕາມການລາຍງານຂອງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເມິງໃນວັນທີ່ 26 ມັງກອນ ຜ່ານມານີ້ໃຫ້ຮູ້ວ່າ: ປັດຈຸບັນຊາວກະສິກອນເມືອງເມິງ,ແຂວງບໍ່ແກ້ວ ສຳເລັດການປັກດຳເຂົ້ານາແຊງແລ້ວ 100% ຂອງເນື້ອທີ່ 3,3 ເຮັກຕາ ໃນ ທົ່ວເມືອງ.
ທ່ານ ຄຳພູວັນ ພີນິດ ຫົວໜ້າ ໜ່ວຍງານປູກຝັງ ແລະ ຄຸ້ມ ຄອງພັດທະນາທີ່ດິນກະສິກຳກ່າວວ່າ: ການເຮັດນາແຊງຂອງ ຊາວກະສິກອນເມືອງເມິງ ສົກປີ 2021 ນີ້ແມ່ນຫຼຸດລົງຫຼາຍ, ເນື່ອງຈາກວ່າພວກເຂົາເຈົ້າຫັນໄປປູກພືດແນວອື່ນ ເປັນຕົ້ນແມ່ນ ໝາກອຶ, ໝາກໂມ ແລະ ພືດຜັກຕ່າງໆທຽບໃສ່ປີຜ່ານມາແມ່ນຫຼຸດລົງ 20 ກວ່າເຮັກຕາ, ການເຮັດນາແຊງຂອງຊາວກະສິກອນເມືອງເມິງໃນປີນີ້ແມ່ນໄດ້ເລີ່ມກຽມດິນ-ຕົກກ້າ ຕັ້ງແຕ່ເດືອນ 12/2020 ເປັນຕົ້ນມາ ແລະ ປັດຈຸບັນແມ່ນສາມາດປັກດຳສຳເລັດແລ້ວ 100% ຂອງເນື້ອທີ່ 3,3 ເຮັກຕາ ໃນທົ່ວ ເມືອງ, ຄາດວ່າຜົນຜະລິດຈະ ໄດ້ຮັບ 3,7 ໂຕນຕໍ່ເຮັກຕາ. ນອກ ຈາກການເຮັດນາແຊງແລ້ວ ຊາວກະສິກອນເມືອງເມິງຍັງໄດ້ປູກພືດເປັນສິນຄ້າອື່ນໆ ເຊັ່ນ: ປູກໝາກອຶ, ໝາກໂມ ສ່ວນໃຫຍ່ຈະເປັນການຮຸ້ນສ່ວນລະຫວ່າງປະຊາຊົນກັບບໍລິສັດ, ນອກນັ້ນ ປະຊາຊົນພາຍໃນເມືອງຍັງໄດ້ປູກພືດຜັກເປັນສິນຄ້າເພື່ອສ້າງລາຍໄດ້ເສີມຕື່ມອີກ.
ພ້ອມດຽວກັນນີ້ທາງຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງເມິງຍັງຈະສືບຕໍ່ຊຸກຍູ້ສົ່ງເສີມທາງດ້ານເຕັກນິກວິຊາການໃຫ້ແກ່ຊາວກະຊິກອນຢູ່ພາຍໃນເມືອງ ແລະ ລົງເຄື່ອນໄຫວສັກຢາປ້ອງກັນພະຍາດສັດລ້ຽງປະເພດງົວ-ຄວາຍ, ແບ້ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດສັດຕ່າງໆ ພ້ອມທັງຊຸກຍູ້ສົ່ງເສີມຜູ້ປະກອບການ ແລະ ປະຊາຊົນສຸມໃສ່ເພີ່ມທະວີໃນການປູກການລ້ຽງໃຫ້ຫຼາຍຂຶ້ນ ສາມາດສ້າງລາຍໄດ້ເຂົ້າສູ່ຄອບຄົວຢ່າງເປັນປົກກະຕິ ແລະ ມີຢູ່ມີກິນ, ເຮັດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
(ຂ່າວ: ເມືອງເມິງ,ນັກຂ່າວ: ພູມມາ ມະນີສອນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com