Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2020 ແລະ 5 ປີ (2016-2020) ໄດ້ດໍາເນີນມາເປັນເວລາ 2 ວັນ (28-29 ມັງກອນ 2021) ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມໃນວັນທີ 29 ມັງກອນຜ່ານມາ ທີ່ສະໂມສອນຄະນະກວດກາສູນກາງພັກ (ຫຼັກ 6) ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກສະໄໝທີ XI ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດ ຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ, ເຂົ້າຮ່ວມໂດຍ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນ ກາງພັກ ປະທານ ຄະນະກວດ ກາສູນກາງພັກ ສະໄໝທີ XI, ມີບັນດາຮອງປະທານ, ຄະນະປະຈຳພັກ, ຄະນະພັກ ຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ, ບັນດາປະທານ-ຮອງປະທານຄະນະກວດກາກະຊວງ-ອົງການ, ແຂວງ- ນະຄອນຫຼວງ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວຄະນະກວດກາສູນກາງພັກ-ອົງການກວດ ກາລັດຖະບານ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ ການເຜີຍແຜ່ເອກະສານສຳ ຄັນຕ່າງໆກ່ຽວກັບວຽກງານກວດກາເປັນຕົ້ນແມ່ນບົດສະ ຫຼຸບການເຄື່ອນໄຫວຽກງານ ກວດກາປະຈຳປີ 2020 ແລະ 5 ປີ ແລະ ທິດທາງແຜນການ,ບົດລາຍງານວຽກງານຕິດຕາມ, ກວດກາພັກ, ບົດລາຍງານກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ບົດລາຍງານກ່ຽວກັບການກວດກາຕາມຜົນການກວດສອບ, ບົດລາຍງານວຽກງານຄົ້ນຄວ້າຄຳ ຮ້ອງ-ຄຳສະເໜີ, ແລະ ບົດລາຍງານການຕິດຕາມ, ກວດ ກາການປະຕິບັດຜົນກວດກາ ໄລຍະຜ່ານມາຄະນະພັກ, ອົງ ການປົກຄອງຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກວດກາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງຕົນຊຶ່ງມີຜົນງານດ້ານອັນ ພົ້ນເດັ່ນເປັນຕົ້ນແມ່ນ ການຄົ້ນ ຄວ້າສ້າງ ແລະ ເຜີຍແຜ່-ໂຄ ສະນານິຕິກໍາກ່ຽວກັບວຽກງານກວດກາ ທັງໝົດ 14 ສະບັບ, ໄດ້ຕິດຕາມ, ກວດກາ ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກົດລະບຽບພັກ, ບັນດາມະຕິ, ຄໍາສັ່ງ ຂອງສູນກາງພັກ ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຂອງຄະນະພັກຂັ້ນຕ່າງໆ, ກວດກາການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕາມ 5 ຫຼັກການ, 3 ທິດນໍາຂອງພັກ, ມາຮອດປັດຈຸບັນ ທົ່ວປະເທດມີໜ່ວຍພັກທັງໝົດ 20.438 ໜ່ວຍ, ໃນນີ້ ໄດ້ຕີລາຄາຈັດປະ ເພດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 17.438 ໜ່ວຍ, ກາງ 654, ອ່ອນ 21 ໜ່ວຍ, ບໍ່ໄດ້ຈັດປະເພດ 2.325 ໜ່ວຍ; ມີສະມາຊິກພັກທັງໝົດ 348.686 ສະຫາຍ, ຍິງ 88.433 ສະຫາຍ, ທຽບໃສ່ປີ 2016 ເພີ່ມຂຶ້ນ 80.255 ສະຫາຍ (ສໍາຮອງ 30.305 ສະຫາຍ, ຍິງ 9.813 ສະຫາຍ), ໄດ້ຕີລາຄາຈັດປະເພດ ມີສະມາຊິກພັກແຂງ 274.401 ສະຫາຍ, ກາງ 9.858 ສະຫາຍ ອ່ອນ 424 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 64.003 ສະຫາຍ, ຜ່ານການຕິດຕາມ-ກວດກາຕົວຈິງເຫັນວ່າ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ນແຂງ, ໜັກແໜ້ນ ບາງໜ່ວຍພັກຄຸນນະພາບຍັງບໍ່ສູງ, ສະມາຊິກພັກຈໍານວນໜຶ່ງເສື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເກີດພະຍາດອາຍາສິດ, ສວຍໃຊ້ໜ້າທີ່ຕໍາແໜ່ງ ລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ຊຶ່ງ 5 ປີຜ່ານມາ ມີການຈັດຕັງພັກ, ສະມາຊິກພັກຖືກລົງວິໄນຄື: ກ່າວເຕືອນຄວາມຜິດ 6 ໜ່ວຍພັກ, ສະມາຊິກພັກຖືກລົງວິໄນ 3.200 ສະຫາຍ, ຍິງ 372 ສະຫາຍ (ໃນນີ້, ກ່າວເຕືອນຄວາມຜິດ 649 ສະຫາຍ, ປົດຕໍາແໜ່ງ 137 ສະຫາຍ, ໂຈະການຮ່ວມຊີວິດພັກ 632 ສະຫາຍ, ເອົາອອກຈາກພັກ 1.791 ສະຫາຍ, ແກ້ໄຂທາງບໍລິຫານ 546 ສະຫາຍ, ຖືກດໍາເນີນຄະດີຕາມກົດໝາຍ 93 ສະຫາຍ, ໃນນັ້ນ ສານຕັດສິນແລ້ວ 64 ສະຫາຍ ແລະ ໄດ້ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ໄດ້ຮັບຄໍາຮ້ອງ ແລະ ຄໍາສະເໜີ 4.817 ສະບັບ, ໃນນັ້ນ ໄດ້ຄົ້ນຄວ້າພິຈາລະນາແກ້ໄຂແລ້ວ 1.524 ສະບັບ, ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 1,581 ສະບັບ, ແຈ້ງຕອບພາກສ່ວນກ່ຽວຂ້ອງ 155 ສະບັບ, ເກັບມ້ຽນເພື່ອຕິດຕາມ 273 ສະບັບ, ຍັງຄ້າງ 1.284 ສະບັບ (ສະເພາະປີ 2020 ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ທັງໝົດ 869 ສະບັບ ໃນນີ້ ອົງການກວດກາລັດຖະບານ 272 ສະບັບ, ກະຊວງ-ອົງການ 196 ສະບັບ, ແຂວງ 401 ສະບັບ, ໃນນີ້ ແກ້ໄຂແລ້ວ 170 ສະບັບ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ 300 ສະບັບ, ແຈ້ງຕອບເຈົ້າຂອງຄໍາຮ້ອງ 42 ສະບັບ, ເກັບມ້ຽນ ຕິດຕາມ 54 ສະບັບ, ກໍາລັງຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ 303 ສະບັບ). ນອກນີ້ ຜູ້ແທນກອງປະຊຸມແຕ່ລະພາກສ່ວນຍັງໄດ້ຜັດປ່ຽນກັນຂຶ້ນ ປະກອບຄຳຄິດເຫັນຕາມການເຈາະຈິ້ມຂອງປະທານກອງປະຊຸມ.
ໂອກາດອັນສະຫງ່າລາສີນີ້, ທ່ານ. ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະ ຊຸມ ດັ່ງກ່າວ, ເພື່ອເປັນການໃຫ້ທິດຊີ້ນໍາໃນການສືບຕໍ່ເສີມ ຂະຫຍາຍດ້ານຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນຊຸມປີຜ່ານມາ ຊຶ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາ ໂດຍສະເພາະແມ່ນການຕິດຕາມ-ກວດກາການຄຸ້ມຄອງບໍ ລິຫານລັດແຕ່ລະຂັ້ນແມ່ນໃຫ້ສຸມໃສ່ດັ່ງນີ້:
- ຕິດຕາມ-ກວດກາການ ປະຕິບັດພາລະບົດບາດ, ໜ້າ ທີ່, ການໃຊ້ສິດອຳນາດຂອງ ແຕ່ລະຂະແໜງການ ແລະ ທ້ອງ ຖິ່ນ; ການປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດຕ່າງໆຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ
- ຕິດຕາມ-ກວດກາການເກັບລາຍຮັບເຂົ້າງົບປະມານ, ການປະຕິບັດກົດໝາຍພາສີ-ອາກອນ, ກົດໝາຍງົບປະມານແລະ ອື່ນໆ, ການຄຸ້ມຄອງລາຍຈ່າຍຂອງກະຊວງ-ອົງການ ແລະ ທ້ອງຖິ່ນ ໃຫ້ຖືກຕາມເປົ້າໝາຍ ແລະ ຮັບປະກັນການປະຕິບັດນະໂຍບາຍປະຢັດແຫ່ງຊາດ.
- ສືບຕໍ່ຕິດຕາມ-ກວດ ກາລົງເລິກ ແລະ ສືບສວນ-ສອບສວນກ່ຽວກັບຄວາມຮັບຜິດຊອບຂອງການຈັດຕັ້ງແລະ ບຸກຄົນທີ່ພົວພັນເຖິງໂຄງການລົງທຶນຂອງລັດ ແລະ ການຊຳລະໜີ້ສິນແບບມີສ່ວນຫຼຸດ, ການຊຳລະເກີນ ແລະ ຊໍ້າຊ້ອນຢູ່ບັນດາແຂວງທີ່ຍັງຄ້າງປະຕິບັດ.
- ສືບຕໍ່ປະຕິບັດມາດຕະ ການກວດກາເລີ່ມແຕ່ຫົວທີຕໍ່ການປະຕິບັດໂຄງການລົງທຶນຂອງລັດເຊັ່ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະອື່ນໆເລີ່ມແຕ່ການປະມູນ, ການຈັດຊື້-ຈັດຈ້າງແລະຕະຫຼອດໄລຍະເວລາຂອງການປະຕິບັດໂຄງການໃຫ້ດຳເນີນໄປຖືກ ຕ້ອງຕາມສັນຍາ ແລະ ລະບຽບ ກົດໝາຍ.
- ສືບຕໍ່ຕິດຕາມ-ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງເລກທີ15/ນຍ ເປັນຕົ້ນການຄຸ້ມຄອງປ່າໄມ້ ແລະ ທຸ ລະກິດໄມ້, ການປະຕິບັດພັນ ທະໄມ້ ແລະ ບັນຫາອື່ນໆ ເປັນ ຕົ້ນຢູ່ດ່ານຕ່າງໆ ແລະ ຢູ່ຕາມລຽບຊາຍແດນ ເມື່ອພົບເຫັນຜູ້ລະເມີດຕ້ອງແກ້ໄຂຢ່າງເຂັ້ມງວດຕາມລະບຽບ-ກົດໝາຍ.
(ຂ່າວ: ຄະນະກວດກາສູນກາງພັກ, ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com