Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 1 ກຸມພານີ້ ທີ່ສະ ໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ມີພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະພັກ ຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.
ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ອອກພັກການ-ຮັບອຸດໜູນບຳນານ ໄດ້ຂຶ້ນກ່າວມອບໜ້າທີ່ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບບາງບັນຫາ ໃນຕະຫຼອດໄລຍະ 10 ປີ ທີ່ຕົນເອງ ໄດ້ປະຕິບັດໜ້າທີ່ຜ່ານມາ ຊຶ່ງພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ ແມ່ນກວ້າງຂວາງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍພົບອຸປະສັກຫຼາຍ ແຕ່ກໍມີອັນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນການເປັນໃຈກາງຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ, ບັນ ດາເນື້ອໃນມະຕິຂອງສູນກາງພັກ, ຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຫຼາຍດ້ານ, ບົດບາດການນຳພາຂອງພັກ ໄດ້ຮັບການຍົກສູງຂຶ້ນ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ໂອກາດເຂົ້າຮ່ວມພິທີ ມອບ-ຮັບໜ້າທີ່ໃນຄັ້ງນີ້, ສະ ຫາຍ ທອງລຸນ ສີສຸລິດ ກໍໄດ້ໂອ້ລົມຕໍ່ພິທີວ່າ: ສະຫາຍ ຈັນສີ ໂພສີຄຳ ກໍເປັນຜູ້ໜຶ່ງທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນວຽກງານການປັບປຸງກົດລະບຽບພັກ, ຄົ້ນຄວ້າປັບປຸງສ້າງນິຕິກຳຕ່າງໆ ກ່ຽວກັບພັກ-ພະນັກງານ, ຄົ້ນຄວ້າສັບຊ້ອນ-ຈັດວາງພະນັກງານຫຼັກແຫຼ່ງທີ່ຂຶ້ນກັບສູນກາງຄຸ້ມຄອງ ຊຶ່ງນີ້ກໍເປັນພຽງຜົນງານສ່ວນໜຶ່ງ ແລະ ຍັງມີຜົນງານໃຫຍ່ຫຼວງອີກຫຼວງຫຼາຍ ທີ່ສະຫາຍໄດ້ສ້າງຂຶ້ນ ລ້ວນແຕ່ເປັນແບບຢ່າງທີ່ດີ ໃຫ້ແກ່ສະມາຊິກພັກ-ພະນັກງານ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສະຫາຍ ຈັນສີ ໂພສີຄໍາສືບຕໍ່ໃຫ້ຄຳປຶກສາແນະນຳວຽກງານ ເພື່ອໃຫ້ວຽກງານຈັດຕັ້ງມີບາດກ້າວດີຂຶ້ນຕໍ່ໆໄປ. ສໍາລັບສະຫາຍ ນາງ ສີໃສ ລືເດດມູນສອນ ທີ່ໄດ້ຮັບການໄວ້ເນື້ອເຊື່ອໃຈມາຮັບໜ້າທີ່ເປັນເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງເປັນວຽກໃໝ່ທີ່ໄດ້ມາຮັບໜ້າທີ່, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ເນັ້ນໜັກໃນບາງບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ຕັ້ງໜ້າປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບບັນດາສະຫາຍຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ໂດຍມີການດໍາເນີນວຽກງານໄປຢ່າງມີປະສິດທິພາບ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄົ້ນຄວ້າຜັນຂະຫຍາຍມະຕິໃຫ້ເລິກເຊິ່ງ; ການປັບປຸງກົງຈັກການຈັດຕັ້ງພັກ-ລັດ, ການກໍ່ສ້າງພັກ - ພະນັກງານ ໂດຍສະເພາະການຄົ້ນຄວ້າປັດໄຈທີ່ຊຸກຍູ້ມະຫາຊົນເຂົ້າເປັນສະມາຊິກພັກ, ການປັບປຸງການຈັດຕັ້ງພັກແຕ່ລະຂັ້ນ ກໍໃຫ້ເດັດດ່ຽວ ປອດໃສ ໜັກແໜ້ນ ເຂັ້ມແຂງ; ປັບປຸງເນື້ອໃນການນຳພາຂອງພັກແຕ່ລະຂັ້ນ ໂດຍສະເພາະບັນດາໜ່ວຍພັກໃນລັດວິສາຫະກິດ ໃຫ້ດີຂຶ້ນກວ່າເກົ່າ. ນອກຈາກນີ້, ກໍຕ້ອງໄດ້ເອົາໃຈໃສ່ປັບປຸງເນື້ອໃນຂອງການດຳເນີນຊີວິດການເມືອງຂອງພັກແຕ່ລະຂັ້ນ ໃຫ້ມີການຕໍານິກໍ່ສ້າງກັນຢ່າງສ້າງສັນ, ມີການວິເຄາະໄຈ້ແຍກບັນຫາຢ່າງລະອຽດ, ດຳເນີນການປຶກສາຫາລືແກ້ໄຂບັນຫາໃຫ້ ເໝາະສົມກັບສະພາບຕົວຈິງ.
ຈາກນັ້ນ, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ທີ່ໄດ້ຮັບແຕ່ງຕັ້ງເປັນ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກຜູ້ໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ ມີເນື້ອໃນສຳຄັນບາງຕອນວ່າ: ດ້ວຍຄວາມຮັບຜິດຊອບດ້ານການເມືອງ ຕົນເອງຂໍນຳເອົາຄຳໂອ້ລົມຂອງສະຫາຍເລຂາທິການໃຫຍ່ ຜັນຂະຫຍາຍໃສ່ໃນວຽກງານຕົວຈິງ ແລະ ຈະຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ຮ່ວມກັບຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ໃຫ້ມີຜົນສຳເລັດບັນລຸຕາມຈຸດປະສົງລະດັບຄາດໝາຍ.
(ຂ່າວ-ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com