Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນຕອນແລງຂອງວັນທີ 2 ກຸມພາ 2021, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະ ເທດ ແຫ່ງ ສສ ຫວຽດນາມ.
ໃນການສົນທະນາຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ນາຍົກລັດຖະ ມົນຕີ ໄດ້ສະແດງຄວາມປິຕິຊົມ ຊື່ນເປັນຢ່າງຍິ່ງທີ່ໄດ້ມີໂອກາດ ສົນທະນາທາງໂທລະສັບກັບ ສະຫາຍ ຫງວຽນຝູຈ້ອງ ທີ່ໄດ້ ຖືກເລືອກເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມອີກສະໄໝໜຶ່ງ ພາຍຫຼັງທີ່ພັກກອມ ມູນິດຫວຽດນາມຫາກໍສຳເລັດການດໍາເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງຕົນ. ຕາງໜ້າຄະນະບໍລິ ຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ພັກກອມມູນິດຫວຽດນາມ ທີ່ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIII ດ້ວຍຜົນສໍາເລັດຢ່າງຈົບງາມ; ສະແດງຄວາມປິຕິ ຍິນດີເປັນຢ່າງຍິ່ງ ແລະ ຊົມ ເຊີຍຢ່າງຈິງໃຈຕໍ່ ສະຫາຍ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບຕໍ່າແໜ່ງສູງສຸດຂອງພັກ ຊຶ່ງເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາ ຄາສູງຂອງທົ່ວພັກ, ລັດ ແລະ ປະຊາຊົນຫວຽດນາມຕໍ່ບົດ ບາດອັນພົ້ນເດັ່ນພຽບພ້ອມໄປ ດ້ວຍບົດຮຽນ ແລະ ປະສົບການ ໃນການຊີ້ນໍາ-ນໍາພາ ໃນຖາ ນະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຕະຫຼອດໄລ ຍະທີ່ຜ່ານມາ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ເປັນເຫດການການເມືອງ ທີ່ສໍາຄັນຂອງທົ່ວ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ເປັນຂີດໝາຍແຫ່ງການພັດທະນາທີ່ເຂັ້ມແຂງຂອງການປະຕິວັດຫວຽດນາມ ໃນໄລຍະໃໝ່ ຕາມທິດສາມັກຄີ, ປະຊາທິປະໄຕ, ເດັດດ່ຽວ, ປະດິດສ້າງ, ພັດທະ ນາດ້ວຍການສືບຕໍ່ເພີ່ມທະວີ ການກໍ່ສ້າງ, ປັບປຸງພັກ ແລະ ລະບອບການເມືອງໃຫ້ປອດໃສ, ເຂັ້ມແຂງ; ເສີມຂະຫຍາຍຄວາມມຸ້ງຫວັງ ໃນການພັດທະ ນາປະເທດຊາດ, ເສີມຂະ ຫຍາຍມານະຈິດປະຕິວັດ, ເຫງົ້າພະລັງແຫ່ງມະຫາສາມັກ ຄີທົ່ວທັງຊາດ ໄປຄຽງຄູ່ກັບການສົມທົບແໜ້ນກັບກໍາລັງແຮງຂອງຍຸກສະໄໝ; ສືບຕໍ່ຊຸກຍູ້ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານເປັນລະບົບ; ສ້າງ ສາ ແລະ ປົກປັກຮັກສາປະ ເທດ ຊາດໃຫ້ໜັກແໜ້ນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ; ສູ້ຊົນ ເພື່ອໃຫ້ປະເທດກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມ ໃນກາງສະຕະວັດທີ 21. ພ້ອມທັງສະແດງຄວາມເຊື່ອໝັ້ນຢ່າງ ໜັກແໜ້ນວ່າ ພາຍໃຕ້ການນໍາ ພາອັນສະຫຼາດສ່ອງໃສ, ຖືກ ຕ້ອງ ແລະ ປະດິດສ້າງຂອງພັກ ກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນຝູຈ້ອງ ເປັນ ເລຂາທິການໃຫຍ່, ປະຊາ ຊົນຫວຽດນາມອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະ ກິດປ່ຽນແປງໃໝ່, ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ບັນລຸຕາມເປົ້າໝາຍທີ່ວາງໄວ້ຢ່າງມີໄຊ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຖືໂອກາດນີ້ ສົ່ງຄວາມອວຍ ພອນໄຊອັນປະເສີດໄປຍັງຄະ ນະບໍລິຫານງານສູນກາງພັກ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 91 ປີ (3/2/1930-3/2/2021).
ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມ ຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ນາ ຍົກລັດຖະມົນຕີທີ່ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງພັກກອມມູນິດຫວຽດ ນາມ ຄົບຮອບ 91 ປີ ແລະ ໃນ ໂອກາດທີ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູ ນິດຫວຽດນາມ ສະໄໝທີ XIII; ສະແດງຄວາມຂອບໃຈຕໍ່ຄະ ນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ບັນ ດາຄະນະຂອງສູນກາງພັກ; ບັນດາກະຊວງ, ຂະແໜງການ, ແນວ ລາວສ້າງຊາດ, ບັນດາອົງການ ຈັດຕັ້ງມະຫາຊົນ ແລະ ສະມາ ຄົມທີ່ໄດ້ສົ່ງໂທລະເລກ, ຈົດ ໝາຍອວຍພອນເຖິງຄູ່ຮ່ວມຕໍາແໜ່ງຂອງຫວຽດນາມ, ສິ່ງ ດັ່ງກ່າວເປັນການສະແດງເຖິງ ຄວາມມີຊີວິດຊີວາແຫ່ງສາຍ ພົວພັນສາມັກຄີພິເສດຫວຽດ ນາມ-ລາວ, ປະກອບສ່ວນ ເຂົ້າໃນຜົນສໍາເລັດລວມຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.
ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ປະທານປະ ເທດໄດ້ແຈ້ງໃຫ້ຊາບກ່ຽວກັບ ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຊຶ່ງເປັນຂີດໝາຍສໍາ ຄັນແຫ່ງການເຕີບໃຫຍ່ຂອງພັກ ແລະ ການພັດທະນາຂອງປະເທດຊາດຫວຽດນາມ, ກອງປະຊຸມໃຫຍ່ ໄດ້ກໍານົດທິດທາງ ແລະ ວິໄສທັດຍຸດທະສາ ທັງສະເພາະໜ້າ ແລະ ຍາວນານ ໃຫ້ແກ່ການສ້າງສາພັດທະນາປະເທດຊາດຫວຽດນາມ ຕາມທິດສັງຄົມນິຍົມ; ສະແດງ ຄວາມຊົມເຊີຍ ຕໍ່ຜົນສໍາເລັດທີ່ ສປປ ລາວ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່, ປະຊາຊົນລາວຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກສໍາເລັດຜົນຢ່າງມີໄຊ; ຢືນຢັນວ່າ ສສ ຫວຽດ ນາມ ຈະສະໜັບສະໜູນຢ່າງແຂງ ແຮງ ແລະ ຮອບດ້ານຕໍ່ພາລະ ກິດປ່ຽນແປງໃໝ່, ປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດ ສປປ ລາວ.
ເລຂາທິການໃຫຍ່ທັງສອງໄດ້ສະແດງຄວາມປິຕິຍິນດີຕໍ່ສາຍພົວພັນພິເສດ ລະຫວ່າງ ລາວ -ຫວຽດນາມ ແລະ ຫວຽດ ນາມ - ລາວ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເລິກເຊິ່ງ, ໄດ້ຢືນຢັນວ່າ ເຖິງວ່າສະພາບການພາກພື້ນ ແລະ ໂລກຈະມີການຜັນແປໄປແນວໃດກໍຕາມ, ສອງພັກ, ສອງລັດຈະສືບຕໍ່ພ້ອມກັນປົກປັກຮັກສາ, ຖະນຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ -ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ການນໍາຮຸ່ນກໍ່ຕັ້ງໄດ້ສ້າງ ແລະ ຖະນຸຖະໜອມມານັ້ນໃຫ້ນັບມື້ແຕກດອກອອກຜົນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ ແລະ ສືບທອດໃຫ້ຮຸ່ນຄົນໜຸ່ມຕໍ່ໄປ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ນາຍົກລັດ ຖະມົນຕີ ໄດ້ເຊື້ອເຊີນສະຫາຍ ຫງວຽນຝູຈ້ອງ ເລຂາທິການ ໃຫຍ່ ປະທານປະເທດສັບຊ້ອນ ເວລາຢ້ຽມຢາມ ສປປ ລາວໃນ ຕໍ່ໜ້າ ແລະ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ປະທານປະເທດກໍໄດ້ເຊື້ອເຊີນສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ນາຍົກລັດຖະມົນຕີຢ້ຽມ ຢາມ ສສ ຫວຽດນາມ ໃນເວ ລາທີ່ເໝາະສົມ ແລະ ເນື່ອງ ໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ສົ່ງຄວາມອວຍພອນໄຊອັນປະເສີດໄປຍັງສະຫາຍ ຫງວຽນຝູຈ້ອງ, ບັນດາສະຫາຍການນໍາຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ.
(ຂ່າວ: ຄຕພ, ພາບ: ສຸກສະຫວັນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com