Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ແຂວງສະຫວັນນະເຂດ ຈັດກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງ ຄັ້ງທີ 1 ສະໄໝທີ VII ເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ-ເຍົາວະຊົນ ປະຈຳປີ 2020 ແລະ ວາງແຜນການປີ 2021 ຂຶ້ນໃນວັນທີ 2 ກຸມພານີ້ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ, ພາຍໃຕ້ ການເປັນກຽດເຂົ້າຮ່ວມຂອງທ່ານ ຄຳແພງ ເພັດທຸມພອນ ຄະນະປະຈຳພັກ ປະທານແນວລາວ ສ້າງຊາດແຂວງ, ມີແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້, ທ່ານ ພູລຳພອນ ສີຫາວົງ ກຳມະການພັກ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງໄດ້ກ່າວເປີດກອງປະຊຸມ ໂດຍໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຜູ້ແທນເຂົ້າຮ່ວມໄດ້ພ້ອມກັນສັງ ເກດຕີລາຄາ ແລະ ປະເມີນຜົນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນຊາວ ໜຸ່ມທົ່ວແຂວງໃນໄລຍະຜ່ານມາ ສັງເກດເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ ເພື່ອຊອກຫາວິທີແກ້ໄຂໃນຕໍ່ໜ້າ ຊຶ່ງກອງປະຊຸມໄດ້ສຸມໃສ່ຫຼາຍເນື້ອໃນ ໂດຍສະເພາະແມ່ນ ການຕີລາຄາຖອດຖອນບົດຮຽນຕົວຈິງໃນການປະຕິບັດວຽກງານຂອງຊາວໜຸ່ມ-ເຍົາວະຊົນ ປະຈຳປີ 2020 ແລະ ວາງແຜນການໃນປີ 2021.
ຈາກນັ້ນ, ທ່ານ ນາງ ບັງອອນ ພິມມະສານ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ - ເຍົາວະຊົນ ໄລຍະ 1 ປີຜ່ານມາໂດຍສັງເຂບ. ໃນໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ໄດ້ຖືເອົາ ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແນໃສ່ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ແຕ່ລະຂັ້ນ ໄດ້ຮັບຮູ້, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ໄດ້ຮັບການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຮ່ຳຮຽນມູນເຊື້ອຂອງຊາດຂອງພັກ ແລະ ຂອງຊາວໜຸ່ມດ້ວຍຫຼາຍຮູບການ ທີ່ສອດຄ່ອງກັບສະ ພາບຈຸດພິເສດຂອງຊາວໜຸ່ມ-ເຍົາວະຊົນ. ປັດຈຸບັນ ທົ່ວແຂວງ ມີພະນັກງານຊາວໜຸ່ມອາຊີບທັງໝົດ 132 ສະຫາຍ ຍິງ 67 ສະຫາຍ, ມີເກນອາຍຸຊາວໜຸ່ມ 15-35 ປີ ຈຳນວນ 247.720 ຄົນ ຍິງ 130.131 ຄົນ, ເປັນສະມາຊິກຊາວໜຸ່ມ 54.661 ຄົນ, ຂະຫຍາຍສະມາຊິກໃໝ່ໄດ້ 5.531 ຄົນ, ປະກອບມີ 298 ຮາກຖານ ແລະ 1.913 ໜ່ວຍ.
ກອງປະຊຸມຍັງໄດ້ຜ່ານແຜນການເຄື່ອນໄຫວປະຈຳປີ 2021 ຂອງບັນດາຂະແໜງ, ເມືອງ, ນະຄອນ ພ້ອມທັງມີການເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນຊາວໜຸ່ມທົ່ວ ປະ ເທດນຳອີກ.
(ຂ່າວ-ພາບ: ສະຫວັນນະເຂດ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com