Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເນື່ອງໃນໂອກາດປີໃໝ່ຂອງສປ.ຈີນ ທີ່ຈະມາເຖິງໃນມໍ່ໆນີ້ ວັນທີ 10 ກຸມພານີ້ ຄະນະນຳໜັງສືພິມປະຊາຊົນ ໄດ້ເຂົ້າອວຍພອນຄະນະນຳສະຖານທູດສປ.ຈີນ ປະຈຳລາວ ນຳໂດຍທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ປະຊາຊົນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຊຽງ ຟາງ ສຽງ ທີ່ປຶກສາ, ຮອງທູດສປ.ຈີນ ປະຈຳລາວ ໂອກາດດັ່ງກ່າວນີ້ທ່ານ ຫົວໜ້າບັນນາທິການໃຫຍ່ກໍໄດ້ລາຍງານສະພາບການໂຄສະນາກ່ຽວກັບການຮ່ວມມືລະຫວ່າງສປປ ລາວ ແລະ ສປ.ຈີນ ໃນໄລຍະຜ່ານມາ ໂດຍສະເພາະແມ່ນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຮ່ວມມືລະຫວ່າງສື່ມວນຊົນລາວ ແລະ ສື່ມວນສປ.ຈີນ ປະຈຳລາວ ຊຶ່ງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ, ໂດຍສະເພາະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ທັນການ ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທາງສະຖານທູດສປ.ຈີນ ໃຫ້ການຊ່ວຍເຫຼືອສື່ມວນຊົນລາວໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ອວຍພອນໃຫ້ ຄະນະນຳ ຕະຫຼອດຮອດພະນັກງານສະຖານທູດຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ຮອງທູດ ກໍໄດ້ສະແດງຄວາມດີໃຈ ແລະ ຂອບໃຈມາຍັງສື່ມວນຊົນລາວ ໂດຍສະເພາະແມ່ນໜັງສືພິມປະຊາຊົນ ທີ່ໄດ້ເອົາໃຈໃສ່ໂຄສະນາ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ.ຈີນ ໃນໄລຍະປີຜ່ານມາໂດຍສະເພາະແມ່ນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ໂຄສະນາບັນດາມາດຕະການ ແລະ ສ້າງຄວາມເຂົ້າໃຈກ່ຽວກັບການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຈົນໄດ້ຮັບຜົນສຳເລັດຢ່າງໜ້າພໍໃຈ ແລະ ໃນຕໍ່ໜ້ານີ້ຂໍໃຫ້ສື່ມວນຊົນໂຄສະນາຜົນສຳເລັດໃນການຮ່ວມມືລະຫວ່າງສປປ ລາວ ແລະ ສປ.ຈີນ ເປັນຕົ້ນແມ່ນຜົນສຳເລັດໃນການສ້າງທາງດ່ວນ ແລະ ທາງລົດໄຟລາວ-ຈີນ ທີ່ກຳລັງຈະສ້າງສຳເລັດ ໃນທ້າຍປີ 2021 ລວມທັງການຊ່ວຍເຫຼືອລ້າຈາກ ສປ.ຈີນ ເປັນຕົ້ນແມ່ນການມອບວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆໃຫ້ຫຼາຍຂຶ້ນກວ່າເກົ່າ, ພິເສດປີ 2021 ນີ້ເປັນປີຄົບຮອບ 60 ປີ ສາຍພົວພັນມິດຕະພາບລາວ-ຈີນ. ຊຶ່ງທັງສອງຝ່າຍກຳລັງພັນຂະຫຍາຍມິດຕະພາບການຮ່ວມມືລາວ-ຈີນ ຢ່າງຄຶກຄື້ນ. ໃນນັ້ນ, ຈະໄດ້ມີການເຄື່ອນໄຫວຫຼາຍກິດຈະກຳຮ່ວມກັນ ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ ແລະ ຫວັງວ່າ ໜັງສືພິມປະຊາຊົນ ຈະນຳສະເໜີກິດຈະກຳຢ່າງຄົບຖ້ວນ ເພື່ອໃຫ້ນ້ຳໃຈຮ່ວມຊາຕາກຳດຽວກັນ ຂອງສອງປະເທດລາວ-ຈີນ ໃຫ້ນັບມື້ນັບເພີ່ມຂຶ້ນເລື້ອຍໆ ແລະ ໃນປີ 2021 ນີ້ເປັນປີພິເສດຂອງສປ.ຈີນ ຊຶ່ງເປັນປີຄົບຮອບ 100 ການສ້າງຕັ້ງພັກກອມມູນິດຈີນ ແລະ ຫວັງວ່າຈະໄດ້ເພີ່ມທະວີການແລກປ່ຽນທິດສະດີ, ກິດຈະກຳຕ່າງໆ ໃຫ້ເລິກຊຶ່ງກວ່າເກົ່າ, ໂດຍສະເພາະນັກຂ່າວລາວຈະໄດ້ໄປທັດສະນະແລກປ່ຽນຢູ່ ສປ.ຈີນ. ຈາກນັ້ນ, ທ່ານກໍໄດ້ອວຍພອນໃຫ້ຄະນະນຳ ຕະຫຼອດຮອດພະນັກງານ ຂອງໜັງສືພິມປະຊາຊົນ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ຍາດໄດ້ຜົນງານໃໝ່ໃຫຍ່ກວ່າເກົ່າ.
(ຂ່າວ-ພາບ:ສິດທິພອນ)
19/05/2020 10:11:43
23/09/2020 09:29:31
12/08/2020 11:39:01
13/08/2020 09:12:59
24/09/2020 09:02:48
05/02/2020 09:03:10
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com