Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ວັນທີ 2 ມີນານີ້ ທີ່ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນໍ້າທາ ໄດ້ມີພິທີ ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຮຸ່ນທີ XV ໃຫ້ພະນັກງານຫຼັກ ແຫຼ່ງຂົງເຂດຊາວໜຸ່ມແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ສິງໄຊ ວັນຄໍາ ກຳມະ ການພັກແຂວງ ອໍານວຍການໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງຫຼວງນໍ້າທາ, ມີທ່ານ ສິວິໄລ ປັນແກ້ວ ກຳມະການປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ, ທ່ານ ວົງມະນີ ເພຶອປະຊາ ກຳມະການພັກແຂວງ ຄະນະບໍລິຫານງານຊາວໜຸ່ມແຂວງ, ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທ່ານ ແສງ ເຊືອຍສົມບັດ ຫົວໜ້າວິຊາການໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ໄດ້ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ - ການປົກຄອງ ລະບົບ 45 ວັນ ຮຸ່ນທີ XV ໃນສົກຮຽນ 2020, ອີງຕາມຂໍ້ຕົກລົງສະບັບເລກທີ 609/ຈຂ, ລົງວັນທີ 20/10/ 2020 ວ່າດ້ວຍການອະນຸມັດໃຫ້ໂຮງຮຽນທິດສະດີການເມືອງ - ການປົກຄອງແຂວງຫຼວງນໍ້າທາ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ໃຫ້ແກ່ພະນັກງານຫຼັກແຫຼ່ງຂົງ ເຂດຊາວໜຸ່ມແຂວງຫຼວງນໍ້າທາ ເພື່ອສ້າງໃຫ້ພະນັກງານຄຸ້ມຄອງ, ພະນັກງານນໍາພາຮຸ່ນສືບທອດ ຢູ່ບັນດາພະແນກການ-ຫ້ອງການຂອງເມືອງ, ບັນດາຂະແໜງການອ້ອມຂ້າງ ໄດ້ມີຄຸນສົມບັດສິນທໍາປະຕິບັດ, ມີຄວາມຮູ້ຄວາມສາມາດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່. ການຝຶກອົບ ຮົມຄັ້ງນີ້, ເລີ່ມມາແຕ່ເດືອນພະຈິກ 2020 ມາຮອດເດືອນກຸມພາ 2021, ມີນັກສຶກສາທັງໝົດ 58 ສະຫາຍ ຍິງ 13 ສະຫາຍ, ມີ 5 ວິຊາຄື: ວິຊາປັດຊະຍາມາກ-ເລນິນ ມີ 8 ບົດ, ວິຊາເສດ ຖະສາດການເມືອງ ມີ 10 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 8 ບົດ, ວິຊາກໍ່ສ້າງພັກ ມີ 5 ບົດ ແລະ ວິຊາບໍລິຫານສານ ແລະ ການປົກຄອງ ມີ 8 ບົດ; ລວມມີ 39 ບົດ, 192 ຊົ່ວໂມງ, 12 ໜ່ວຍກິດ. ຈາກການສຶກສາຄົ້ນຄວ້າຮໍ່າຮຽນຂອງນັກສຶກສາຜ່ານການສອບເສັງ ມີຜູ້ໄດ້ຄະແນນ A ກວມເອົາ 57,25% ລື່ນຄາດໝາຍຂອງແຜນການ 2,25%, ຄະແນນ B+ ກວມເອົາ 35,15% ລື່ນຄາດໝາຍຂອງແຜນການ 10,15%.
ໂອກາດນີ້ ທ່ານ ສິງໄຊ ວັນຄໍາ ກໍໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາ ທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຮຸ່ນທີ XV. (ຂ່າວ-ພາບ: ກິ່ນນາລົມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com