Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຜູ້ແທນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 20/03/2021 12:02:54 ຈຳ​ນວນ​​ຢ້ຽມ​ຊົມ 2640 ຄັ້ງ

     ໃນຕອນເຊົ້າວັນທີ 20 ມີນານີ້, ຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ທີ່ພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໂດຍມີ 4 ຄະນະຄື:

      ຄະນະທີ 1 ນຳໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດຊຸດທີ VIII, ມີສະພາຊິກສະພາແຫ່ງຊາດ (ສສຊ)  ຊຸດທີ VIII ທີ່ປະຈຳການຢູ່ສະພາແຫ່ງຊາດ; ຄະນະທີ 2 ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດ, ມີ ສສຊ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ສສຊ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ, ສສຊ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ, ສສຊ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ສສຊ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ; ຄະນະທີ 3 ນຳໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ມີ ສສຊ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສສຊ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ, ສສຊ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ສສຊ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ, ສສຊ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ແລະ ສສຊ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ; ຄະນະທີ 4 ນໍາໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພາລາທິການກອງທັບ, ມີ ສສຊ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ສສຊ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ສສຊ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ສສຊ ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ສສຊ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ສສຊ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ.

      ການວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດກ່ອນການເປີດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການໃນວັນທີ 22 ມີນາ ນີ້ ຊຶ່ງຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມ ໄດ້ມາສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ຈົນສາມາດປົດປ່ອຍປະເທດຊາດໄດ້.

(ຂ່າວ: ສຸກສະຫວັນ, ພາບ: ແສງຈັນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com