Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 20 ມີນາ 2021 ສປປ ລາວ ໄດ້ຮັບວັກຊິນກັນພະຍາດໂຄວິດ-19 ຊຸດທໍາອິດ ທີ່ສະໜາມບິນສາກົນວັດໄຕ ທີ່ຈັດສົ່ງໂດຍໂຄງການຮ່ວມມືເພື່ອວັກຊິນກັນພະຍາດໂຄວິດ-19 (COVAX Facility) ໂດຍຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນີເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO), ພິທີມອບ-ຮັບ ວັກຊິນ ໃນຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19; ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍພາກສ່ວນຕາງໆ ແລະ ອົງການຈັດຕັ້ງສາກົນ ປະຈຳລາວ ເຂົ້າຮ່ວມ.
ສຳລັບວັກຊິນກັນພະຍາດໂຄວິດ-19 ທີ່ໄດ້ຮັບໃນຄັ້ງນີ້ ປະກອບມີວັກຊິນ AstraZeneca/Oxford ຈໍານວນ 132.000 ໂດສ ຜະລິດໂດຍສະຖາບັນ Serum ຂອງອິນເດຍ (SII) ແລະ ໄດ້ມີການຈັດສົ່ງທາງອາກາດຈາກເມືອງ Pune ວັກຊິນ AstraZeneca/Oxford ຊຸດນີ້ແມ່ນ ການຈັດສົ່ງຊຸດທຳອິດ ຂອງຈໍານວນວັກຊິນທັງໝົດ 480.000 ໂດສ ທີ່ໄດ້ວາງແຜນໄວ້ ທີ່ຈະຈັດສົ່ງໃຫ້ກັບ ສປປ ລາວ ຕາມແຜນລິເລີ່ມຂອງການສັກວັກຊິນກັນພະຍາດໂຄວິດ-19 ໃນປີນີ້ ເພື່ອໃຫ້ບັນລຸຄາດໝາຍການສັກວັກຊິນກັນພະຍາດໃຫ້ໄດ້ 20% ຂອງປະຊາກອນທັງໝົດ. ອີງຕາມແຜນປະຕິບັດການສັກວັກຊິນກັນພະຍາດໂຄວິດ-19 ແຫ່ງຊາດ, ການສັກວັກຊິນ AstraZeneca/Oxford ຊຸດທຳອິດນີ້ ຈະນຳໄປໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອທຳການສັກວັກຊິນໃຫ້ກຸ່ມບຸລິມະສິດ ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 . ກຸ່ມບຸລິມະສິດ ປະກອບມີບຸກຄະລາກອນທາງການແພດ, ຜູ້ສູງອາຍຸທີ່ມີອາຍຸຫຼາຍກວ່າ 60 ປີ ແລະ ຄົນທີ່ເປັນພະຍາດຊໍ້າເຮື້ອ. ລວມທັງ ບຸກຄະລາກອນທີ່ມີຄວາມສ່ຽງ ໂດຍອີງໃສ່ລັກສະນະຂອງວຽກ ແລະ ຄວາມສ່ຽງຕໍ່ການ ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ ບຸກຄະລາກອນທີ່ເຮັດວຽກຢູ່ເຂດສູນຈໍາກັດບໍລິເວນ.ນອກເໜືອຈາກວັກຊິນດັ່ງກ່າວ, ສປປ ລາວ ຍັງໄດ້ຮັບເຂັມສັກຢາແບບພິເສດຈໍານວນ 84.000 ເຂັມ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 840 ກ່ອງ ຊຶ່ງໄດ້ຈັດຊື້ໂດຍ ອົງການຢູນີເຊັບ
ໃນໂອກາດດັ່ງກ່າວ ທ່ານ ບຸນກອງ ສີຫາວົງ ໄດ້ກ່າວວ່າ: ໃນການຮັບການຊ່ວຍເຫຼືອວັກຊິນປ້ອງກັນພະຍາດ ໂຄວິດ-19 Covax facility ໃນຄັ້ງນີ້ກໍແມ່ນການຊ່ວຍເຫຼືອຂອງອົງກອນ Covax facility ທີ່ນອນໃນໂຄງການ GAVI ທີ່ເປັນອົງກອນສາກົນໃນການຈັດຫາວັກຊິນເພື່ອຊ່ວຍເຫຼືອບັນດາປະເທດສະມາຊິກ ໂດຍ ສປປ ລາວ ກໍແມ່ນໜຶ່ງໃນປະເທດທີ່ນອນຢູ່ໃນປະເທດສະມາຊິກ ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊິນຈາກ ບັນດາປະເທດເພື່ອນມິດຫຼາຍກວ່າ 3 ແສນ ໂດສ ແລະຈະໄດ້ຮັບການຊ່ວຍເຫຼືອຕື່ມອີກໃນໄວໆນີ້. ສຳລັບວັກຊິນ AsteZenecOford ຜະລິດໂດຍສະຖາບັນ Serum ຂອງອິນເດຍ (SII) ທີ່ຈະມອບໃຫ້ ສປປ ລາວໃນປີນີ້ຈາກ COVAX Facility ເປັນວັກຊິນທີ່ໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ຊຶ່ງໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆແລ້ວ, ວັກຊິນ AstraZoneca ທີ່ໄດ້ຮັບອະນຸຍາດໃຫ້ສະຖາບັນ Serum ຂອງອິນເດຍ ທີ່ໄດ້ສະໜອງຜ່ານໂຄງການ COVAX ໄດ້ຖືກອະນຸມັດໃຫ້ນຳໃຊ້ສຸກເສີນ ແລະ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 15 ກຸມພາ 2021.
ຂ່າວ-ພາບ: ຍຸພິນທອງ
19/05/2020 10:11:43
23/09/2020 09:29:31
24/09/2020 09:02:48
31/10/2020 15:37:24
01/11/2020 12:06:17
31/10/2020 15:47:47
01/11/2020 12:08:51
13/08/2020 09:12:59
12/08/2020 11:39:01
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com