Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເປີດຂຶ້ນຢ່າງເປັນທາງການ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 22/03/2021 11:04:22 ຈຳ​ນວນ​​ຢ້ຽມ​ຊົມ 2723 ຄັ້ງ

     ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມີນານີ້ ທີ່ຫໍສະພາແຫ່ງຊາດຫຼັງໃໝ່ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຊຸດທີ VIII ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ບັນດາທ່ານອະດີດການນຳພັກ-ລັດ, ຄະນະລັດຖະບານ ພ້ອມດ້ວຍບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂົ້າຮ່ວມ.

      ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ ໂດຍມີເນື້ອໃນສຳຄັນວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານ ຂອງຊາດຄື ຈະໄດ້ຮັບຟັງການລາຍງານຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຊ ຊຸດທີ IX; ພິຈາລະນາ ແລະ ຮັບຮອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງອົງການອຳນາດລັດ; ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບ ແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ ຕໍ່ໜ້າ (2021 – 2025); ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວ ວຽກງານ 5 ປີຜ່ານມາ (2016 - 2020) ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ຜ່ານມາ (2016 - 2020) ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ (2021 – 2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; ພິຈາລະນາ ແລະ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຕໍ່ໜ້າ (2021 – 2025) ຂອງສະພາແຫາງຊາດ ຊຸດທີ IX; ພິຈາລະນາ ແລະ ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຕໍ່ໜ້າ (2021 – 2025) ຂອງສະພາແຫ່ງຊາດ ຊຸດທີ IX.

(ຂ່າວ: ສຸກສະຫວັນ, ພາບ: ສໍານານ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com