Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນາຍົກ ຊີ້ແຈງ 5 ຈຸດສຳຄັນຕໍ່ການພັດທະນາ ເສດຖະກິດ - ສັງຄົມ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 24/03/2021 10:25:32 ຈຳ​ນວນ​​ຢ້ຽມ​ຊົມ 2718 ຄັ້ງ

ທ່ານ ພັນ​ຄຳ ວິ­ພາ​ວັນ ນາ­ຍົກ­ລັດ­ຖະ­ມົນ­ຕີໄດ້ ຊີ້​ແຈງ 5 ຈຸດ​ສຳ​ຄັນ​ທີ່​ຍັງ​ບໍ່​ທັນ​ບຸກ​ທະ­ລຸ​ໃນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ, ຂະ­ນະ​ທີ່​ເສດ­ຖະ­ກິດ​ຂອງ​ປະ­ເທດ​ເຮົາ ເປັນ​ເສດຖະ­ ກິດ​ຂະ­ໜາດ​ນ້ອຍ ແລະ ມີ​ຄວາມ​ບອບ​ບາງ​ສູງ.

ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກ​ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ IX ໃນ​ວັນ​ທີ 23 ມີ­ນາ 2021 ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສະ­ພາ​ແຫ່ງ​ຊາດ, ທ່ານ ພັນ​ຄຳ ວິ­ພາ​ວັນ ນາ­ຍົກ­ລັດ­ຖະ ­ມົນ­ຕີ​ໄດ້​ຂຶ້ນ​ຊີ້​ແຈງ ຕໍ່ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ).

ທ່ານ ພັນ​ຄຳ ວິ­ພາ​ວັນ ໄດ້​ກ່າວ​ວ່າ: ການ​ປະ​ກອບຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນ­ດາ​ທ່ານ ສສຊ ໄດ້​ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ­ໃຈ­ໃສ່​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຂອງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ຕໍ່​ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ລັດ­ຖະ­ບານ​ໃນ​ການ​ແກ້​ໄຂ​ບັນ ­ຫາ​ຕ່າງໆ ຢູ​່ໃນ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​-​ສັງ­ຄົມ​ກໍ​ຄື ແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ໃນ­ຕໍ່­ໜ້າ, ລັດ­ຖະ­ບານ ຂໍ​ຮັບ​ເອົາ​ຄຳ​ເຫັນ​ດັ່ງ­ກ່າວ ເພື່ອ​ນຳ­ໄປ​ພິ­ຈາ­ລະ­ນາ​ປັບ­ປຸງ​ເປັນ​ແຜນ​ລະ­ອຽດ ແລະ ມີ​ຄວາມ​ພະ­ຍາ­ຍາມ​ສູງ​ທີ່​ສຸດ, ແຕ່​ຜ່ານ​ຄຳ​ຄິດ​ຄຳ​ເຫັນ​ຂອງບັນ­ດາ​ຜູ້​ແທນ​ກໍ​ຄື​ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ເບິ່ງ​ເຫັນ​ພາບ​ລວມ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ເສດ​ຖະ​ກິດ​ສັງ­ຄົມ ກໍ​ຄື​ການ­ຈັດ ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ຂອງ​ພວກ​ເຮົາ​ມີ 5 ຈຸດ​ຄື:

ຈຸດ​ທີ 1) ເຫັນ​ວ່າ​ແຜນການ​ພວກ​ເຮົາ​ຍັງ​ບໍ່​ທັນ​ບຸກ​ທະ­ລຸ​ແທ້, ພວກ​ເຮົາ​ຍັງ​ກະ​ຈຸກ​ຢູ່​ໃນ​ໂຕ​ເລກ​ອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ຂອງ​ຈີ​ດີ​ພີ​ເປັນ​ຫຼັກ, ພວກ​ເຮົາ​ຍັງ​ບໍ່​ທັນ​ຂ້າມ​ບຸກ​ທະ­ລຸ​ຂອງ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ມີ​ຄຸນ​ນະ​ພາບ, ການ​ບຸກ​ທະ­ລຸ​ໄປ​ສູ່​ການ​ຂະ­ຫຍາຍ­ຕົວ​ຂອງ​ຈີ​ດີ​ພີ​ຢ່າງ​ມີ​ຄຸນ​ນະ​ພາບ​ຕ້ອງ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ກະ­ຈາຍ​ຄວາມ​ຮັ່ງ­ມີ​ໃຫ້​ແກ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຢ່າງ​ທົ່ວ​ເຖິງ.

ຈຸດ​ທີ 2) ເສດ­ຖະ­ກິດ​ຂອງ​ພວກ​ເຮົາ​ໃນ​ປັດ­ຈຸ­ບັນ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ເສດ­ຖະ­ກິດ​ນອກ​ລະ ບົບ​ມີ​ຂະ­ໜາດ​ໃຫຍ່​ກວ່າ​ເສດ ຖະ­ກິດ​ໃນ​ລະ­ບົບ, ເສດ­ຖະ­ກິດ​ນອກ​ລະ­ບົບ​ໝາຍ­ວ່າ​ເສດ­ຖະ ກິດ​ຜະ­ລິດ​ເປັນ​ສິນ­ຄ້າ ຖ້າ­ວ່າ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຕ້ອງ​ມີ​ຄວາມ​ຍືນ​ຍົງ, ມີ​ຕະ­ຫຼາດ​ຈຳ ໜ່າຍ ແຕ່​ເສດ­ຖະ­ກິດ​ປັດ­ຈຸ­ບັນ ເປັນ​ເສດ­ຖະ­ກິດ​ທຳ​ມະ​ຊາດ ກະ​ແຈກ​ກະ­ຈາຍ ເພິ່ງ​ຕົນ​ເອງ​ພໍ​ໃຜ ລາວ ຊຶ່ງ​ສະ­ພາບ​ແບບ​ນີ້ ບໍ່​ຄວນ​ປ່ອຍ­ປະ​ໃຫ້​ເປັນ​ແບບ​ນີ້​ຕໍ່​ໄປ.

ຈຸດ​ທີ 3) ກົດ­ໝາຍ ແລະ ລະ­ບຽບ​ການ​ທາງ​ດ້ານ​ການ​ຄ້າ, ການ​ເງິນ, ພາ­ສີ, ອາ­ກອນ ຍັງ​ມີ​ອັນ​ບໍ່​ສອດ­ຄ່ອງ​ກັບ​ພາກ​ປະ­ຕິ­ບັດ​ຕົວ​ຈິງ​ກໍ​ຄື​ນິ­ຕິ​ກຳ​ບໍ່​ສອດ­ຄ່ອງ​ກັບ​ພຶດ­ຕິ​ກຳ.

ຈຸດ​ທີ 4) ບາງ​ຂະ­ແໜງ ການ​ຂອງ​ພາກ​ລັດ​ບໍ່​ກຳ​ໄດ້ ແລະ ບໍ່​ເຂົ້າ­ໃຈ​ເຖິງ​ກົນ​ໄກ​ເສດ ຖະ­ກິດ​ໃໝ່ ແລະ ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ​ເຮັດ​ໃຫ້​ບໍ່​ສາ ມາດ​ອອກ​ຂໍ້​ກຳ­ນົດ ອອກ​ລະ​ບຽ​ບການ​ໃນ​ການ​ຄຸ້ມ​ຄອງ​ສົ່ງ­ເສີມ ຫຼື ຈຳ­ກັດ​ການ­ເຄື່ອນ­ໄຫວ​ດຳ ເນີນ​ທຸ­ລະ​ກິດ​ຂອງ​ນັກ­ທຸ­ລະ­ກິດ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຈຸດ​ທີ 5) ພວກ​ເຮົາ​ມີ​ປະ ຫວັດ ຄວາມ​ຊິນ​ເຄີຍ​ຕໍ່​ການ​ເພິ່ງ​ພາ​ການ​ຊ່ວຍ­ເຫຼືອ​ຈາກ​ພາຍ​ນອກ, ມີ​ແນວ​ຄິດ​ເອື່ອຍ​ອີງ ຂໍ​ການ​ຊ່ວຍ­ເຫຼືອ​ສະ­ຫຼຸບ​ພວກ​ເຮົາ​ແມ່ນ​ມີ​ແນວ​​ຄິດ​ເອື່ອຍ​ອີງ ໃນ​ຫ້າ​ຈຸດ​ດັ່ງ­ກ່າວ ພວກ​ເຮົາ​ຈະ​ຕ້ອງ​ພ້ອມ​ກັນ​ຄົ້ນ­ຄວ້າ ແລະ ແກ້​ໄຂ​ຊ່ວຍ​ກັນ.

ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກ່າວ​ອີກ​ວ່າ: ເສດ­ຖະ­ກິດ​ຂອງ​ລາວ​ເຮົາ ຍັງ​ເປັນ​ເສດ­ຖະ­ກິດ​ຂະ­ໜາດ​ນ້ອຍ ແລະ ມີ​ຄວາມ​ບອບ​ບາງ​ໃນ​ລະ­ດັບ​ສູງ​ຕໍ່​ສະ ພາບ​ການ​ປ່ຽນ­ແປງ​ຂອງ​ພາຍ​ນອກ, ມູນ​ຄ່າ ຈີ​ດີ​ພີ ຂະ­ໜາດ​ນ້ອຍ, ຕະ­ຫຼາດ​ພາຍ​ໃນ​ຈຳ ກັດ, ມີ​ການ​ເອື່ອຍ​ອີງ­ໃສ່​ບາງ​ຂະ­ແໜງ­ການ ໂດຍ​ສະ­ເພາະ​ແມ່ນ​ເອື່ອຍ​ອີງ­ໃສ່​ຂະ­ແໜງ​ຊັບ ພະ­ຍາ­ກອນ​ທຳ​ມະ​ຊາດ ເປັນ​ຫຼັກ, ແຕ່​ການ​ຜະ­ລິດ​ພາຍ​ໃນ​ຍັງ​ມີ​ໜ້ອຍ, ພ້ອມ​ກັນ​ນັ້ນ​ກໍ​ມີ​ໜີ້​ສິນ​ຫຼາຍ, ມີ​ຄວາມ​ຈຳ­ກັດ​ດ້ານ​ນະ​ວັດ­ຕະ​ກຳ​ໃນ​ການ​ສ້າງ​ມູນ​ຄ່າ​ເພີ່ມ ແລະ ຄວາມ​ສາ­ມາດ​ແຂ່ງ­ຂັນ​ຂອງ​ພາກ​ທຸ­ລະ​ກິດ ຍັງ​ຈຳ­ກັດ, ນີ້​ຄື​ຄວາມ​ຈິງ​ທີ່​ຜູ້­ນຳ ຫຼື ຜູ້​ກຳ​ນະ­ໂຍ­ບາຍ​ຕ້ອງ​ຍອມ­ຮັບ​ໃຫ້​ໄດ້​ເຖິງ​ສະ­ພາບ​ທີ່​ເປັນ​ຢູ່ ເພື່ອ​ຊອກ​ຫາ​ວິ­ທີ​ທາງ​ແກ້​ໄຂ​ໄປ​ພ້ອມໆ​ກັນ.

(ຂ່າວ+ພາບ: ຊຳ​ນາ​ນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com